ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ແລະ ປະດັບຫຼຽນໃຫ້ແກ່ ທູດໄທ ປະຈຳລາວ

 

2022916 Laos thai 1

2022916 Laos thai 2

2022916 Laos thai 3

2022916 Laos thai 4

ໃນວັນ​ທີ 16 ກັນຍາ 2022, ທີ່ ກະຊວງການຕ່າງປະເທດ, ພະ​ນະ​ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາ ຂອງ​ທ່ານ ເຈດສະດາ ກະຕະເວທິນ, ເອກ​ອັກ​ຄະຣາຊະທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ​ແຫ່ງ ຣາຊະອານາຈັກໄທ ປະ​ຈຳ ສ​ປ​ປ ລາວ, ໃນ​ໂອ​ກາດ​ທີ່​ສຳ​ເລັດການປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່ ສປປ ລາວ.

 

ໃນ​ໂອ​ກາດ​ນີ້, ທ່ານ​ຮອ​ງ​ນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້​ສະ​ແດງ​ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງ ທ່ານທູດ ເຈດສະດາ ກະຕະເວທິນ ທີ່ເຄື່ອນໄຫວວຽກງານຢ່າງຫ້າວຫັນ ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ລະຫວ່າງ ລາວ-ໄທ ຕະຫຼອດໄລຍະ 1 ປີກວ່າ ຂອງການປະຕິບັດຫນ້າທີ່ການທູດຢູ່ ສປປ ລາວ ດ້ວຍຜົນສຳເລັດອັນຈົບງາມ, ເປັນຕົ້ນແມ່ນການຊຸກຍູ້ ການຍົກລະດັບການພົວພັນ ແລະ ຮ່ວມມືເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໄລຍະ 5 ປີ (2022-2026) ຂອງສອງປະເທດ, ຊຸກຍູ້ ແລະ ສົ່ງເສີມດ້ານເສດຖະກິດ-ການຄ້າ, ການລົງທຶນ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ, ວັດທະນະທຳ-ສັງຄົມ ແລະ ອື່ນໆ ລວມທັງການຊຸກຍູ້ ແລະ ປຸກລະດົມຂົນຂວາຍຍາດແຍ່ງເອົາການສະໜັບສະໜູນດ້ານວັດຖຸ-ປັດໄຈ, ເຄື່ອງອຸປະໂພກ-ບໍລິໂພກ ລວມທັງ ອຸປະກອນທາງການແພດຕ່າງໆ ຈາກພາກລັດ ແລະ ເອກະຊົນ ໃຫ້ແກ່ ສປປ ລາວ ເປັນຈຳນວນຫຼວງຫຼາຍສົມຄວນ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຜ່ານທ່ານທູດໄປຍັງ ລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນການພັດທະນາເສດຖະກິດ-ສັງຄົມຕະຫຼອດມາ ທັງເປັນການສະໜັບສະໜູນນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາ (LDC) ພາຍໃນປີ 2026 ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເພື່ອໃຫ້ບັນລຸໄດ້ໃນປີ 2030.

 

ດັ່ງນັ້ນ, ເມື່ອອີງໃສ່ຜົນງານອັນພົ້ນເດັ່ນດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງຍ້ອງຍໍປະດັບຫລຽນກາມິດຕະພາບ ໃຫ້ແກ່ ທ່ານທູດ ເຈດສະດາ ກະຕະເວທິນ ເພື່ອເປັນການຈາລຶກຜົນງານການປະກອບສ່ວນໃນການສ້າງສາພັດທະນາຢູ່ ສປປ ລາວ. ໃນຂະນະດຽວກັນ, ທ່ານທູດ ເຈດສະດາ ກະຕະເວທິນ ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະ ກະຊວງການຕ່າງປະເທດ ທີ່ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນມີຜົນສໍາເລັດຢ່າງຈົບງາມ ແລະ ຢືນຢັນຈະສືບຕໍ່ໃນການເປັນຂົວຕໍ່ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດ ໄທ-ລາວ ໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486527
ມື້ນີ້81
ມື້ວານ142
ອາທິດນີ້189
ເດືອນນີ້5832