ໃນວັນທີ 08 ພະຈິກ 2018, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເມຣຸດ ຄາວູໂຊລູ (Mevlut Cavusoglu), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ, ໃນໂອກາດທີ່ທ່ານລັດຖະມັນຕີ ແລະ ຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 07-08 ພະຈິກ 2018.
ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງຄະນະຜູ້ແທນ ສ.ຕວັກກີ ໃນຄັ້ງນີ້, ໃນໂອກາດດັ່ງກ່າວ ພະນະທ່ານ ນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ.ຕວັກກີ ທີ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 26 ມິຖຸນາ 1958, ສອງປະເທດ ກໍໄດ້ມີການພົວພັນທີ່ດີນໍາກັນຕະຫຼອດມາ, ຊຶ່ງເຫັນໄດ້ຈາກການແລກປ່ຽນການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ, ການແລກປ່ຽນການຢ້ຽມຢາມ ລະຫວ່າງຄະນະຜູ້ແທນຂອງສອງປະເທດ ແລະ ຍັງໄດ້ສະແດງຄວາມຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລາວ-ຕວັກກີ, ຊຶ່ງໃນປີ 2018 ນີ້ ຄົບຮອບ 60 ປີ ເປັນໂອກາດດີທີ່ ຕວັກກີໄດ້ເປີດສະຖານທູດຂອງຕົນ ປະຈຳ ສປປ ລາວ ໃນວັນທີ 7 ພະຈິກ 2018 ເພື່ອເປັນນິມິດໝາຍອັນສໍາຄັນໃນການຊຸກຍູ້ການພົວພັນຮ່ວມມືສອງປະເທດ ໃຫ້ກ້າວຂື້ນສູ່ລະດັບໃໝ່. ໃນໂອກາດດັ່ງກ່າວນີ້, ພະນະທ່ານນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຕວັກກີ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຊີ້ແຈງໃຫ້ເຫັນວ່າ ສປປ ລາວ ມີຄວາມຕ້ອງການຄວາມຊ່ວຍເຫຼືອຈາກລັດຖະບານປະເທດເພື່ອນມິດຕ່າງໆ ເພື່ອນຳເອົາປະເທດຊາດອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2024. ນອກຈາກນັ້ນ, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນຂະແໜງການຕ່າງໆລະຫວ່າງສອງປະເທດໃນຕໍ່ໜ້າ ໃຫ້ນັບມື້ນັບເພີ່ມຂື້ນ ແລະ ສະເໜີໃຫ້ທ່ານລັດຖະມົນຕີ ຊ່ວຍໂຄສະນາຊຸກຍູ້ ແລະ ຂົນຂວາຍນັກລົງທຶນ, ນັກທຸລະກິດ ມາລົງທຶນ ຢູ່ ສປປ ລາວ ຕາມທ່າແຮງ ແລະ ຄວາມອາດສາມາດ, ພ້ອມທັງເຊີນຊວນນັກທ່ອງທ່ຽວຕວັກກີ ໃຫ້ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ຫຼາຍຂື້ນ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2018 ນີ້. ໃນຕອນທ້າຍ ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ອວຍພອນໃຫ້ ທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດິພາບ.
ໃນໂອກາດດຽວກັນ, ທ່ານລັດຖະມົນຕີ ເມຣຸດ ຄາວູໂຊລູ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນກຽດຢ່າງສູງ ທີ່ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານນາຍົກລັດຖະມົນຕີ ໃນມື້ນີ້.