ໃນວັນທີ 19 ກຸມພາ 2021 ຜ່ານມາ ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ການຮ່ວມມືພາກພື້ນແລະສາກົນ ຂອງ ສປປ ລາວ ຂຶ້ນ ທີ່ ເມືອງໂຂງ, ແຂວງ ຈຳປາສັກ ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສົມບູນ ເຮືອງສາ,ຮອງເຈົ້າແຂວງຈຳປາສັກ ໂດຍມີຜູ້ເຂົ້າຮ່ວມຈາກສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງ ຈາກ ແຂວງ ຈຳປາສັກ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື ເຂົ້າຮ່ວມລວມທັງໝົດ 70 ທ່ານ. ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍໂຄງການຝຶກອົບຮົມສຳລັບນັກການທູດໜຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຊຶ່ງເປັນໜຶ່ງໃນໂຄງການທີ່ ສປປ ລາວ ໄດ້ຮັບອະນຸມັດຈາກກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນສົກປີ 2019-2020 ຜ່ານມາ. ໂດຍທີ່ປະຊຸມໄດ້ຮັບຟັງການເຜີຍແຜ່ກ່ຽວກັບໝາກຜົນຂອງການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືອານຸພາກພື້ນແມ່ນ້ຳຂອງ ກັບຄູ່ຮ່ວມພັດທະນາ ໂດຍໄດ້ລົງເລິກຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຊຶ່ງເຫັນວ່າໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຕັ້ງໜ້າ ທັງທາງກົງ ແລະ ທາງອ້ອມ. ພ້ອມດຽວກັນນັ້ນ, ທີ່ປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເງື່ອນໄຂ ແລະ ຂັ້ນຕອນການສະເໜີໂຄງການພາຍໃຕ້ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ໂຄງການຕົວແບບທີ່ ສປປ ລາວ ຈັດຕັ້ງປະຕິບັດ ພາຍໃຕ້ກອງທຶນດັ່ງກ່າວ. ນອກຈາກນັ້ນ, ກໍໄດ້ຮັບຟັງການນຳສະເໜີບົດກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງຜູ້ຕາງໜ້າຈາກບັນດາແຂວງທີ່ເຂົ້າຮ່ວມປະຊຸມ ຊຶ່ງໄດ້ຍົກໃຫ້ເຫັນເຖິງກາລະໂອກາດ ແລະ ສິ່ງທ້າທາຍໃນການພັດທະນາຢູ່ແຂວງຕ່າງໆ. ໃນຕອນທ້າຍ ກອງປະຊຸມໄດ້ສຸມໃສ່ແລກປ່ຽນຄຳຄິດຄຳເຫັນເພື່ອຊອກຫາກາລະໂອກາດ ໃນການໝູນໃຊ້ທ່າແຮງການຮ່ວມມືພາກພື້ນ ແລະ ສາກົນ ຂອງ ສປປ ລາວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືຂອງທ້ອງຖິ່ນໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ ໃນນາມຄະນະຈັດຕັ້ງກອງປະຊຸມໄດ້ມອບເຄື່ອງອຸປະກອນກິລາ, ປຶ້ມຂຽນ ແລະ ເຄື່ອງຄອມພິວເຕີ (ຈຳນວນ 1 ຊຸດ) ລວມມູນຄ່າເຈັດລ້ານກວ່າກີບ ໃຫ້ແກ່ ໂຮງຮຽນມັດຖະຍົມຕົ້ນໂສດ ແລະ ໂຮງຮຽນປະຖົມສົມບູນບ້ານໂສດ, ເມືອງໂຂງ, ແຂວງຈຳປາສັກ ເພື່ອປະກອບສ່ວນຊຸກຍູ້ໃຫ້ແກ່ໂຮງຮຽນທີ່ຂາດເຂີນ ແລະ ຢູ່ຫ່າງໄກສອກຫລີກ.
ນອກຈາກນີ້, ຄະນະຈັດຕັ້ງກອງປະຊຸມ ຍັງມີແຜນຈະສືບຕໍ່ຈັດຕັ້ງປະຕິບັດໂຄງການຝຶກອົບຮົມສຳລັບນັກການທູດໜຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໂດຍຈະຈັດກອງປະຊຸມເຜີຍແຜ່ໃຫ້ແກ່ບັນດາແຂວງພາກເໜືອ, ພາກກາງ, ບັນດາກະຊວງຂະແໜງການອ້ອມຂ້າງສູນກາງ ແລະ ຈັດກອງປະຊຸມສຳມະນາຮ່ວມກັບບັນດາປະເທດສະມາຊິກແມ່ນ້ຳຂອງ -ແມ່ນ້ຳລ້ານຊ້າງ ໃນຕໍ່ໜ້າ.