ໃນວັນທີ 18 ພະຈິກ 2021, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ບັນດາສໍານັກງານຜູ້ຕາງໜ້າແຫ່ງ ສປປ ປະຈໍາ ຢູ່ ຕ່າງປະເທດ ເປັນຄັ້ງທຳອິດ ພາຍໃຕ້ການເປັນ ປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກງານພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຄະນະນຳກະຊວງ, ຄະນະກົມ, ບັນດາທ່ານ ເອກອັກຄະລັດຖະທູດ, ກົງສຸນໃຫຍ່ ແລະ ພະນັກງານຫຼັກແຫຼ່ງ ຂອງ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ທັງໝົດ 40 ແຫ່ງ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານຂອງບັນດາຫົວໜ້າສໍານັກງານ ກ່ຽວກັບ ສະພາບການທີ່ພົ້ນເດັ່ນຂອງປະເທດ ຫຼື ຂົງເຂດທີ່ສຳນັກງານຮັບຜິດຊອບ, ສະພາບການເຄື່ອນໄຫວ, ຂໍ້ສະດວກ, ຂໍ້ຫຍຸງຍາກ ແລະ ຂໍ້ສະເໜີຂອງສຳນັກງານ. ຫຼັງຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ຍົກໃຫ້ເຫັນບາງສະພາບການພົ້ນເດັ່ນ ຂອງການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດໃນປະຈຸບັນ, ບັນດາຜົນສຳເລັດທີ່ພົ້ນເດັ່ນ, ບັນດາຂໍ້ຫຍຸ້ງຍາກ, ບັນດາແຜນວຽກຈຸດສຸມທີ່ເປັນບຸລິມະສິດຂອງພັກ ແລະ ລັດຖະບານ ກໍຄືທິດທາງຕໍ່ໜ້າ ໃນການແກ້ໄຂສະພາບຫຍຸ້ງຍາກ ແລະ ຟື້ນຟູເສດຖະກິດຈາກຜົນກະທົບຂອງການລະບາດ ຂອງພະຍາດ ໂຄວິດ-19. ທ່ານລັດຖະມົນຕີໄດ້ໃຫ້ທິດຊີ້ນຳຕໍ່ບັນດາສຳນັກງານກ່ຽວກັບການປະຕິບັດ ແນວທາງນະໂຍບາຍການຕ່າງປະເທດຂອງພັກ ໃນສະພາບການຂອງໂລກທີ່ພວມປ່ຽນແປງຢ່າງໄວວາ, ເລິກເຊິ່ງ ແລະ ຫຼໍ່ແຫຼມຄື ປະຈຸບັນ, ໄດ້ເນັ້ນໜັກໃຫ້ບັນດາຄະນະພັກ-ຄະນະນຳ ຂອງ ບັນດາສຳນັກງານຕາງໜ້າ ແຫ່ງ ສປປ ລາວ ຢູ່ ຕ່າງປະເທດ ກໍ່ຄື ບັນດາກົມພາຍໃນກະຊວງການຕ່າງປະເທດ ສືບຕໍ່ເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງຂອງຕົນຢ່າງມີຄວາມຮັບຜິດຊອບ ເປັນຕົ້ນແມ່ນ ວຽກງານການສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ, ການເຮັດວຽກການເມືອງແນວຄິດຕໍ່ພະນັກງານ ໂດຍສະເພາະໃນສະພາບຄວາມຫຍຸ້ງຍາກຂອງການລະບາດຂອງພະຍາດ ໂຄວິດ-19 ແລະ ຄວາມຫຍຸ້ງຍາກທາງເສດຖະກິດ-ການເງິນ ທີ່ຈະສົ່ງຜົນກະທົບຮອບດ້ານຕໍ່ການເຄື່ອນໄຫວວຽກງານການຕ່າງປະເທດ ກໍ່ຄື ກະທົບຕໍ່ແນວຄິດຈິດໃຈຂອງພະນັກງານ ພ້ອມທັງການຍົກສູງຄຸນະພາບການເປັນເສນາທິການໃຫ້ແກ່ຂັ້ນເທິງ, ເອົາໃຈໃສ່ເຄື່ອນໄຫວການທູດເສດຖະກິດ, ການທູດວັກຊີນຢ່າງມີປະສິດທິຜົນ ແລະ ປັບປຸງແບບແຜນວິທີເຮັດວຽກຕາມສະພາບປົກກະຕິແບບໃໝ່.
