ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປະຈໍາປີ ຄັ້ງທີ III ຂອງຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ຮອດປີ 2030

20191011SDG

20191011SDG120191011SDG2

ໃນຕອນເຊົ້າຂອງ ວັນທີ 11 ມິຖຸນາ 2019, ຄະນະຊີ້ນໍາລະດັບຊາດເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ຮອດປີ 2030 ໄດ້ຈັດກອງປະຊຸມປະຈໍາປີ ຄັ້ງທີ III ຂອງຕົນຂື້ນ ທີ່ ສູນການຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC), ນະຄອນຫຼວງວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ                   ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການ ຕ່າງປະເທດ, ຮອງປະທານ ແລະ ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ, ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.

      ກອງປະຊຸມ ໄດ້ຮັບຟັງການລາຍງານຂອງກອງເລຂາ ປພຍ ກ່ຽວກັບຜົນສໍາເລັດ, ຄວາມຄືບໜ້າ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງການຈັດຕັ້ງປະຕິບັດວຽກງານ ປພຍ ປະຈໍາສົກປີ 2018-2019 ແລະ ແຜນການທິດທາງໃນຕໍ່ໜ້າ. ໃນໄລຍະໜຶ່ງປີທີ່ຜ່ານມາ, ກອງເລຂາ ແລະ ຄະນະຈຸດປະສານງານ ປພຍ ແຫ່ງຊາດ ໄດ້ເຮັດວຽກຢ່າງໃກ້ຊິດ ກັບຂະແໜງ ການກ່ຽວຂ້ອງຂອງລັດ ໃນການສືບຕໍ່ເຊື່ອມສານບັນດາເປົ້າໝາຍ ແລະ ຕົວຊີ້ບອກ ປພຍ ໃຫ້ສອດຄ່ອງ ແລະ ແທດເໝາະກັບວຽກຂອງແຕ່ລະຂະແໜງການເພື່ອຮັບປະກັນການຈັດຕັ້ງປະຕິບັດ ປພຍ ໃຫ້ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8, ຍຸດທະສາດປີ 2025 ແລະ ວິໄສທັດ 2030 ແນ່ໃສ່ໃຫ້ບັນລຸເປົ້າໝາຍອັນດຽວກັນ. ປັດຈຸບັນ ສປປ ລາວ ສາມາດເຊື່ອມສານ ແລະ ສັງລວມໄດ້ຕົວຊີ້ບອກ ປພຍ ທັງໝົດຈໍານວນ 238 ຕົວຊີ້ບອກ ແລະໃນນັ້ນມີ 60 ສ່ວນ​ຮ້ອຍ ຂອງຕົວຊີ້ບອກ ແມ່ນໄດ້ເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 8 ແລ້ວ. ເວົ້າ​ລວມ​ແລ້ວ, ວຽກ​ງານ ປ​ພຍ ແມ່ນ​ໄດ້​ຖືກ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ກ້​ວາງ​ຂວາງ ຢູ່ ສ​ປ​ປ ລາວ ແລະ ກວມ​ເອົາ​ທຸກໆ​ຂະ​ແໜງ​ການ ເຊັ່ນ: ເສດ​ຖະ​ກິດ, ສັງ​ຄົມ, ສິ່ງ​ແວດ​ລ້ອມ ແລະ ອື່ນໆ. ພ້ອມດຽວກັນນີ້ ກອງປະຊຸມຄັ້ງນີ້ຍັງເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານສະຖິຕິ ເພື່ອສ້າງຖານຂໍ້ມູນທີ່ມີຄຸນນະພາບ ແລະ ການລາຍງານທີ່ເປັນລະບົບ ແນ່ໃສ່ຮັບປະກັນການຕິດຕາມ ແລະ ການປະເມີນຜົນການຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງໃນແຕ່ລະໄລຍະໃຫ້ໄດ້ຕາມຄາດໝາຍ. ນອກຈາກນັ້ນ, ວຽກງານການເຜີຍແຜ່ ແລະ ໂຄສະນາ ກ່ຽວກັບ ປພຍ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍ່ແມ່ນອີກໜຶ່ງບູລິມະສິດທີ່ຈໍາເປັນຕ້ອງໄດ້ເອົາໃຈໃສ່, ໂດຍສະເພາະ ພະ​ນັກ​ງານ, ລັດ​ຖະ​ກອນ, ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຫຼາຍຂື້ນກ່ຽວກັບ ປພຍ.

