ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ອາຊຽນ

 

 

          ໃນວັນທີ 31 ມີນາ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ວິວ ນານເກີວິສ (Will Nankervis), ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳອາຊຽນ ທີ່ ຈາກາກຕາ, ອິນໂດເນເຊຍ, ໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານໃຫ້ແກ່ການພົວພັນອາຊຽນ-ອົດສະຕຣາລີ ໄລຍະປີ 2021-2024.

 

          ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ  ທ່ານ ວິວ ນານເກີວິສ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທີ່ ສປປ ລາວ ໂດຍສະເພາະການຕິດຕາມການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 1 ໃນປີ 2021 ຜ່ານມາ ແນ່ໃສ່ການຍົກລະດັບການພົວພັນ ລະຫວ່າງອາຊຽນ ແລະ ອົດສະຕຣາລີ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມໃໝ່ຂອງອົດສະຕຣາລີ ສຳລັບອາຊຽນ, ເຊິ່ງມີມູນຄ່າທັງໝົດ 154 ລ້ານໂດລາອົດສະຕຣາລີ, ໃນນັ້ນລວມມີ: ຂໍ້ລິເລີ່ມອົດສະຕຣາລີ ເພື່ອອະນາຄົດຂອງອາຊຽນ, ທຶນການສຶກອົດສະຕຣາລີສຳລັບອາຊຽນ ແລະ ຂໍ້ລິເລີ່ມອົດສະຕຣາລີ ສຳລັບການຫັນປ່ຽນເປັນດີຈິຕອນ ແລະ ທັກສະສຳລັບອະນາຄົດຂອງອາຊຽນ. ໂອກາດນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອອາຊຽນ ລວມທັງ ສປປ ລາວ ໃນດ້ານຕ່າງໆເຊັ່ນ: ການຊ່ວຍເຫຼືອດ້ານວຽກງານສາທາລະນະສຸກ ແລະ ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ການພັດທະນາພື້ນຖານໂຄງລ່າງ, ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ, ການພັດທະນະຊັບພະຍາກອນມະນຸດ ແລະ ອື່ນໆ. ພ້ອມທັງໄດ້ຕີລາຄາສູງຕໍ່ການຮ່ວມມືໃນຂອບວຽກສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ເຊີິ່ີງໄດ້ບັນຈົບຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດໃນປີ 2022 ນີ້.

 

          ໂອກາດດຽວກັນນີ້, ທ່ານ ວິວ ນານເກີວິສ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ໂດຍໄດ້ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ອົດສະຕຣາລີ ແລະ ສປປ ລາວ ກໍຄືທັງໃນຂອບອາຊຽນ ແລະ ຂອບສອງຝ່າຍ. ທ່ານເອກອັກຄະລັດຖະທູດ ຍັງໄດ້ຕີລາຄາສູງຕໍ່ບົດບາດຂອງ ສປປ ລາວ ໃນການເປັນປະເທດປະສານງານໃຫ້ແກ່ການຮ່ວມມືອາຊຽນ-ອົດສະຕຣາລີ ໃນໄລຍະປີ 2021-2024 ພ້ອມທັງຢາໍ້ຄືນຄວາມໝາຍໝັ້ນຂອງ ອົດສະຕຣາລີ ທີ່ຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488695
ມື້ນີ້132
ມື້ວານ169
ອາທິດນີ້1057
ເດືອນນີ້2088