ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຮັບການເຂົ້າຢ້ຽມອໍາລາຂອງ ເອກອັກຄະລັດຖະທູດ ແຫ່ງ ສ. ເກົາຫຼີ ປະຈໍາ ສປປ ລາວ

      

20220902 DPM ROK Amb 1        

20220902 DPM ROK Amb 2

 

           

ໃນຕອນເຊົ້າຂອງວັນທີ 02 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ອິມ ມູ ຮົງ (Im Moo-hong), ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ເກົາຫຼີ ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

           

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ຂອງ ທ່ານທູດ ອິມ ມູ ຮົງ ຕະລອດໄລຍະເວລາເກືອບ 2 ປີ ຜ່ານມາ (ນັບຕັ້ງແຕ່ເດືອນກຸມພາ 2021 - ກັນຍາ 2022), ເຊິ່ງທ່ານທູດໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ການພົວພັນ ແລະ ການຮ່ວມມືສອງຝ່າຍຂອງສອງປະເທດ ເປັນຕົ້ນແມ່ນ ການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນຕ່າງໆຂອງສອງປະເທດ, ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເຊັ່ນ: ໂຄງການພັດທະນາຊົນນະບົດແບບ ສ. ເກົາຫຼີ ໃນຂອບເຂດທົ່ວປະເທດ, ໂຄງການປ້ອງກັນຕາຝັ່ງເຈື່ອນ ແມ່ນໍ້າຂອງ (ໄລຍະ II), ພິເສດແມ່ນການຊຸກຍູ້ການຊ່ວຍເຫຼືອດ້ານທຶນການສຶກສາຂອງ ສ. ເກົາຫຼີ ໃຫ້ແກ່ ພະນັກງານ ແລະ ນັກສຶກສາລາວ. ພ້ອມນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍຫຼາຍດ້ານ ແລະ ກວ້າງຂວາງຍິ່ງຂຶ້ນ ເປັນຕົ້ນແມ່ນ ດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ດ້ານແຮງງານ, ໂຄງລ່າງພື້ນຖານ ແລະ ອື່ນໆ. ການຊ່ວຍເຫຼືອ ODA ຂອງ ສ. ເກົາຫຼີ ຈັດຢູ່ໃນອັນດັບຕົ້ນໆຂອງການຊ່ວຍເຫຼືອ ODA ໃນ ສປປ ລາວ, ການລົງທຶນຂອງ ສ. ເກົາຫຼີ ຢູ່ ສປປ ລາວ ຈັດເປັນອັນດັບທີ 5 ຂອງການລົງທຶນໂດຍກົງຈາກຕ່າງປະເທດ ໃນ ສປປ ລາວ. ນອກນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບແຜນການເດີນທາງຢ້ຽມຢາມ ສ. ເກົາຫຼີ ຢ່າງເປັນທາງການ ພ້ອມຄະນະ ໃນລະຫວ່າງວັນທີ 5-8 ກັນຍາ 2022.

                  

ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ອິມ ມູ ຮົງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບໃນຄັ້ງນີ້ຂອງ ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວນຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ ຈົນປະສົບຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນວ່າ ເຖິງວ່າຈະສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ ແລ້ວກໍ່ຕາມ, ແຕ່ຍັງຈະສືບຕໍ່ເປັນຂົວຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

        

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486451
ມື້ນີ້5
ມື້ວານ142
ອາທິດນີ້113
ເດືອນນີ້5756