ກອງປະຊຸມທາງໄກ ລະຫວ່າງ ກະຊວງ ກັບບັນດາສຳນັກງານຄັ້ງນີ້ມີ ຖືວ່າເປັນຂໍ້ລິເລີ່ມໃໝ່ຂອງກະຊວງການຕ່າງປະເທດ ເພື່ອແນໃສ່ປັບປຸງຮູບແບບການເຮັດວຽກຕາມທິດທັນສະໄໝເທື່ອເທື່ອລະກ້າວ ໂດຍສະເພາະແມ່ນປັບຕົວເຂົ້າກັບສະພາບປົກກະຕິແບບໃໝ່, ຈະເປັນກົນໄກໃໝ່ໃນການເຮັດວຽກ, ການປະສານງານ ແລະ ການຊີ້ນໍານໍາພາ ລະຫວ່າງ ກະຊວງການຕ່າງປະເທດ ກັບ ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ໃຫ້ມີຄວາມສະດວກວ່ອງໄວ, ໃກ້ຊິດຕິດແທດ ແລະ ມີປະສິດທິຜົນກວ່າເກົ່າ.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ຄວາມເປັນຫ່ວງເປັນໃຍ ແລະ ທິດຊີ້ນໍາ ຂອງຄະນະພັກ-ຄະນະນຳກະຊວງການຕ່າງປະເທດ ມາຍັງບັນດາພະນັກງານ-ນັກການທູດ ທີ່ກໍາລັງປະຕິບັດໜ້າທີ່ຢູ່ຕ່າງປະເທດ, ໄດ້ສະແດງຄວາມຊົມເຊີຍບັນດາສຳນັກງານທີ່ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການ ຕ່າງປະເທດຢ່າງມີຜົນສຳເລັດ, ໄດ້ສະເໜີໃຫ້ສຳນັກງານສືບຕໍ່ເຄື່ອນໄຫວວຽກງານຢ່າງເປັນເຈົ້າການເພື່ອຍາດແຍ່ງຜົນປະໂຫຍດມາໃຫ້ປະເທດຊາດຫຼາຍຂຶ້ນ, ຕໍ່ໜ້າສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີຄວາມສັບສົນ ແລະ ສະພາບພາຍໃນປະເທດມີຄວາມຫຍຸ້ງຍາກດັ່ງໃນປະຈຸບັນ, ວຽກງານການຕ່າງປະເທດຍິ່ງມີບົດບາດ ແລະ ການປະກອບສ່ວນທີ່ສໍາຄັນທີ່ສຸດ.ພ້ອມທັງໃຫ້ພະນັກງານຍົກສູງສະຕິໃນການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ເພື່ອໃຫ້ທຸກຄົນປອດໄພຈາກເຊື້ອພະຍາດດັ່ງກ່າວແລະອວຍພອນໄຊອັນປະເສີດຕໍ່ບັນດາທ່ານຫົວໜ້າສຳນັກງານ, ພະນັກງານທຸກຄົນທີ່ປະຈຳຢູ່ຕ່າງປະເທດຈົ່ງມີສຸຂະພາບແຂງແຮງ ສືບຕໍ່ປະຕິບັດໜ້າທີ່ຢ່າງເປັນເຈົ້າການມີຄວາມຮັບຜິດຊອບ ແລະ ມີຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າ.