ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພັກ-ລັດຖະບານລາວ ເຂົ້າຮ່ວມພິທີຊາປະນາກິດສົບຂອງ ສະຫາຍ ເລ ດຶກ ແອັງ, ອະດີດປະທານປະເທດ ຫວຽດນາມ, ທີ່ ນະຄອນຫຼວງຮ່າໂນ້ຍ

20190503VNP

20190503VNP1

20190503VNP2

20190503VNP3

20190503VNP4

 

ໃນລະຫວ່າງວັນທີ 02-03 ພຶດສະພາ 2019, ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວບັນດາເຜົ່າໄດ້ນຳພາຄະນະເຂົ້າຮ່ວມພິທີຊາປະນາກິດສົບຂອງສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ,ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທີ່ ນະຄອນຫຼວງຮ່າໂນ້ຍ.

ໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2019, ສະຫາຍ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ຂຽນປື້ມໄຫວ້ອາໄລຢ່າງເປັນທາງການ ທີ່ ຫໍຊາປະນາກິດສົບແຫ່ງຊາດ, ເຮືອນເລກທີ 5 ເຈິ່ນ ແຖງ ຕົງ, ນະຄອນຫຼວງຮ່າໂນ້ຍເພື່ອສະແດງຄວາມໄຫວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອະດີດປະທານປະເທດ ແຫ່ງ ສສ.ຫວຽດນາມ. ການຈາກໄປຂອງສະຫາຍເລ ດຶກ ແອັງ ທີ່ບໍ່ມີວັນຫວນຄືນມານັ້ນ ເປັນການສູນເສຍຜູ້ນຳທີ່ສຳຄັນ ບໍ່ພຽງແຕ່ຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງເທົ່ານັ້ນແຕ່ຍັງເປັນການສູນເສຍເພື່ອນມິດສະຫາຍທີ່ໃກ້ຊິດ ແລະ ສະໜິດສະໜົມ ຂອງ ພັກ-ລັດ ກໍ່ຄື ປະຊາຊົນລາວ ອີກດ້ວຍ.

ສະຫາຍ ເລ ດຶກ ແອັງ ເປັນຜູ້ໜຶ່ງທີ່ປະກອບສ່ວນອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສສ.ຫວຽດນາມ ໃນຕະຫຼອດຊີວິດຂອງການເຄື່ອນໄຫວປະຕິວັດຫຼາຍກວ່າ 80 ປີ ຂອງຕົນ ທັງໃນຂະບວນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ, ກອບກູ້ ແລະ ທ້ອນໂຮມປະເທດຊາດຫວຽດນາມ ແລະ ໃນສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ສະຫາຍ ເລ ດຶກ ແອັງ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນສຳຄັນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ.ຫວຽດນາມ ຕະຫຼອດມາ.

ໃນໂອກາດດຽວກັນນີ້, ທີ່ ຫ້ອງວ່າການລັດຖະບານ ແຫ່ງ ສສ. ຫວຽດນາມ, ສະຫາຍ ໄຊສົມພອນ ພົມວິຫານ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າພົບປະຢ້ຽມຢາມ ສະຫາຍ ຫງວຽນ ຊວນ ຟຸກ,ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມເພື່ອສະແດງຄວາມເສົ້າໂສກເສຍໃຈອາໄລຮັກຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມທຸກໂສກເສຍໃຈ ຕໍ່ການຈາກໄປຂອງ ສະຫາຍ ເລ ດຶກ ແອັງ, ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄວາມເສົ້າສະຫຼົດໃຈຈາກ ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ບັນດາການນຳຂັ້ນສູງພັກ-ລັດ ແຫ່ງ ສປປ ລາວ ມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມຕໍ່ການສູນເສຍອັນໃຫຍ່ຫຼວງໃນຄັ້ງນີ້, ໂດຍສະເພາະແມ່ນຄອບຄົວ, ເພື່ອນມິດຂອງສະຫາຍ ເລ ດຶກ ແອັງ ດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486034
ມື້ນີ້165
ມື້ວານ168
ອາທິດນີ້1070
ເດືອນນີ້5339