ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ງານລ້ຽງສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ - ສ. ອິນໂດເນເຊຍ ຄົບຮອບ 65 ປີ

 

LaoIndo2

 

LaoIndo1

 

LaoIndo3

 

       ໃນວັນທີ 24 ມິຖຸນາ 2022, ທ່ານ ດຣ. ປຣາຕີໂຕ ຊູຮາຣິໂຢ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ, ໄດ້ໃຫ້ກຽດເປັນເຈົ້າພາບຈັດງານລ້ຽງ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ອິນໂດເນເຊຍ ແລະ ສປປ ລາວ ຄົບຮອບ 65 ປີ ທີ່ ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນ. ໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເປັນແຂກກິດຕິມະສັກ ແລະ ມີບັນດາລັດຖະມົນຕີກະຊວງຕ່າງໆຈຳນວນໜຶ່ງເຂົ້າຮ່ວມ.

      ໃນ​ໂອກາດ​ດັ່ງກ່າວ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​​ກ່າວ​ປາ​ໄສ ​ໂດຍ​ສະ​ແດງ​ໃຫ້​ເຫັນ​ເຖິງ​ສາຍ​ພົວພັນ​ອັນ​ດີງາມ​ ລະຫວ່າງ​ສອງ​ປະ​ເທດ ​ອິນ​ໂດ​ເນ​ເຊຍ ​ແລະ ສປປ ລາວ ​ໃນ​ຕະຫຼອດໄລຍະ 65 ປີຜ່ານມາ ພ້ອມທັງ​ໄດ້​ສະ​ແດງ​ຄວາມ​ຊົມເຊີຍຕໍ່ ​ລັດຖະບານ ສປປ ລາວ ທີ່​ໄດ້ທະນຸທະໜອມ​ສາຍ​ພົວພັນ​ທີ່ດີງາມ​ຂອງ​ສອງ​ປະ​ເທດ​ພວກເຮົາ. ທ່ານເອກອັກຄະລັດຖະທູດ ໄດ້ຍໍ້າວ່າ ການສະເຫຼີມສະຫຼອງຂອງ ​ປະຊາຊົນ​ອິນ​ໂດ​ເນ​ເຊຍ ​ແລະ ລັດຖະບານ​ລາວ ແລະ ປະຊາຊົນລາວ ​ ​ເຊິ່ງເປັນຄວາມ​ພາກ​ພູມ​ໃຈ​ຕໍ່​ຄວາມ​ມານະ​ພະຍາຍາມ, ໝາກຜົນ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ຍາວ​ນານ ​ແລະ ​ນ້ຳ​ໃຈ​ອ້າຍ​ນ້ອງ​ທີ່​ມີ​ມາ​ແຕ່​ດົນ​ນານ​ໃນຫຼາຍປີ​ຜ່ານ​ມາ​ ແລະ ​ໃນຊຸມປີ​ຕໍ່ໜ້າ.

        ເຖິງ​ແມ່ນວ່າ​ໂລກ​ລະບາດ​ໂຄ​ວິດ - 19 ​ໄດ້​ສົ່ງ​ຜົນ​ກະທົບ​ໃນ​ຫຼາຍ​ດ້ານ​ຕໍ່​ ຄວາມ​​ພະຍາຍາມໃນການເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື ​ແຕ່​ສອງ​ປະ​ເທດ​ກໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ເວທີ​ສາກົນ ໂດຍສະເພາະ​ແມ່ນໃນ​ຂອບ​​ອາ​ຊຽນ. ນອກ​ນີ້, ສອງ​ປະ​ເທດ​ຍັງ​ຢູ່ໃນຂັ້ນຕອນການ​ຄົ້ນຄວ້າ ​ແລະ ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ ລະຫວ່າງ​ສອງ​ປະ​ເທດ ແລະ ການ​ໄປມາຫາສູ່ກັນລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ ຂອງສອງປະເທດ ນັບມື້ໃຫ້​ຫລາຍ​ຂຶ້ນ ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນຂອບ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ໃນລະດັບພາກພື້ນ.

 

        ການທີ່ ສປປ ລາວ ໄດ້ຮັບຜົນສໍາເລັດໃນການ ຫັນເອົາປະເທດເປັນສູນກາງການເຊື່ອມໂຍງກັບພາກພື້ນ, ທ່ານ ເອກອັກຄະລັດຖະທູດ ເຊື່ອໝັ້ນວ່າ ຈະມີໂອກາດລົງທຶນໃນຂະແໜງການຕ່າງໆໃນ ສປປ ລາວ ແລະ ມີທ່າແຮງການຮ່ວມມືຫຼາຍດ້ານໃນຂົງເຂດການສຶກສາ ແລະ ວັດທະນະທຳ-ສັງຄົມ ເພື່ອໃຫ້ບັນລຸເປົ້າໝາຍຂອງສອງປະເທດ.

 

       ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ເໜັ້ນໜັກເຖິງການພົວພັນຮ່ວມມືສອງຝ່າຍຢ່າງແໜ້ນແຟ້ນ ກໍຄື ການເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ ແລະ ການສຶກສາ, ການສົ່ງເສີມການໄປມາຫາສູ່ກັນຂອງປະຊາຊົນ ເປັນສ່ວນສໍາຄັນ ແລະ ມີບົດບາດໃນການເພີ່ມທະວີສາຍພົວພັນ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ.

 

      ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານອິນໂດເນເຊຍ ທີ່ໄດ້ມອບຄ້ອງສັນຕິພາບໃຫ້ແກ່ ສປປ ລາວ, ເຊິ່ງເປັນຄ້ອງທຳອິດຂອງລັດຖະບານອິນໂດເນເຊຍ ມອບໃຫ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ຕັ້ງໄວ້ຢູ່ຕໍ່ໜ້າອານຸສາວະລີ ປະຕູໄຊ ພ້ອມທັງ ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ ສປປ ລາວ.

 

      ພ້ອມດຽວກັນນີ້, ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​​ອວຍ​ພອນໄຊແດ່ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ໂຈໂກ ວິໂດໂດ, ປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ ແລະ ປະຊາຊົນລະຫວ່າງສອງປະເທດ ຈົ່ງມີພາລະນາໄມ​ແຂງ​ແຮງ, ປະສົບຜົນສຳເລັດ ກໍຄື ການພັດທະນາສາຍພົວພັນລະຫວ່າງສອງປະເທດໃນຕໍ່ໜ້າ.

​​

      ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ສ້າງຕັ້ງສາ​ຍພົວພັນ​ທາງ​ການ​ທູດ ​ລະຫວ່າງ ​ສປປ ລາວ ແລະ ສ. ອິນໂດເນເຊຍ ​ໄດ້​ມີ​ບັນດາແຂກ​ເຂົ້າ​ຮ່ວມ 200 ທ່ານ ລວມມີ ບັນດາລັດຖະມົນຕີກະຊວງຕ່າງໆຂອງລາວ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈາກ​ບັນດາ​ອົງການຈັດຕັ້ງສາກົນ ແລະ ບັນດາເອກອັກຄະລັດຖະທູດ ທີ່ປະຈຳຢູ່ ສປປ ລາວ ​ແລະ ຜູ້ຕາງໜ້າ​ຈາກ​ພາກ​ເອກະ​ຊົນ ​ແລະ ສື່​ມວນ​ຊົນ ກໍ່ໄດ້ເຂົ້າຮ່ວມ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486033
ມື້ນີ້164
ມື້ວານ168
ອາທິດນີ້1069
ເດືອນນີ້5338