ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມດຳເນີນການສ້າງແຜນກໍານົດພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງການຕ່າງປະເທດ

2018.11.22 slx speech1

2018.11.22 slx speech2

ໃນລະຫວ່າງ ວັນທີ 22-26 ພະຈິກ 2018, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມດຳເນີນການທາບທາມການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງກະຊວງການຕ່າງປະເທດ ຂື້ນ ໂດຍການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ເລຂາຄະນະບໍລິຫານງານພັກກະຊວງ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງການຕ່າງປະເທດ, ມີຄະນະພັກກະຊວງ, ຮອງລັດຖະມົນຕີ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ບັນດາຄະນະຫ້ອງການ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກ ພາຍໃນກະຊວງການຕ່າງປະເທດ ແລະ ແຂກຖືກເຊີນຈາກ ຄະນະຈັດຕັ້ງສູນກາງພັກ ຈຳນວນໜຶ່ງ ເຂົ້າຮ່ວມ ໂດຍມີຜູ້ເຂົ້າທັງໝົດ ປະມານ 200 ກວ່າ ສະຫາຍ, ຊຶ່ງຈັດຂື້ນທີ່ ກະຊວງການຕ່າງປະເທດ.

ການສ້າງ​ແຜນກໍ​ານົດ​ພະນັກງານ​ນໍາພາ-ຄຸ້ມ​ຄອງ ຂອງ​ກະຊວງ​ການ​ຕ່າງປະ​ເທດ​ນີ້ ​ແມ່ນ​​ເປັນການ​ສ້າງ​ທ່າເປັນ​ເຈົ້າ​ການ​ໃນ​ການ​ກໍານົດ​ເປົ້າ​ໝາຍ​ພະນັກງານ ທີ່​ຈະ​ໄດ້​ບໍາລຸງ​ສ້າງ ​ແລະ ຈັດວາງ​ບັນຈຸ​ໃສ່​ຕໍາ​ແໜ່ງງານ​ນໍາພາ-ຄຸມ​ຄ້ອງ​ ​ແນ່​ໃສ່​ຮັບປະກັນ​ລັກສະນະ​ສຶບທອດ​ປ່ຽນ​ແທນ​ຕໍ່​ເນື່ອງ​ໃນ​ສະ​ເພາະ​ຫນ້າ ​ແລະ ຍາວ​ນານ, ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ທາງ​ຄຸນ​ທາດ​ການ​ເມືອງ, ຄຸນສົມບັດ​ສິນ​ທໍາ​ປະຕິວັດ ພຽບພ້ອມ​ກັບ​ຄວາມ​ຮູ້​ ຄວາມ​ສາມາດ ​ເພື່ອຕອບສະໜອງຕາມຄວາມຮຽກຮ້ອງໜ້າທີ່ການເມືອງໃນໄລຍະໃຫມ່; ພ້ອມ​ທັງ​ຮັບ​ປະກັນ​​ປະກອບສ່ວນ​ປັບ​ປຸງ​ການ​ເຄື່ອນ​ໄຫວ​ຂອງກົງຈັກການຈັດ​ຕັ້ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ມີ​ປະສິດທິພາບ ​ແລະ ປະສິດທິ​ຜົນ.

ກອງປະຊຸຸມໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຍັງໄດ້ໃຫ້ກຽດເຜີຍແຜ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 032 ແລະ 030, ພ້ອມທັງໄດ້ຜ່ານມາດຖານເງື່ອນໄຂ ແລະ ແນະນຳການທາບທາມ ວິທີດຳເນີນປ່ອນບັດທາບທາມ ໃນຮອບທີ 1, ຮອບທີ 2 ແລະ ຮອບທີ 3. ທັງນີ້ເພື່ອແນ່ໃສ່ໃນການຄັດເລືອກ ແລະ ກຳນົດພະນັກງານ ນຳພາ-ຄຸ້ມຄອງໃຫ້ໄດ້ຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ແລະ ມີຄວາມຮູ້ຄວາມສາມາດ ເພື່ອສືບຕໍ່ຊີ້ນຳນຳພາວຽກງານໃນຂົງເຂດວຽກງານການຕ່າງປະເທດໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486047
ມື້ນີ້178
ມື້ວານ168
ອາທິດນີ້1083
ເດືອນນີ້5352