ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປາຖະກະຖາມູນເຊື້ອ ວັນການທູດລາວ ຄົບຮອບ 77 ປີ

 

2022 10 6 DPM 77Diplomat 1 4

2022 10 6 DPM 77Diplomat 1 1

2022 10 6 DPM 77Diplomat 1 3

2022 10 6 DPM 77Diplomat 1 5

 

ໃນຕອນເຊົ້າ​ວັນ​ທີ 06 ຕຸລາ 2022, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີ​ປາຖະກະຖາມູນເຊື້ອ​ ວັນການ​ທູດລາວ ຄົບຮອບ 77 ປີ (12 ຕຸລາ 1945 – 12 ຕຸລາ 2022) ແລະ ພິທີຍ້ອງຍໍຂະບວນການແຂ່ງຂັນຮັກຊາດ, ພັດທະນາ ແລະ ການເຄຶ່ອນໄຫວວຽກງານການຕ່າງປະເທດ ປະຈໍາປີ 2016-2022, ​ເຊິ່ງໃຫ້​ກຽດ​ບັນຍາຍໂດຍ ​ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກກະຊວງ, ຮອງນາຍົກລັດຖະມົນຕີ​, ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ, ​ມີ​ບັນດາຄະນະ​ພັກ-ຄະນະນຳ​ກະຊວງ, ຄະນະກົມ ແລະ ບັນດາພະ​ນັກ​ງານລັດຖະກອນທັງໝົດຂອງກະຊວງການຕ່າງປະເທດ ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

 

ຈຸດປະສົງພິທີຄັ້ງນີ້ ແມ່ນເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງບັນພະບູລຸດຂອງພວກເຮົາ ກໍຄື ຫວນຄືນປະຫວັດສາດ ຂອງຊາດລາວ ທີີ່ປະຊາຊົນລາວເຮົາມີຄວາມເອກອ້າງທະນົງໃຈ ຕໍ່ມູນເຊື້ອຮັກຊາດ, ສາມັກຄີ ແລະ ອົງອາດກ້າຫານ, ເດັດດ່ຽວຕໍ່ສູ້ຕ້ານການຮຸກຮານ ຂອງພວກສັກດີນາລ່າເມືອງຂຶ້ນ ເພື່ອປົກປັກຮັກສາປິຕຸພູມອັນແສນຮັກ ແລະ ຫວງແຫນຂອງຕົນ ທັງເປັນການສະເຫຼີມສະຫຼອງ ແລະ ຍ້ອງຍໍຜົນງານການເຄື່ອນໄຫວວຽກງານການຕ່າງປະເທດ ກໍຄື ການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງລາວ ຕະຫຼອດໄລຍະ 77 ປີ ທີ່ຜ່ານມາ. ນອກຈາກນັ້ນ, ກໍເປັນໂອກາດອັນດີສຳລັບພະນັກງານກະຊວງການຕ່າງປະເທດ ໂດຍສະເພາະແມ່ນ ນັກການທູດໜຸ່ມນ້ອຍ ທີ່ຈະໄດ້ຮຽນຮູ້ ແລະ ກຳແໜ້ນນະໂຍບາຍການຕ່າງປະເທດຂອງລາວເຮົາ ແຕ່ລະໄລຍະ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານການຕ່າງປະເທດໃຫ້ຄ່ອງແຄ້ວ ແລະ ສອດຄ່ອງກັບແນວທາງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ພັກ ແລະ ລັດ ກໍຄື ເພື່ອຮັບປະກັນຄຸນນະພາບຂອງການປະຕິບັດໜ້າທີ່ການເມືອງການທູດຂອງຕົນທີ່ໄດ້ຮັບການມອບໝາຍ ໃຫ້ໄດ້ຮັບໝາກຜົນດີຍິ່ງຂຶ້ນ.

 

