ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການພົບປະສຸດຍອດສອງຝ່າຍ ລະຫວ່າງ ນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ

 

Lao Japan 2

Lao Japan 3

Lao Japan 5

      ໃນໂອກາດທີ່ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 (The 4th Asia-Pacific Water Summit (APWS)),  ໃນລະຫວ່າງວັນທີ 22-24 ເມສາ 2022, ທີ່ ແຂວງຄຸມາໂມໂຕະ, ປະເທດຍີ່ປຸ່ນ, ໃນວັນທີ 23 ເມສາ 2022, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ພົບປະສຸດຍອດສອງຝ່າຍກັບ ພະນະທ່ານ ກິຊິດະ ຟຸມິໂອະ (H.E. Mr. KISHIDA Fumio), ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ.

 

      ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ຊຶ່ງຖືເປັນການຢ້ຽມຢາມປະເທດຍີ່ປຸ່ນ ແລະ ພົບປະແບບເຊິ່ງໜ້າກັບ ພະນະທ່ານ ນາຍົກລັດຖະມົນຕີ ກິຊິດະ ຟຸມິໂອະ ເປັນຄັ້ງທໍາອິດນັບຕັ້ງແຕ່ ພະນະທ່ານ ພັນຄໍາ ວິພາວັນ ເຂົ້າຮັບຕໍາແໜ່ງເປັນນາຍົກລັດຖະມົນຕີ ແລະ ພາຍຫຼັງໄດ້ໂອ້ລົມກັນຜ່ານທາງໂທລະສັບໃນຕົ້ນເດືອນມີນາ 2022 ຜ່ານມາ, ອັນໄດ້ເປັນການຢືນຢັນຄືນຄໍາໝາຍໝັ້ນຂອງ ສປປ ລາວ ທີ່ຈະຮ່ວມກັບ ຄູ່ຮ່ວມຕໍາແໜ່ງຝ່າຍຍີ່ປຸ່ນ ໃນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍ່ຄືການເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດ ສປປ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງຂຶ້ນ, ລວມທັງການສືບຕໍ່ຜັນຂະຫຍາຍແຜນງານການຮ່ວມມື (Action Plan) ທີ່ສອງປະເທດໄດ້ຮັບຮອງຮ່ວມກັນ ໃຫ້ປະກົດຜົນເປັນຈິງຕາມຄາດໝາຍ. ພ້ອມນີ້, ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຍັງໄດ້ສະແດງຄວາມຊົມເຊີຍ ມາຍັງລັດຖະບານຍີ່ປຸ່ນ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ໄດ້ເປັນຢ່າງດີ ແລະ ຄວາມພະຍາຍາມໃນການຟື້ນຟູຜົນກະທົບ ຈາກເຫດການແຜ່ນດິນໄຫວຮຸນແຮງ ຢູ່ ແຂວງຄຸມາໂມໂຕະ ແລະ ແຂວງໃກ້ຄຽງ ເມື່ອຄັ້ງ 6 ປີກ່ອນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບ ກັບຄືສູ່ສະພາບປົກກະຕິ.

 

      ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ, ຊຶ່ງນັບຕັ້ງແຕ່ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຍົກລະດັບສາຍພົວພັນການທູດມາເປັນ ຄູ່ຮ່ວມຍຸດທະສາດ ໃນປີ 2015, ການພົວພັນ ລາວ-ຍີ່ປຸ່ນ ໄດ້ກ້າວເຂົ້າສູ່ສັງກາດໃໝ່, ການຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງໆຂຶ້ນ. ສປປ ລາວ ໄດ້ຢືນຢັນຄືນຄວາມໝຸ້ງໝັ້ນຂອງຕົນທີ່ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍຍີ່ປຸ່ນ ຢ່າງໃກ້ຊິດ ໃນຂອບການຮ່ວມມືສອງຝ່າຍ, ປະກອບສ່ວນຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ເພື່ອການຮ່ວມມື ແລະ ການພັດທະນາໃນຂົງເຂດພາກພື້ນ ແລະ ສາກົນ, ໂດຍສະເພາະ ການຮ່ວມມືໃນຂອບອາຊຽນ-ຍີ່ປຸ່ນ ເພື່ອກະກຽມສະເຫຼີມສະຫຼອງການພົວພັນຮ່ວມມື ຄູ່ຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ໃນປີ 2023, ແລະ ການສົ່ງເສີມການພົວພັນ ແລະ ການຮ່ວມມື ໃນຂອບແມ່ນໍ້າຂອງ-ຍີ່ປຸ່ນ ແລະ ຂອບການຮ່ວມມືອື່ນໆ.

