ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ

        

         

20220912 DPM MLS Amb 1

20220912 DPM MLS Amb 2

 

             

ຕອນ​ເຊົ້າ​ຂອງວັນ​ທີ 12 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ, ​ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ ຂອງ​ ທ່ານ ໂມດ ໄອນີ ບິນ ອາຕັນ, (Mr. Mohd Aini Bin Atan), ເອກ​ອັກ​ຄະ​ລັດ​ຖະ​ທູດ ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ​ແຫ່ງ ມາເລເຊຍ ປະ​ຈຳ ສ​ປ​ປ ລາວ ໃນ​ໂອ​ກາດ​ທີ່​ສຳ​ເລັດການປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ສ​ປ​ປ ລາວ ເປັນ​ເວ​ລາ 5 ປີ 5 ເດືອນ (ເດືອນ​ມີນາ 2017-ເດືອນ​ກັນຍາ 2022).

          

ໃນ​ໂອ​ກາດ​ດັ່ງ​ກ່າວ​, ທ່ານ​ຮອ​ງ​ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຂອງ​ ທ່ານ ໂມດ ໄອນີ ບິນ ອາຕັນ, ເຊິ່ງ​ຕະຫຼອດ​ໄລ​ຍະ 5 ປີກວ່າ ຜ່ານມາ ທີ່ໄດ້​ເຄື່ອນ​ໄຫວ​ຢ່າງ​ຫ້າວ​ຫັນ ໃນ​ການ​ສະ​ໜັບ​ສະ​ໜູນ ແລະ ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ໃຫ້​ແກ່​ການ​ເສີມ​ຂະ​ຫ​ຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນດີງາມລະ​ຫວ່າງ ສ​ປ​ປ ລາວ ແລະ ມາເລເຊຍ. ພ້ອມດຽວກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຜ່ານທ່ານທູດ ໄປຍັງລັດຖະບານ ແລະ ປະຊາຊົນມາເລເຊຍ ທີ່ໄດ້ປະກອບສ່ວນສະໜັບສະໜູນວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ຈໍານວນ 2 ຄັ້ງ ລວມເປັນຈໍານວນ 783,400 ໂດດສ໌ ເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນ ສປປ ລາວ ກໍຄືປະກອບສ່ວນໃນການຟື້ນຟູເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ. ນອກນີ້, ທ່ານທູດ ຍັງໄດ້ຊ່ວຍຊຸກຍູ້ ໃຫ້​ມີ​ແລກ​ປ່ຽນ​ການ​ຢ້ຽມ​ຢາມ​ຂອງ​ບັນ​ດາ​ການ​ນຳ​ຂັ້ນ​ສູງຫຼາຍ​ຄະ​ນະ ລວມເຖິງຊຸກຍູ້ໃຫ້ມີການ​ຮ່ວມມື​ການເຊື່ອມຈອດຕາຂ່າຍໄຟຟ້າລະຫວ່າງ ລາວ-ມາເລເຊ ແລະ ສິງກະໂປ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ, ວັດ​ທະ​ນະ​ທຳ ແລະ ອື່ນໆ ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນເຂົ້າ​ໃນ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ ສ​ປ​ປ ລາວ. ພ້ອມ​ດຽວ​ກັນ​ນັ້ນ​, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້​ອວຍ​ພອນ​ໃຫ້​ແກ່​ທ່ານ​ທູດ ຈົ່ງ​ເດີນ​ທາງ​ກັບ​ຄືນ​ປະ​ເທດ​ດ້ວຍ​ຄວາມ​ສະ​ຫວັດ​ດີ​ພາບ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່​ວຽກ​ງານ​ໃໝ່ ​ທີ່​ທ່ານ​ທູດຈະ​ໄດ້​ຮັບຜິດຊອບໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້.

                     

ທ່ານ​ ໂມດ ໄອນີ ບິນ ອາຕັນ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ລັດ​ຖະ​ບານລາວ ໂດຍ​ສະ​ເພາະ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ທີ່​ໄດ້​ເອົາ​ໃຈ​ໃສ່ ແລະ ໃຫ້​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດຂອງຕົນ ຕະຫຼອດ​ໄລ​ຍະ​ເວ​ລາ 5 ປີ ກວ່າຜ່ານມາ ແລະ ຫວັງ​ວ່າ ລັດ​ຖະ​ບານລາວ ຈະ​ສືບ​ຕໍ່​ໃຫ້​ການ​ຮ່ວມ​ມື​ຕໍ່​ທ່ານທູດຜູ້​ທີ່​ຈະ​ມາ​ຮັບ​ໜ້າ​ທີ່​ຕໍ່​ໄປ ເພື່ອ​ພ້ອມ​ກັນ​ສືບ​ຕໍ່​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນດີງາມລະ​ຫວ່າງ ສອງ​ປະ​ເທດ​ທີ່​ມີ​ມາ​ແລ້ວນັ້ນ ໃຫ້​ສືບ​ຕໍ່​ຂະ​ຫ​ຍາຍ​ຕົວ​ຍິ່ງໆ​ຂຶ້ນ.

               

           

         

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486519
ມື້ນີ້73
ມື້ວານ142
ອາທິດນີ້181
ເດືອນນີ້5824