ໃນລະຫວ່າງ ວັນທີ 22-26 ພະຈິກ 2018, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມດຳເນີນການທາບທາມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງການຕ່າງປະເທດ ຂື້ນ ໂດຍການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ເລຂາຄະນະບໍລິຫານງານພັກກະຊວງ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາຄະນະຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ພາຍໃນກະຊວງການຕ່າງປະເທດ ແລະ ແຂກຖືກເຊີນຈາກ ຄະນະຈັດຕັ້ງສູນກາງພັກ ຈຳນວນໜຶ່ງ ເຂົ້າຮ່ວມ ໂດຍມີຜູ້ເຂົ້າທັງໝົດ ປະມານ 200 ກວ່າ ສະຫາຍ, ຊຶ່ງຈັດຂື້ນທີ່ ກະຊວງການຕ່າງປະເທດ.
ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງກະຊວງການຕ່າງປະເທດນີ້ ແມ່ນເປັນການສ້າງທ່າເປັນເຈົ້າການໃນການກໍານົດເປົ້າໝາຍພະນັກງານ ທີ່ຈະໄດ້ບໍາລຸງສ້າງ ແລະ ຈັດວາງບັນຈຸໃສ່ຕໍາແໜ່ງງານນໍາພາ-ຄຸມຄ້ອງ ແນ່ໃສ່ຮັບປະກັນລັກສະນະສຶບທອດປ່ຽນແທນຕໍ່ເນື່ອງໃນສະເພາະຫນ້າ ແລະ ຍາວນານ, ໃຫ້ມີຄວາມໜັກແໜ້ນທາງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ພຽບພ້ອມກັບຄວາມຮູ້ ຄວາມສາມາດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງໜ້າທີ່ການເມືອງໃນໄລຍະໃຫມ່; ພ້ອມທັງຮັບປະກັນປະກອບສ່ວນປັບປຸງການເຄື່ອນໄຫວຂອງກົງຈັກການຈັດຕັ້ງຂອງກະຊວງການຕ່າງປະເທດ ມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸຸມໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຍັງໄດ້ໃຫ້ກຽດເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 032 ແລະ 030, ພ້ອມທັງໄດ້ຜ່ານມາດຖານເງື່ອນໄຂ ແລະ ແນະນຳການທາບທາມ ວິທີດຳເນີນປ່ອນບັດທາບທາມ ໃນຮອບທີ 1, ຮອບທີ 2 ແລະ ຮອບທີ 3. ທັງນີ້ເພື່ອແນ່ໃສ່ໃນການຄັດເລືອກ ແລະ ກຳນົດພະນັກງານ ນຳພາ-ຄຸ້ມຄອງໃຫ້ໄດ້ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ແລະ ມີຄວາມຮູ້ຄວາມສາມາດ ເພື່ອສືບຕໍ່ຊີ້ນຳນຳພາວຽກງານໃນຂົງເຂດວຽກງານການຕ່າງປະເທດໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.