 

      ລັດຖະບານ ສປປ ລາວ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຕໍ່ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງຍີ່ປຸ່ນໄດ້ເປັນປະເທດອັນດັບຕົ້ນໆທີ່ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA)  ແກ່ ສປປ ລາວ ເພື່ອພັດທະນາດ້ານຕ່າງໆ ເປັນຕົ້ນແມ່ນ ດ້ານຊັບພະຍາກອນມະນຸດ, ສຶກສາທິການ ແລະ ກິລາ, ສາທາລະນະສຸກ, ກະສິກໍາ ແລະ ປ່າໄມ້, ໂຄງລ່າງພື້ນຖານ, ການເກັບກູ້ລະເບີດບໍ່ທັນແຕກ, ການຊ່ວຍເຫຼືອເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ ແລະ ອື່ນໆ. ພ້ອມນີ້, ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານຍີ່ປຸ່ນ ທີ່ຢືນຢັນຄືນຄໍາໝາຍໝັ້ນໃນການສະໜັບສະໜູນ ສປປ ລາວ ເປັນປະທານອາຊຽນ ໃນປີ 2024, ພ້ອມທັງໄດ້ສະເໜີຕໍ່ ພະນະທ່ານ ນາຍົກລັດຖະມົນຕີ ກິຊິດະ ຟຸມິໂອະ ຊ່ວຍຊຸກຍູ້ບັນດານັກທຸລະກິດຍີ່ປຸ່ນ ເຂົ້າມາສຶກສາຄວາມເປັນໄປໄດ້ໃນການລົງທຶນ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ. ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍໄດ້ຖືໂອກາດນີ້ເຊື້ອເຊີນ ພະນະທ່ານ ນາຍົກລັດຖະມົນຕີ ກິຊິດະ ຟຸມິໂອະ ແລະ ສົມເດັດ ອົງມົງກຸດ ອາກິຊິໂນະ ເດີນທາງຢ້ຽມຢາມ ສປປ ລາວ ໃນເວລາອັນເໝາະສົມ.

 

       ສ່ວນພະນະທ່ານ ນາຍົກລັດຖະມົນຕີ ກິຊິດະ ຟຸມິໂອະ ກໍໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ຂອງ ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ພ້ອມດ້ວຍຄະນະຂອງ ສປປ ລາວ, ອັນໄດ້ເປັນການສະໜັບສະໜູນ ແລະ ກໍາລັງໃຈອັນສໍາຄັນຕໍ່ ຍີ່ປຸ່ນ ໃນການສືບຕໍ່ສົ່ງເສີມການພົວພັນ ແລະ ຮ່ວມມືໃນຂົງເຂດອາຊີ-ປາຊີຟິກ ທີ່ຖືສໍາຄັນນະໂຍບາຍໃນການຄຸ້ມຄອງ ແລະ ບໍລິຫານຈັດການນໍ້າ ເຊິ່ງຕິດພັນກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ. ພ້ອມດຽວກັນນັ້ນ, ພະນະທ່ານ ນາຍົກລັດຖະມົນຕີ ກິຊິດະ ຟຸມິໂອະ ຍັງໄດ້ຢືນຢັນຄືນຄໍາໝາຍໝັ້ນຂອງຍີ່ປຸ່ນ ໃນການສືບຕໍ່ຮ່ວມມືກັບຝ່າຍລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມື ລະຫວ່າງ ສອງລັດຖະບານ ສປປ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ.

 

       ການພົບປະສຸດຍອດສອງຝ່າຍ ລາວ-ຍີ່ປຸ່ນ ໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນເປັນຢ່າງດີ ອັນໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ໄດ້ຮັບການເພີ້ມພູນຄູນສ້າງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

 

      ພາຍຫຼັງສໍາເລັດການພົບປະສຸດຍອດສອງຝ່າຍ, ທັງສອງພະນະທ່ານນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານແລກປ່ຽນ ໂຄງການທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (ທຶນການສຶກສາ JDS) ມູນຄ່າ 330 ລ້ານເຢນ ຫຼື ປະມານ 3 ລ້ານໂດລາສະຫະລັດ, ຊຶ່ງຕາງໜ້າລັດຖະບານ ສປປ ລາວ ລົງນາມໂດຍ ທ່ານ ນ. ຟອງສະໝຸດ ອັ່ນລາວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ປະເທດຍີ່ປຸ່ນ ແລະ ຕາງໜ້າ ລັດຖະບານຍີ່ປຸ່ນ ລົງນາມໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກ​ອັກຄະ​ຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ.

 

     ໃນໂອກາດເດີນທາງຢ້ຽມຢາມເຮັດວຽກທີ່ປະເທດຍີ່ປຸ່ນໃນຄັ້ງນີ້, ພະນະທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຍັງໄດ້ພົບປະກັບ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາກົງສຸນກິຕິມະສັກ ຂອງ ສປປ ລາວ ແລະ ສະມາຄົມມິດຕະພາບຕ່າງໆ ທີ່ ຍີ່ປຸ່ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485859
ມື້ນີ້158
ມື້ວານ206
ອາທິດນີ້895
ເດືອນນີ້5164