ກອງປະຊຸມສາມັນປະຈຳປີ ຄັ້ງທີ XXVIII ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນ ໃນວັນທີ 10 ທັນວາ 2018 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. ຄະນະຜູ້ແທນຊາຍແດນຝ່າຍລາວ ນຳໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ທ່ານ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຍັງມີບັນດາຮອງເຈົ້າແຂວງທີ່ມີຊາຍແດນຕິດຈອດກັນຂອງສອງປະເທດ, ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ສັນຍາວ່າດ້ວຍລະບຽບການຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ແລະ ບົດບັນທຶກກອງປະຊຸມຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ XXVII ໃນໜຶ່ງປີຜ່ານມາ, ຊຶ່ງສອງຝ່າຍໄດ້ສັງເກດຕີລາຄາຄືນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບ ວຽກງານການຄຸ້ມຄອງຊາຍແດນ, ການພັດທະນາເສດຖະກິດ, ການຄ້າ, ວັດທະນະທຳ ແລະ ທ່ອງທ່ຽວຊາຍແດນ, ການເຊື່ອມຕໍ່ເສັ້ນທາງຄົມມະນາຄົມ, ການເຮັດທົດລອງການກວດກາ “ປະຕູດຽວ-ຄັ້ງດຽວ” ຢູ່ທີ່ດ່ານສາກົນແດນສະຫວັນ-ລາວບາວ, ການປະຕິບັດຂໍ້ຕົກລົງຂັ້ນລັດຖະບານ ກ່ຽວກັບ ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ, ກອງປະຊຸມຄັ້ງນີ້ສອງຝ່າຍໄດ້ຕີລາຄາສູງ ຕໍ່ການປະຕິບັດໜ້າທີ່ຂອງອົງການຊາຍແດນ ແລະ ເຈົ້າໜ້າທີ່ຊາຍແດນນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຄຸ້ມຄອງຄວາມເປັນລະບຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງ ສອງປະເທດ, ຊຶ່ງໄດ້ເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ -ຫວຽດນາມ, ທັງນີ້ ເພື່ອສ້າງຊາຍແດນ ຂອງສອງປະເທດໃຫ້ກາຍ ເປັນຊາຍແດນ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາແບບຍືນຍົງຕະຫລອດການ.
ນອກຈາກນີ້, ສອງຝ່າຍຍັງໄດ້ເປັນເອກະພາບກັນວາງທິດທາງແຜນການປະຕິບັດວຽກງານໃນຕໍ່ໜ້າກ່ຽວກັບວຽກງານການຄຸ້ມຄອງຊາຍແດນ ລະຫວ່າງ ສອງປະເທດ, ໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບການຄຸ້ມຄອງຊາຍແດນ, ການປົກປັກຮັກສາເສັ້ນຊາຍແດນ ແລະ ຫັຼກໝາຍຊາຍແດນປະເທດ. ໃຫ້ປະຊາຊົນຢູ່ ຕາມບໍລິເວນຊາຍແດນເຂົ້າໃຈແຈ້ງກ່ຽວກັບເຂດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງຊາດ. ສອງຝ່າຍຈະເພີ້ມທະວີບັນດາມາດຕະການຊຸກຍູ້ໃຫ້ເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວຢູ່ຕາມບໍລິເວນຊາຍແດນໃຫ້ມີການຂະຫຍາຍຕົວ, ຂຶ້ນແຜນຍຸດທະສາດ ແລະ ພັດທະນາດ່ານ ແຕ່ນີ້ຮອດປີ 2025 ແລະ ວິໃສທັດຮອດປີ 2035, ເພີ້ມທະວີການຈັດຕັ້ງປະຕິບັດຂໍ້ຕົກລົງລະດັບລັດຖະບານ ວ່າດ້ວຍການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້.
ກອງປະຊຸມໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງບໍ່ຢຸດຢັ້ງ.