ໃນໂອກາດເຂົ້າຮ່ວມກອງປະຊຸມພາກອະປາຍທົ່ວໄປຂອງສະມັດຊາໃຫ່ຍອົງການສະຫະປະຊາຊາດ ສະໄໝທີ 77 ທີ່ ສຳນັກງານໃຫຍ່ອົງການ ສປຊ ທີ່ ນະຄອນນິວຢອກ, ສະຫະລັດ ມາເມລິກາ, ໃນຕອນເຊົ້າຂອງວັນທີ 19 ກັນຍາ 2022 ທີ່ ສຳນັກງານໃຫຍ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ອາຄິມ ສະໄຕເນີ (Achim Steiner), ຜູ້ອຳນວຍການໃຫ່ຍ ອົງການ UNDP. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປົ້າຫມາຍການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ພາຍຫລັງທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.
ການພົບປະຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດອັນດີ ແລະ ມີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ໃນບັນຫາການພັດທະນາ. ພ້ອມດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ເຊື້ອເຊີນ ທ່ານ ຜູ້ບໍລິຫານງານໃຫ່ຍ ອົງການ UNDP ໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເຫມາະສົມ.