ໃນວັນທີ 23 ມັງກອນ 2020, ທີ່ ໂຮງແຮມ ລາວພລາຊາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ມາເຣຍ ນາຕາເຣຍ ກຸເຕີເຣສ ວີກັສ ຄາລາສກາລາວ (Maria Natalia Gutterres Viegas Carrascalao), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດໜ້າທີ່ການທູດຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ຂອງທ່ານທູດຕະຫຼອດໄລຍະດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ ກໍ່ຄືປະຊາຊົນສອງຊາດ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ຕີມໍ-ເລສເຕທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ຕໍ່ເຫດການໄພພິບັດທາງທຳມະຊາດຢູ່ແຂວງອັດຕະປືໃນປີ 2018, ຊຶ່ງໄດ້ໃຫ້ການຊ່ວຍເຫຼືອເປັນເງິນ ຈໍານວນ 750.000 ໂດລາ ສະຫະລັດ.
ໃນຕອນທ້າຍ, ທ່ານ ລັດຖະມົນຕີໄດ້ອວຍພອນໃຫ້ທ່ານທູດ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ອັນ ໃໝ່ ແລະເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ. ໃນຂະນະດຽວກັນ, ທ່ານ ທູດກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ ແລະ ຈະສືບຕໍ່ ໃຫ້ການຮ່ວມມືໃນທຸກດ້ານ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ຕີມໍ-ເລສເຕ- ສປປ ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.