ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງສາຍພົວພັນການທູດ ລາວ-ຮົງກາຣີ ຄົບຮອບ 60 ປີ

 

2022 9 12 Laos Hungary 60th 6

2022 9 12 Laos Hungary 60th 1

2022 9 12 Laos Hungary 60th 5

2022 9 12 Laos Hungary 60th 7

 

ໃນຕອນຄໍ່າຂອງ ວັນທີ 12 ກັນຍາ 2022 ທີ່ຜ່ານມາ, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຮົງກາຣີ ຂຶ້ນຢ່າງເປັນທາງການ ທີ່ ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ.

 

ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວ ມີ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າ ລັດຖະບານ ແຫ່ງ ສປປ ລາວ; ທ່ານ ຊານດໍ້ ຊີໂພສ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຮົງກາຣີ ປະຈໍາ ສປປ ລາວ ຕາງໜ້າ ລັດຖະບານ ແຫ່ງ ຮົງກາຣີ. ນອກຈາກນັ້ນ, ຍັງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕານຸທູດປະຈໍາ ສປປ ລາວ ຈໍານວນໜຶ່ງ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

 

ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ຊານດໍ້ ຊີໂພສ ໄດ້ກ່າວຄໍາເຫັນສະແດງຄວາມຊົມເຊີຍ ແລະ ຕີລາຄາ​ສູງຕໍ່ຜົນສຳເລັດ​ແຫ່ງ​ການພົວພັນ​ຮ່ວມ​ມື​ໃນ​ໄລຍະ 60 ປີຜ່ານ​ມາ ລະຫວ່າງ ​ສອງ​ລັດ​ຖະບານ ກໍ່​ຄື​ ປະຊາຊົນ ​ສອງ​ຊາດ ລາວ-ຮົງກາຣີ.

 

ໃນ​ໄລຍະ​​ໃໝ່ນີ້ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ແມ່ນມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ, ການຮ່ວມມືໃນຂົງເຂດຕ່າງໆໄດ້ຮັບການຮັດແໜ້ນ, ສອງປະເທດມີຄວາມເຊື່ອໝັ້ນ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ ບົນພື້ນຖານການເປັນປະເທດຄູ່ຮ່ວມມືຍຸດທະສາດ. ມີການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນໃນລະດັບຕ່າງໆຢ່າງປົກກະຕິ ທັງພາກລັດ ແລະ ເອກະຊົນ. ນອກນັ້ນ, ການພົວພັນຮ່ວມມືຂອງສອງປະເທດ ຍັງສືບຕໍ່ເສີມຂະຫຍາຍໃນຫຼາຍດ້ານເຊັ່ນ: ດ້ານ​ການເງິນ, ເສດຖະກິດ-ການ​ຄ້າ, ການສຶກ​ສາ, ກະສິກຳ, ວັດທະນະທຳ, ການທ່ອງທ່ຽວ ແລະ ດ້ານ​ອື່ນໆ, ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການ​ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມືທີ່​ມີ​ມາ​ແຕ່​ຍາວ​ນານນັ້ນ ​ມີ​ຄວາມ​ໝັ້ນຄົງໜັກແໜ້ນ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ.

 

ໂອກາດ​ດຽວ​ກັນ ​ທັງ​ສອງ​ຝ່າຍກໍ່​ໄດ້​ສະແດງ​ຄວາມມຸ້ງ​ຫວັງ​ທີ່​ຈະ​ສືບຕໍ່​ເສີມ​ສ້າງ ແລະ ຮັດ​ແໜ້ນ​ສາຍພົວພັນ​ຮ່ວມ​ມື​ທີ່​ດີ​ໃນ​ປັດຈຸບັນ ລະຫວ່າງ​ ສອງ​ປະເທດ ​ໃຫ້​ເຕີບ​ໃຫຍ່ຂະຫຍາຍຕົວ​ຂຶ້ນສູ່ລະດັບໃໝ່​ໃນຕໍ່ໜ້າ ແລະ ​ພິທີສະເຫຼີມສະຫຼອງ​ໃນ​ຄັ້ງ​ນີ້ ແມ່ນ​ເຕັມ​ໄປ​ດ້ວຍ​ບັນຍາ​ກາດ​ແຫ່ງ​ໄມຕີຈິດມິດຕະພາບ​ອັນ​ອົບອຸ່ນ.

         

2022 9 12 Laos Hungary 60th 9

2022 9 12 Laos Hungary 60th 8

ໃນຕອນເຊົ້້າຂອງວັນດຽວກັນ, ສອງຝ່າຍ ກໍ່ໄດ້ຈັດພິທີປູກຕົ້ນໄມ້ມິດຕະພາບ ລາວ-ຮົງກາຣີ ເພື່ອລະນຶກເຖິງວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ທີ່ ສວນສາທາລະນະເຈົ້າອານຸວົງ, ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຊານດໍ້     ຊີໂພສ, ເອກອັກຄະລັດຖະທູດ ແຫ່ງ ຮົງກາຣີ ປະຈໍາ ສປປ ລາວ ພ້ອມດ້ວຍແຂກຖືກເຊີນຈໍານວນໜຶ່ງ ເເລະ ໃນຕອນບ່າຍ ກໍໄດ້ຈັດງານເເຂ່ງຂັນກິລາມິດຕະພາບ (ຕີດອກປີກໄກ່) ທີ່ເດີນກິລາໃນຮົ່ມບຶງຂະຫຍອງ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບຸນເຫຼືອ ພັນດານຸວົງ ເເລະ ທ່ານທູດຮົງກາຣີ ທີ່ໄດ້ນຳທີມນັກກິລາທັງຝ່າຍ ເເຂ່ງຂັນຢ່າງຟົດຟື້ນ, ພ້ອມທັງຖືໂອກາດນີ້ຈັດພິທີມອບ-ຮັບໂຕະກິລາ Teq Ball ຈາກຝ່າຍຮົງກາຣີ ອີກດ້ວຍ .

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486450
ມື້ນີ້4
ມື້ວານ142
ອາທິດນີ້112
ເດືອນນີ້5755