ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໃຫຍ່ຂອງຜູ້ແທນກຳມະບານກະຊວງການຕ່າງປະເທດ ຄັ້ງທີ XI

 

TradeUnionMeeting1

TradeUnionMeeting2

TradeUnionMeeting3

 

ສະຫະພັນ ​ກຳມະບານ ກະຊວງ​ການ​ຕ່າງປະ​ເທດ ໄດ້​ດຳ​ເນີນກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XIຂອງ​ຕົນຂຶ້ນ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ11 ສິງຫາ 2020, ທີ່​ ສູນ​ການ​ຮ່ວມມືສາກົນ ​ແລະ ຝຶກ​ອົບຮົມ​ (ICTC), ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ສະຫາຍ ບົວພັດ ພຸດທະວົງ, ປະທານ​ຄະນະບໍລິຫານງານສະຫະພັນ​ກຳມະບານກະຊວງ​ການ​ຕ່າງປະ​ເທດ ​​​ໂດຍ​ການໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ປ້ານ ນ້ອຍມະນີ, ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກຳມະບານລາວ; ມີ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂອງ​ກະຊວງ, ຄະນະ​ບໍລິຫານ​ງານ​ສະຫະພັນ​ກຳມະບານ, ຜູ້​ແທນ​ສົມບູນ, ສະມາຊິກກຳມະບານ ​ແລະ ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ໃນກອງ​ປະຊຸມ​ໃຫຍ່ຄັ້ງນີ້, ສະຫາຍ ບົວພັດ ພຸດທະວົງ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໂດຍໄດ້ທົບທວນຄືນສະພາບການເຄື່ອນໄຫວວຽກງານກຳມະບານຢູ່ກະຊວງການຕ່າງປະເທດ ຕະຫຼອດໄລຍະ 04 ປີ ກວ່າຜ່ານມາ ແລະ ທິດທາງຄາດໝາຍສູ້ຊົນໃນໄລຍະ 05 ປີ ຕໍ່ໜ້າ (2020-2025), ໄດ້ຕີລາຄາຜົນງານອັນພົ້ນເດັ່ນ ແລະ ຜົນສໍາເລັດທີ່ຍາດມາໄດ້ໃນການເຄື່ອນໄຫວ, ພ້ອມທັງຍົກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນມາໄດ້ ໃນດ້ານຕ່າງໆທີ່ສະຫະພັນກຳມະບານກະຊວງການຕ່າງປະເທດຍາດມາໄດ້. ປັດຈຸບັນ, ຄະນະສະຫະພັນກໍາມະບານກະຊວງ ມີຈໍານວນ 09 ສະຫາຍ, ຍິງ 02 ສະຫາຍ ຈາກຈໍານວນທັງໝົດ 11 ສະຫາຍ, ຄະນະກໍາມະບານຮາກຖານ ກະຊວງການຕ່າງປະເທດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ມີທັງໝົດ 57 ຮາກຖານ, ມີສະມາຊິກທັງໝົດ 750 ສະຫາຍ, ຍິງ 300 ສະຫາຍ. ສະຫະພັນ​ກຳມະບານກະຊວງການຕ່າງປະເທດ ຍາມໃດກໍ່​ໄດ້​ຖື​ເອົາ​ວຽກງານ​ໂຄສະນາ​ສຶກສາ​ອົບຮົມ​ດ້ານການ​ເມືອງ-ແນວ​ຄິດ​ໃຫ້​ແກ່​ສະມາຊິກ​ກຳມະບານ​ຂອງ​ຕົນ ​ ເພື່ອໃຫ້​​ເຊື່ອມ​ຊຶມ​ແນວທາງ​ນະ​ໂຍບາຍຂອງ​ພັກ, ກົດໝາຍຂອງລັດ ແລະ ​ກຳ​ໄດ້​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງພັກຢ່າງໜັກແໜ້ນ. ​ພ້ອມດຽວກັນນີ້, ສະຫະພັນກໍາມະບານກະຊວງການຕ່າງປະເທດ ກໍ່ໄດ້​ມີ​ການ​ເຄື່ອນ​ໄຫວ​ວຽກງານ​ກຳມະບານ ​ໂດຍ​ຖື​ເອົາ​ຂໍ້​ແຂ່ງຂັນ 5 ​ເປັນ​ເຈົ້າ ທີ່​ສູນ​ກາງ​ກຳມະບານ​ລາວ​ວາງ​ອອກ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂດຍ​ຕິດ​ພັນ​ກັບ​ວຽກງານ​ວິຊາ​ສະ​ເພາະ​ຂອງ​ຕົນ.

ກອງ​ປະຊຸມໃຫຍ່​ຄັ້ງນີ້ ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອ​ກເອົາຄະນະບໍລິຫານງານ ສະຫະພັນ​ກຳມະບານກະຊວງການຕ່າງປະເທດຊຸດໃໝ່, ຊຶ່ງ​ມີ​ຜູ້​ສະໝັກທັງໝົດ 15 ສະຫາຍ, ຍິງ03 ສະຫາຍ, ​ເລືອກ​ເອົາ 11 ສະຫາຍ. ກອງ​ປະຊຸມ​ຄັ້ງ​ປະຖົມມະລຶກໄດ້​ເປັນ​ເອກະ​ສັນ​ເລືອກ​ເອົາ ສະຫາຍ ວັນທາ ແສງເມືອງ, ເປັນ​ປະທານ;ສະຫາຍ ຄຳໄພ ພັນທອງດີ, ​ເປັນ​ຮອງປະທານ​ຜູ້​ທີ 1 ແລະ ສະຫາຍ ກັນຍາ ຄຳມຸງຄຸນ, ເປັນ​ຮອງ​ປະທານ​ຜູ້​ທີ 2​ແລະ ເປັນປະທານກວດກາ ​ເພື່ອ​ສືບຕໍ່ຊີ້ນຳ-ນຳພາ​ວຽກງານ​ການຈັດ​​ຕັ້ງ​ປະຕິບັດ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ​ຂອງ​ສະຫະພັນ​ກຳມະບານ​ກະຊວງ​ການ​ຕ່າງປະ​ເທດ ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ໃນໂອກາດດັ່ງກ່າວນີ້, ສະຫາຍ ປ້ານ ນ້ອຍມະນີ, ກຳມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ ໄດ້ຕາງໜ້າໃຫ້ສູນກາງສະຫະພັນກຳມະບານລາວໃຫ້ກຽດປະດັບຫຼຽນກຳມະບານສູງສຸດໃຫ້ແກ່ຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ທີ່ມີຜົນງານອັນພົ້ນເດັ່ນໃນການຊີ້ນຳ-ນຳພາ ສະຫະພັນກຳມະບານກະຊວງການຕ່າງປະເທດໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ໃນ​ກອງ​ປະຊຸມ ຜູ້​ແທນ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຂອງ​ ສະຫາຍ ປ້ານ ນ້ອຍມະນີ ຊຶ່ງ​ສະຫາຍ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຜົນງານ​ທີ່ສະຫະພັນ​ກຳມະບານກະຊວງ​ການ​ຕ່າງປະເທດ ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ​ໄດ້​ເນັ້ນ​ໃຫ້​ກຳມະບານທຸກ​ຂັ້ນຈົ່ງ​ຊ່ວຍ​ກັນ​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງ, ປະຕິບັດ​ສິດ​ພາລະ​ບົດບາດ​ກຳມະບານ​ຕິດ​ພັນ​ກັບ​ວຽກງານ​ຂອງ​ຕົນ​ໃຫ້​ແທດ​ເໝາະ ​​ແນ​ໃສ່​ເຮັດ​ໃຫ້​ສະມາຊິກ​ກຳມະບານ, ກຳມະກອນ, ຜູ້​ອອກ​ແຮງ​ງານ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ຕໍ່​ແນວທາງ​ຂອງ​ພັກ​ແລະ ກົດ​ລະບຽບຂອງ​ລັດ ກໍ​ຄື​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ເຮົາ​ເພື່ອ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ເຂົາ​ເຈົ້າ​ຢ່າງ​ແທ້​ຈິງ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486604
ມື້ນີ້158
ມື້ວານ142
ອາທິດນີ້266
ເດືອນນີ້5909