ໃນຕອນເຊົ້າວັນທີ 02 ກັນຍາ 2020, ທີ່ ຫໍວັດທະນະທຳແຫ່ງຊາດ ໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີທ່ານ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສປປ ລາວພ້ອມດ້ວຍການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງລາວ ແລະຫວຽດນາມເຂົ້າຮ່ວມເປັນຈຳນວນຫລາຍ.
ໃນໂອກາດດັ່ງກ່າວ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວຄຳປາໄສຕໍ່ພິທີໂຮມຊຸມນຸມໂດຍມີເນື້ອໃນດັ່ງນີ້:ມື້ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສປປ ລາວ, ແນວລາວສ້າງຊາດ, ອໍານາດການປົກຄອງນະຄອນຫຼວງວຽງຈັນ, ສະມາຄົມມິດຕະພາບລາວ-ຫວຽດນາມ ສູນກາງ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງ ທີ່ໄດ້ຈັດຕັ້ງພິທີໂຮມຊຸມນຸມອັນເຄັ່ງຂຶມນີ້ຂຶ້ນ ເພືື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ວັນຄົບຮອບ 75 ປີ ແຫ່ງການສະຖາປະນາເປັນ ປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຊີ່ງເປັນລັດກໍາມະກອນ-ຊາວນາ ລັດທໍາອິດຢູ່ອາຊີອາຄະເນ, ເຊິ່ງ ສະຫາຍ ປະທານສະພາແຫ່ງຊາດ ໄດ້ຢ້ຳວ່າ:ຊາດຫວຽດນາມ ແມ່ນຊາດວິລະຊົນ, ປະຊາຊົນຫວຽດນາມ ແມ່ນປະຊາຊົນວິລະຊົນ ໃນການຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມ, ພ້ອມທັງໄດ້ທົບທວນຄືນບັນດາຂີດໝາຍປະຫວັດສາດທີ່ສຳຄັນຂອງຫວຽດນາມຕະຫລອດໄລຍະ 75 ປີຜ່ານມາ, ພ້ອມກັນນັ້ນ, ສະຫາຍ ຍັງໄດ້ຕີລາຄາສູງທີ່ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມສາມາດຍາດໄດ້ໄຊຊະນະ ແລະ ຜົນງານໃຫຍ່ຫລວງຮອບດ້ານ ແລະມີລັກສະນະປະຫວັດສາດ, ໃນການຕໍ່ສູ້ຢ່າງທໍລະຫົດອົດທົນຈົນສາມາດປົດປ່ອຍຕົນເອງ ໃຫ້ຫລຸດພົ້ນອອກຈາກແອກຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ທັງເກົ່າແລະ ໃໝ່, ນຳພາປະເທດດຳເນີນພາລະກິດປ່ຽນແປງໃໝ່ ແລະສາມາດເຮັດໃຫ້ປະເທດຫລຸດພົ້ນອອກຈາກສະຖານະພາບປະເທດທຸກຍາກ ແລະດ້ອຍພັດທະນາ, ຖານະບົດບາດ ແລະ ຊື່ສຽງຂອງປະເທດຫວຽດນາມໄດ້ດັງກ້ອງໄກອອກໄປທົ່ວໂລກ. ນອກຈາກນີ້, ສະຫາຍ ຍັງໄດ້ຕີລາຄາສູງ ແລະ ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຮງກ້າ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ພາລະກິດຕໍ່ສູ້ປົດປ່ອຍໃນເມື່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງປະຊາຊົນລາວໃນປະຈຸບັນ ແລະ ໃຫ້ຄຳໝັ້ນສັນຍາວ່າ ສປປ ລາວ ຈະຮ່ວມກັບ ສສ.ຫວຽດນາມ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ປະທານໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ເປັນຜູ້ສ້າງຕັ້ງ ແລະ ເພີ່ມພູນຄູນສ້າງ ເຊິ່ງໄດ້ກາຍເປັນ ກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດລາວ-ຫວຽດນາມ, ທັງເປັນແບບຢ່າງທີ່ຫາຍາກໃນການພົວພັນສາກົນ ໃຫ້ຈະເລີນງອກງາມຕະຫຼອດໄປ ແລະ ກາຍເປັນມູນມໍລະດົກອັນລໍ້າຄ່າ ໃຫ້ແກ່ຮຸ່ນລູກ ຮຸ່ນຫຼານຂອງພວກເຮົາ ສືບທອດຕໍ່ໄປ. ແລະ ອວຍພອນໃຫ້ປະຊາຊົນຫວຽດນາມ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ອັນມີສະຫາຍ ຫງວຽນ ຟູ້ ຈ໋ອງ ເປັນຜູ້ນໍາໜ້ານັ້ນ ຈົ່ງຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ນໍາເອົາປະເທດຫວຽດນາມ ກ້າວສູ່ໄລຍະໃໝ່, ໄລຍະແຫ່ງການຫັນເປັນປະເທດອຸດສາຫະກໍາ ແລະ ທັນສະໄໝດ້ວຍບາດກ້າວອັນໜັກແໜ້ນ, ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ; ປະກອບສ່ວນຢ່າງສົມກຽດ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ຢູ່ພາກພື້ນ ແລະ ໃນໂລກ.
ໃນພິທີດັ່ງກ່າວ, ສະຫາຍ ເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈຳ ສປປ ລາວ ກໍ່ໄດ້ກ່າວເຖິງບັນດາຜົນງານ, ໄຊຊະນະຂອງຫວຽດນາມ ໃນຕະຫລອດ ໄລຍະ 75 ປີຜ່ານມາ, ພາຍໃຕ້ການນນຳພາອັນປີຊາສາມາດ, ສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມພ້ອມທັງຕີລາຄາສູງເຖິງມູນເຊື້ອແຫ່ງການພົວພັນແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ແລະໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດຖະບານ ແລະ ປະຊາຊົນລາວທີ່ຍາມໃດກໍໃຫ້ການສະໜັບສະໜູນຊ່ວຍເຫລືອ ພັກ-ລັດຖະບານ ແລະປະຊາຊົນຫວຽດນາມ ຕະຫລອດມາ ແລະ ຈະເຮັດທຸກຄວາມສາມາດເພື່ອປົກປັກຮັກສາ ແລະເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນ ແລະມີຜົນປະໂຫຍດຮ່ວມກັນຂອງສອງຊາດ ຫວຽດນາມ-ລາວ.