ກອງປະຊຸມ ຍັງໄດ້ເຫັນດີເປັນເອກະພາບຮັບຮອງເອົາ ແຜນປະຕິບັດງານແຫ່ງຊາດ ເພື່ອຈັດຕັ້ງປະຕິບັດວາລະປີ 2030 ເພື່ອການພັດທະນາແບບຍືນຍົງ (National Roadmap for the Implementation of the 2030 Agenda for Sustainable Development in the Lao PDR) ທີ່ເປັນເອກະສານພື້ນຖານການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ຊຶ່ງແຜນດັ່ງກ່າວຍັງໄດ້ກວມເອົາແຜນດໍາເນີນງານແຫ່ງຊາດເພື່ອການສື່ສານ, ໂຄສະນາ ແລະ ເຜີຍແຜ່ ເປົ້າໝາຍການພັດທະນາແບບຍືນຍົງ (National SDG Communication Work plan). ກອງປະຊຸມຍັງໄດ້ເຫັນດີເປັນເອກະພາບ ແລະ ຮັບຮອງເອົາກາສັນຍາລັກ ປພຍ ແຫ່ງຊາດ ແລະ ການແປຄໍາຂວັນ ປພຍ ຈາກພາສາອັງກິດ “Leaving No One Behind”ມາເປັນພາສາລາວບໍ່ປະປ່ອຍຜູ້ໃດໄວ້ທາງຫຼັງ.

ທ່ານ ສະເຫລີມໄຊ ກົມມະສິດ,​ ປະທານກອງປະຊຸມ ໄດ້ເນັ້ນໜັກເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງການດັດປັບການຈັດຕັ້ງປະຕິບັດ ປພຍ ຂອງສາກົນໃຫ້ສອດຄ່ອງ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງຢູ່ປະເທດເຮົາ, ທັງນີ້ກໍເພື່ອເຮັດໃຫ້ການເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະໃຫ້ມີປະສິດຕິຜົນ​, ແນ່ໃສ່ການຫຼຸດຜ່ອນຄວາມທຸກຍາກໃຫ້ໄດ້ໂດຍພື້ນຖານ ແລະ ນໍາປະເທດເຮົາຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC). ໃນຕໍ່ໜ້ານີ້, ການຈັດຕັ້ງປະຕິບັດ ປພຍ ຕ້ອງໄດ້ສຸ່ມໃສ່ແກ້ໄຂສິ່ງທ້າທາຍທີ່ລາວເຮົາກໍາລັງປະເຊີນຢູ່, ໂດຍສະເພາະ ແມ່ນການສ້າງສະພາບແວດລ້ອມເຮັດໃຫ້ເສດຖະກິດມີຄວາມເຕີບໂຕຢ່າງຕໍ່ເນື່ອງ ເພື່ອສູ້ຊົນໃນການບັນລຸມາດຖານດັດສະນີຄວາມບອບບາງທາງດ້ານເສດຖະກິດ (EVI) ທີ່ ສປປ ລາວ ຍັງບໍ່ສາມາດບັນລຸໄດ້ເທື່ອ, ຊຶ່ງນີ້ກໍ່ແມ່ນອີກຂີດໝາຍໜຶ່ງທີ່ຈໍາເປັນຕ້ອງເອົາໃຈໃສ່ໃນປີຕໍ່ໜ້າ. ພ້ອມກັນນັ້ນ, ທ່ານ ປະທານ ຍັງໄດ້ຊີ້ນໍາໃຫ້ ແຕ່ລະພາກສ່ວນຕ້ອງຊຸກຍູ້ຢ່າງຫ້າວຫັນໃນການປູກຈິດສໍານຶກ ແລະ ສົ່ງເສີມການມີສ່ວນຮ່ວມທັງສາຍຕັ້ງ ແລະ ສາຍຂວາງ ແລະ ພາລະບົດບາດຂອງທຸກພາກສ່ວນໃນສັງຄົມໃນການປະກອບສ່ວນເຂົ້າໃນວຽກງານການພັດທະນາ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແລະ ຜົນໄດ້ຮັບໃຫ້ມີປະສິດຕິພາບ, ມີປະສິດຕິຜົນ, ມີຈຸດສຸມ, ມີຄວາມຍືນຍົງ ແລະ ປະຕິບັດໄດ້ພາຍໃຕ້ຄໍາຂວັນ ບໍ່ປະປ່ອຍຜູ້ໃດໄວ້ທາງຫຼັງຂອງຂະບວນການພັດທະນາ

