ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ, ເຊີ່ງຈັດຂື້ນໃນວັນທີ 18 ມັງກອນ 2019, ທີ່ ຊຽງໃໝ່, ປະເທດໄທ ພາຍໃຕ້ຄໍາຂວັນທີ່ ໄທ ເປັນປະທານອາຊຽນໃນປີ 2019 ຄື: “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ”. ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມຄັ້ງທໍາອິດຂອງລັດຖະມົນຕີຕ່າງປະເທດອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ໄທ ໃນປີ 2019.
ກອງປະຊຸມ ໄດ້ຮັບຊາບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດຄໍາຕົກລົງ ຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດບັນດາເອກະສານແຜນແມ່ບົດ ສໍາລັບ ສາມເສົາຄໍ້າປະຊາຄົມອາຊຽນ 2025, ແຜນງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີສາມ ແລະ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຈອດອາຊຽນ 2025.
ກອງປະຊຸມ ໄດ້ປຶກສາຫາລື ແລະ ຮັບຊາບ ບັນດາຂໍ້ລິເລີ່ມບູລິມະສິດ ສໍາລັບການເປັນປະທານອາຊຽນ ຂອງ ໄທ ເປັນຕົ້ນແມ່ນ ການຮັດແໜ້ນຄວາມອາດສາມາດຂອງອາຊຽນ ໃນການຮັບມືກັບສິ່ງທ້າທາຍຕ່າງໆ ທີ່ອາດສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ແລະ ສັນຕິພາບຂອງພາກພື້ນ, ສົ່ງເສີມຄວາມໝັ້ນຄງຂອງພາກພື້ນແບບຍືນຍົງ, ການກະກຽມຄວາມພ້ອມ ເພື່ອຮັບມືກັບ ຍຸກແຫ່ງການປະຕິວັດອຸດສາຫະກຳ 4.0, ສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດອາຊຽນ ໂດຍຜ່ານ ການຄ້າ, ການລົງທຶນ ແລະ ທ່ອງທ່ຽວ, ສ້າງຄວາມສາມາດໃນການພັດທະນາເສດຖະກິດ ແບບຍືນຍົງ ແລະ ສົ່ງເສີມການເປັນຄູ່ຮ່ວມ ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນອາຊຽນ. ກອງປະຊຸມ ໄດ້ເຫັນດີມອບໃຫ້ຂະແໜງການກ່ຽວຂ້ອງ ຂອງອາຊຽນ ສືບຕໍ່ປຶກສາຫາລື ລາຍລະອຽດບັນດາຂໍ້ລິເລີ່ມບູລິມະສິດຕ່າງໆ.
ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ. ໂດຍສະເພາະ ການກະກຽມກອງປະຊຸມລັດຖະມົນຕີອາຊຽນ-ອີຢູ ໃນເດືອນມັງກອນ 2019 ທີ່ ບຣຸກແຊນ ແລະ ການກະກຽມກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ ໃນທ້າຍປີ 2019 ທີ່ ສ.ເກົາຫຼີ. ໃນໂອກາດນີ້, ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ ແລະ ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ບັນຫາທີ່ເປັນສິ່ງທ້າທາຍຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ຂອງໂລກ, ສົງຄາມການຄ້າລະຫວ່າງປະເທດມະຫາອຳນາດ, ບັນຫາການກໍ່ການຮ້າຍ, ໄພພິບັດທໍາມະຊາດ ແລະ ອື່ນໆ.
ໃນກອງປະຊຸມຄັ້ງນີ້ ທ່ານ ລັດຖະມົນຕີ ສະເຫຼີມໄຊ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນ ຂອງການຮ່ວມມື ເພື່ອຮັດແຄບຄວາມແຕກໂຕນ ທາງດ້ານການພັດທະນາ ລະຫວ່າງ ປະເທດສະມາຊິກອາຊຽນ ແລະ ການເຊື່ອມຈອດພາກພື້ນ ເພື່ອຫຼຸດຜ່ອນຄວາມແຕກໂຕນ ດ້ານການພັດທະນາໃນອາຊຽນ. ໃນຂະນະດຽວກັນ, ອາຊຽນ ຄວນສືບຕໍ່ສົ່ງເສີມບົດບາດ ຄວາມເປັນແກນກາງຂອງຕົນ ໃນການພົວພັນກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ.