ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ

 

MeetGoverner1

ພົບປະກັບ ທ່ານ ປອ. ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ, ເຈົ້າແຂວງ-ແຂວງຈໍາປາສັກ

 

MeetGoverner4

ເປັນປະທານໃນກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍ ຊາຍແດນແຫ່ງຊາດ ຮ່ວມກັບການນໍາ ແລະ ພາກສ່ວນກ່ຽວຂ້ອງຂອງ 4 ແຂວງພາກໃຕ້ 

 

MeetGoverner5

 

MeetGoverner6

ເຜີຍແຜ່ສະພາບການທີ່ພົ້ນເດັ່ນໃນພາກພື້ນ, ສາກົນ ແລະ ວຽກງານຊາຍແດນ 

 

MeetGoverner7

ໂອ້ລົມອ້າຍນ້ອງກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ທາງບົກ, ລາວ-ໄທ ທາງນໍ້າ ແລະ ລາວ-ກໍາປູເຈຍ

 

ໃນລະຫວ່າງວັນທີ 5-8 ສິງຫາ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະມາເຄື່ອນໄຫວເຮັດວຽກ ທີ່ ແຂວງຈໍາປາສັກ, ຊຶ່ງໃຫ້ການຕ້ອນຮັບໂດຍ ທ່ານ ປອ. ວິໄລວົງ ບຸດດາຄໍາ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານພັກແຂວງ, ເຈົ້າແຂວງ-ແຂວງຈໍາປາສັກ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ. 

ໃນໂອກາດມາເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຜີຍແຜ່ສະພາບການທີ່ພົ້ນເດັ່ນໃນພາກພື້ນ, ສາກົນ ແລະ ວຽກງານຊາຍແດນ ໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງ, ທະຫານ, ຕໍາຫຼວດ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜ່ົ່າໃນທົ່ວແຂວງຈໍາປາສັກ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງສະພາບການທີ່ເກີດຂຶ້ນໃນປະຈຸບັນ ແລະ ພົບປະເຮັດວຽກກັບການນໍາຂອງແຂວງຈໍາປາສັກ. 

ຈາກນັ້ນ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດເປັນປະທານໃນກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍ ຊາຍແດນແຫ່ງຊາດ ຮ່ວມກັບການນໍາ ແລະ ພາກສ່ວນກ່ຽວຂ້ອງຂອງ 4 ແຂວງພາກໃຕ້ ເພື່ອທາບທາມຄຳຄິດຄຳເຫັນອຳນາດການປົກຄອງທ້ອງຖິ່ນ, ຊຶ່ງຜ່ານມາກະຊວງການຕ່າງປະເທດ ໄດ້ທາບທາມຮ່າງກົດໝາຍດັ່ງກ່າວຮ່ວມກັບ 8 ແຂວງພາກເໜືອ ແລະ 6 ແຂວງພາກກາງສໍາເລັດແລ້ວ. ຫຼັງຈາກສໍາເລັດຂະບວນການທາບທາມຄໍາເຫັນຕໍ່ຮ່າງກົດໝາຍສະບັບນີ້ແລ້ວ, ຄະນະຮັບຜິດຊອບສ້າງຮ່າງກົດໝາຍ ກໍຈະສັງລວມຄຳເຫັນ ແລະ ຂໍ້ສະເໜີ ຕ່າງໆ ເພື່ອນຳໄປປັບປຸງໃຫ້ມີເນື້ອໃນ ລະອຽດ, ຈະແຈ້ງ, ຄົບຖ້ວນ ແລະ ຮັດກຸມ ເພື່ອໃຫ້ສາມາດນໍາເອົາຮ່າງກົດໝາຍດັ່ງກ່າວ ເຂົ້າພິຈາລະນາຢູ່ກອງປະຊຸມລັດຖະບານ ປະຈຳ ເດືອນສິງຫາ 2020 ແລະ ນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍປີ 2020 ຕາມລໍາດັບ. 

ໃນໂອກາດນີ້, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ໂອ້ລົມອ້າຍນ້ອງກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ທາງບົກ, ລາວ-ໄທ ທາງນໍ້າ ແລະ ລາວ-ກໍາປູເຈຍ ທີ່ພວມປະຈໍາການ ແລະ ເຮັດວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັບປະເທດໃກ້ຄຽງຢູ່ແຂວງຈໍາປາສັກ ເພື່ອເປັນທິດທາງ ແລະ ຂວັນກໍາລັງໃຈໃນການສືບຕໍ່ດໍາເນີນວຽກງານຊາຍແດນອັນໜັກໜ່ວງ, ແຕ່ມີກຽດທີ່ພັກ-ລັດມອບໝາຍໃຫ້.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486679
ມື້ນີ້72
ມື້ວານ161
ອາທິດນີ້341
ເດືອນນີ້72