ໃນວັນທີ12ເມສາ 2021, ທີ່ ສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ພັນຄໍາວິພາວັນ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບແບບທາງໄກກັບ ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ.
ໃນການສົນທະນາທາງໂທລະສັບຄັ້ງນີ້ ຂອງພະນະທ່ານ ພັນຄໍາ ວິພາວັນ ກັບ ສົມເດັດ ເຕໂຈ ຮຸນ ແຊນ ເປັນຄັ້ງທໍາອິດ ພາຍຫຼັງທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຊຶ່ງທ່ານໄດ້ສະແດງຄວາມຂອບໃຈທີ່ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ແລະ ຄວາມເຫັນໃຈ ມາຍັງການນໍາຂອງລາວ ແລະ ຄອບຄົວຂອງອະດີດເລຂາທິການໃຫຍ່, ປະທານປະເທດ ຈູມມາລີ ໄຊຍະສອນ ຕໍ່ການສູນເສຍອັນຍິ່ງໃຫຍ່ ຍ້ອນອຸປະຕິເຫດທາງເຮືອ ໃນວັນທີ 04 ເມສາ 2021 ທີ່ຜ່ານມາ.
ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດ ໂດຍຜ່ານບັນດາກົນໄກຮ່ວມມືສອງຝ່າຍ ຂອງສອງປະເທດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ໂດຍສະເພາະ ສອງຝ່າຍໄດ້ພະຍາຍາມຮ່ວມກັນເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ໃຫ້ມີການຂະຫຍາຍຕົວເປັນປົກກະຕິ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືຕ່າງໆ ລະຫວ່າງ ສອງປະເທດໃນບົດບັນທຶກສອງກົມການເມືອງ (ຄັ້ງທີ 12 ທີ່ ຣາຊະອານາຈັກ ກໍາປູເຈຍ ໃນຕົ້ນເດືອນ ກຸມພາ 2020),ບົດບັນທຶກຂອງກອງປະຊຸມຄະນະກຳມະການຮ່ວມມື (JC) ລາວ-ກໍາປູເຈຍ ຄັ້ງທີ 13 ກໍ່ຄືເອກະສານອື່ນໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ.
ໃນໂອກາດດຽວກັນ, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ຊຶ່ງເຫັນດີສືບຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງ ແລະ ຂັ້ນຕ່າງໆ, ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ລະຫວ່າງ ສອງປະເທດຢ່າງເປັນປົກກະຕິ ພາຍຫຼັງສິ້ນສຸດການລະບາດຂອງພະຍາດ ໂຄວິດ 19. ພ້ອມນັ້ນ, ຍັງໄດ້ມີການສືບຕໍ່ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ບັນດາເອກະສານ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ ໃຫ້ເປັນຮູບປະທຳ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ.
ໃນຕອນທ້າຍ, ສົມເດັດ ເຕໂຈ ຮຸນ ແຊນ ໄດ້ເຊື້ອເຊີນ ພະນະທ່ານ ພັນຄຳ ວິພາວັນ ໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ໃນເວລາທີ່ເໝາະສົມ ແລະ ໄດ້ຝາກຄວາມຢ້ຽມຢາມເຖິງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໃນໂອກາດປີໃໝ່ລາວ. ເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງນີ້ ສົມເດັດ ເຕໂຈ ຮຸນ ແຊນ ໄດ້ອວຍພອນໃຫ້ ພະນະທ່ານ ພັນຄຳ ວິພາວັນ ພ້ອມຄອບຄົວ ຈົ່ງມີແຕ່ຄວາມຜາສຸກ ແລະ ປະສົບຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ. ໃນໂອກາດດຽວກັນ, ພະນະທ່ານ ພັນຄຳ ວິພາວັນ ກໍໄດ້ເຊື້ອເຊີນ ສົມເດັດ ເຕໂຈ ຮຸນ ແຊນ ພ້ອມດ້ວຍພັນລະຍາ ມາຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ອວຍພອນໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ກຳປູເຈຍ ທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ຈົ່ງສືບຕໍ່ຈະເລີນງອກງາມຂຶ້ນໄປເລື້ອຍໆ ເພື່ອຜົນປະໂຫຍດຕົວຈິງ ຂອງປະຊາຊົນສອງຊາດຢ່າງແທ້ຈິງ.