ໃນຕອນເຊົ້າຂອງວັນທີ 26 ພະຈິກ 2018, ທີ່ ທຳນຽບປະທານປະເທດ, ບັນດາຜູ້ນຳ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊຶ່ງນຳໂດຍ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ; ພະນະທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ; ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຕາມລຳດັບ ພ້ອມດ້ວຍພັນລະຍາ, ໄດ້ຕ້ອນຮັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ຄູ່ສົມລົດ ເຂົ້າອວຍພອນເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ.
ໃນໂອກາດດັ່ງກ່າວ, ທ່ານ ມິຄາອິນ ບາຣານົບ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ລັດເຊຍ ປະຈຳ ສປປ ລາວ, ພ້ອມທັງເປັນທູດອາວຸໂສ, ໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດຕ່າງປະເທດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນຫລາຍໆດ້ານ ທີ່ ສປປ ລາວ ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫລອດໄລຍະ 43 ປີ ທີ່ຜ່ານມາ, ພ້ອມທັງອວຍພອນໄຊອັນປະເສີດ ໃຫ້ແກ່ບັນດາຜູ້ນຳ ສປປ ລາວ ເນື່ອງໃນໂອກາດວັນສະຖາປະນາດັ່ງກ່າວ ແລະ ວັນຂຶ້ນປີໃໝ່ສາກົນ ປີ 2019 ທີ່ຈະມາເຖິງ ອີກດ້ວຍ.
ໃນໂອກາດນີ້, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວພ້ອມດ້ວຍຄູ່ສົມລົດ ທີ່ໄດ້ຮ່ວມກັນອວຍພອນໄຊອັນປະເສີດ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ ແລະ ວັນຂຶ້ນປີໃໝ່ສາກົນ ປີ 2019 ທີ່ຈະມາເຖິງນີ້, ພ້ອມທັງຕີລາຄາສູງ ຕໍ່ຄໍາຍ້ອງຍໍຊົມເຊີຍ ແລະ ຄໍາອວຍພອນອັນປະເສີດ ຊຶ່ງເປັນການສະແດງເຖິງໄມຕີຈິດມິດຕະພາບອັນດູດດື່ມ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ກັບບັນດານາໆປະເທດ ແລະ ອົງການຈັດຕັ້ງຕ່າງໆ. ຕະຫລອດໄລຍະ 43 ປີ ທີ່ຜ່ານມາ, ປວງຊົນລາວທັງຊາດ ມີຄວາມເອກອ້າງທະນົງໃຈ ທີ່ເຫັນວ່າ ພາຍໃຕ້ການນຳພາຂອງພັກ-ລັດ, ສປປ ລາວ ໄດ້ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ, ທັງສາມາດຍາດເອົາຜົນສຳເລັດທີ່ສຳຄັນໃນຫລາຍດ້ານ ມາສູ່ປະເທດຊາດ ແລະ ປະຊາຊົນລາວ. ອັນພົ້ນເດັ່ນ, ສປປ ລາວແມ່ນມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດຖະກິດແຫ່ງຊາດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ດ້ວຍຈັງຫວະການເຕີບໂຕທາງດ້ານຜະລິດຕະພັນລວມຂອງຊາດຢູ່ໃນລະດັບສູງສົມຄວນ, ຊຶ່ງຄາດວ່າ ໃນປີ 2018 ຈະສາມາດບັນລຸໄດ້ 6,5%, ລາຍຮັບສະເລ່ຍຕໍ່ຫົວຄົນຕໍ່ປີເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກສູງໃຫ້ດີຂຶ້ນເລື້ອຍໆ, ການຄຸ້ມຄອງລັດດ້ວຍກົດໝາຍ ໄດ້ຮັບການສົ່ງເສີມແລະ ຮັດແໜ້ນຂຶ້ນເປັນລຳດັບ. ເຖິງຢ່າງໃດກໍຕາມ, ໃນປີນີ້ ສປປ ລາວ ໄດ້ປະເຊີນກັບໄພພິບັດທາງທຳມະຊາດຄັ້ງຮ້າຍແຮງທີ່ສຸດ ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງຊາດລາວ, ໂດຍສະເພາະແມ່ນມີໄພນ້ຳຖ້ວມທີ່ໜັກໜ່ວງເກີດຂຶ້ນ ຢູ່ຫລາຍພື້ນທີ່ຂອງປະເທດ, ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງ ທັງຊີວິດ ແລະ ຊັບສິນ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນລາວ, ພິເສດແມ່ນຢູ່ເມືອງສະໜາມໄຊ, ແຂວງອັດຕະປື. ຕໍ່ເຫດການດັ່ງກ່າວ, ລັດຖະບານ ແລະ ປະຊາຊົນລາວທັງຊາດ ໄດ້ຮ່ວມໃຈກັນ ສຸມທຸກກຳລັງແຮງເຂົ້າໃສ່ການຊ່ວຍເຫລືອ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຕ່າງໆ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ພະນະທ່ານ ປະທານປະເທດ ຍັງຖືໂອກາດນີ້ ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວທັງຊາດ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການປະຕິບັດພາລະກິດສ້າງສາພັດທະນາປະເທດຊາດ ໃນຕະຫລອດໄລຍະ 43 ປີ ທີ່ຜ່ານມາ, ຊຶ່ງ ສປປ ລາວ ຍາມໃດກໍກຽມພ້ອມ ທີ່ຈະເພີ່ມທະວີການພົວພັນຮ່ວມມືກັບບັນດາປະຊາຊາດໃນໂລກ ໃນຂະແໜງການຕ່າງໆ ທີ່ມີທ່າແຮງບົ່ມຊ້ອນ ແລະ ທ່າໄດ້ປຽບຄ້າຍຄືກັນ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຶ່ງເປັນປັດໄຈສຳຄັນອັນໜຶ່ງ ທີ່ປະກອບສ່ວນເຮັດໃຫ້ ກາຍເປັນປະເທດເຊື່ອມຈອດ ຂອງອະນຸພາກພື້ນຢ່າງແທ້ຈິງ ກໍຄື ການຊ່ວຍເຫຼືອໃຫ້ ສປປ ລາວ ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ສະພາວະດ້ອຍພັດທະນາ ໃນອານາຄົດອັນໃກ້ນີ້.