ອົງການ ສະ​ຫະ​ປະ​ຊາ​ຊາດ (ສປຊ) ໄດ້ຮັບຮອງເອົາ ວາລະປີ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຊຶ່ງປະກອບມີ 17 ເປົ້າໝາຍ ໃນປີ 2015, ໂດຍມີຈຸດປະສົງເພື່ອແກ້ໄຂບັນຫາ ແລະ ສິ່ງທ້າທາຍຂອງໂລກໃນປະຈຸບັນ ເຊັ່ນ: ບັນຫາຄວາມທຸກຍາກ, ບັນຫາຄວາມສະເໝີພາບ, ສະພາບແວດລ້ອມ ແລະ ອື່ນໆ ເພື່ອຮັບ​ປະ​ກັນ​​ສ້າງ​ອະ​ນາ​ຄົດ​ທີ່​ຍືນ​ຍົງ​ຂອ​ງ​ສັງຄົມມະ​ນຸດ. ນັບແຕ່ການຮັບຮອງເອົງເປົ້າໝາຍຂອງສາກົນໃນປີ 2016 ເປັນຕົ້ນມາ ລັດຖະບານລາວ ໄດ້ສືບຕໍ່ໃຫ້ຄວາມສໍາຄັນແກ່ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວາລະດັ່ງກ່າວ, ໂດຍສະເພາະ ໄດ້ຕົກລົງຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ, ເປົ້າໝາຍທີ 18ຊີວິດປອດໄພຈາກລະເບີດບໍ່ທັນແຕກເພື່ອຫຼຸດຜ່ອນກະທົບຈາກລະເບີດບໍ່ທັນແຕກໃນການພັດທະນາຂອງປະເທດ. ພ້ອມກັນນັ້ນ, ສປປ ລາວ ໄດ້ສ້າງຕັ້ງກົນໄກການຈັດຕັ້ງປະຕິບັດວຽກງານ ປພຍ ເພື່ອຮັບປະກັນຜົນສໍາເລັດຕາມເປົ້າໝາຍ ແລະ ຄາດໝາຍທີ່ວາງໄວ້, ຊຶ່ງປະກອບມີ: ຄະນະຊີ້ນໍາລະດັບຊາດຂື້ນໂດຍພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ ໂດຍມີລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ ຂອງບັນດາກະຊວງທີ່ກ່ຽວຂ້ອງ ແລະ ການນໍາຂອງອົງການຈັດຕັ້ງມະຫາຊົນ ປະກອບເປັນຄະນະ; ຄະນະຈຸດປະສານງານ ແລະ ກອງເລຂາ ປພຍ ແຫ່ງຊາດ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485871
ມື້ນີ້2
ມື້ວານ168
ອາທິດນີ້907
ເດືອນນີ້5176