ໃນ​ພິທີ, ທ່ານ ສະເຫຼີມໄຊ ກົມມະສິດ ​ໄດ້​ຍົກ​ໃຫ້​ເຫັນ​ເຖິງປະຫວັດຄວາມເປັນມາ ແລະ ຄວາມໝາຍ ຄວາມສຳຄັນຂອງວັນການທູດລາວ (12 ຕຸລາ), ຕີລາຄາການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດ ແຕ່ລະໄລຍະ ແລະ ຜົນສຳເລັດອັນໃຫຍ່ຫຼວງຂອງການເຄື່ອນໄຫວການຕ່າງປະເທດ ຂອງພັກ ແລະ ລັດ ໃນຕະຫຼອດໄລຍະ 77 ປີ; ລວມທັງຂໍ້ສະດວກ ແລະ ສິ່ງທ້າທາຍຂອງການເຄື່ອນໄຫວວຽກງານການທູດ; ພ້ອມທັງກຳນົດທິດທາງ ແລະ ແຜນການໃນຕໍ່ໜ້າ. ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຢ້ຳຄືນກ່ຽວກັບຄຸນສົມບັດຂອງນັກການທູດ ກໍຄືພະນັກງານການຕ່າງປະເທດໃນຍຸກໃໝ່ ແມ່ນຕ້ອງມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດ; ມີຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະອັນແນ່ນອນ ແລະ ມີຄຸນສົມບັດ ແລະ ບຸກຄະລິກກະພາບຂອງນັກການທູດທີ່ດີ.  ພ້ອມທັງໄດ້ເນັ້ນຢໍ້າເຖິງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະ 77 ປີ ແມ່ນຍ້ອນແນວທາງອັນຖືກຕ້ອງສອດຄ່ອງຂອງພັກເຮົາ, ຍ້ອນການຊີ້ນຳນຳພາທີ່ໃກ້ຊິດໂດຍກົງ ຮອບດ້ານຂອງກົມການເມືອງສູນກາງພັກ ໃນແຕ່ລະຍຸກ, ແຕ່ລະສະໄໝ ແລະ ການຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດຂອງຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ການຈັດຕັ້ງພັກ-ລັດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄວາມຮັບຜິດຊອບ ແລະ ການຮ່ວມແຮງຮ່ວມໃຈຂອງພະນັກງານ, ທະຫານ, ​ຕຳຫຼວດ ແຕ່ສູນກາງລົງຮອດທ້ອງຖິ່ນ ຕະຫຼອດຮອດນັກທຸລະກິດ, ພໍ່ແມ່ປະຊາຊົນລາວໃນທົ່ວປະເທດ ລວມທັງຄົນລາວຢູ່ຕ່າງປະເທດ. ຜ່ານການເຄື່ອນໄຫວການຕ່າງປະເທດ ແລະ ການທູດນັ້ນ ພວກເຮົາສາມາດຍາດແຍ່ງຄວາມເປັນໃຈ ແລະ ການສະໜັບສະໜູນຂອງເພື່ອນມິດສາກົນໄດ້ນັບມື້ນັບຫຼາຍຂຶ້ນ ເຮັດໃຫ້ ສປປ ລາວ ມີຖານະບົດບາດສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ອັນໄດ້ສ້າງ​​ເງື່ອນ​ໄຂ​ສະພາບ​ແວດ​ລ້ອມ​ພາຍ​ນອກ ​ທີ່​ເອື້ອ​ອໍານວຍໃຫ້​ແກ່​ພາລະກິດປົກປັກຮັກສາ ແລະ ການສ້າງສາ​ພັດທະນາ​ປະ​ເທດ​ຊາດ​ ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ, ກ້າວ​ໄປ​ສູ່​ເປົ້າ​ໝາຍ​ໃນ​ການນໍາ​ເອົາ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​​ດ້ອຍ​ພັດທະນາ​ ໃນ​ປີ 2026 ແລະ ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ບັນລຸໄດ້ໃນປີ 2030 ເພື່ອສ້າງ​ປະ​ເທດ ​ໃຫ້​ເປັນ​ປະ​ເທດ​ທີ່​ຮັ່ງມີ, ປະຊາຊົນ​ມີ​ຄວາມສຸກ, ສັງຄົມ​ມີ​ຄວາມ​ຍຸຕິ​ທໍາ, ປະຊາທິປະ​ໄຕ​ ປອງ​ດອງ ​ແລະ ສີວິ​ໄລ.​ ມາຮອດປັດຈຸບັນ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ (ຈາກ 193 ປະເທດ) ທົ່ວໂລກ; ມີສຳນັກງານຕາງໜ້າການທູດຢູ່ຕ່າງປະເທດ 41 ແຫ່ງ (ໃນນີ້ ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສູນ 01 ແຫ່ງ), ກົງສູນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ. ສະຖານທູດຕ່າງປະເທດ ທີ່ມີສຳນັກງານຢູ່ລາວ 28 ແຫ່ງ, ກົງສູນໃຫຍ່ 6 ແຫ່ງ, 18 ອົງການຈັດຕັ້ງສາກົນ ທີ່ຂຶ້ນກັບລັດຖະບານ ແລະ ມີກົງສູນກິດຕິິມະສັກ 18 ປະເທດ ປະຈໍາຢູ່ລາວ.

 

ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ຊີ້ນໍາ ແລະ ໃຫ້ທິດເຍືອງທາງແກ່ພະນັກງານກະ ຊວງການຕ່າງປະເທດ ໂດຍໄດ້ເນັ້ນວ່າ ພະນັກງານກະຊວງການຕ່າງປະເທດ ຫຼື ນັກການທູດ ນອກຈາກມີທັດສະນະທາງດ້ານການເມືອງຖືກຕ້ອງແລ້ວ ຕ້ອງກໍາແໜ້ນແນວທາງນະໂຍບາຍການຕ່າງປະເທດຂອງພັກ-ລັດເຮົາ ຢ່າງເລິກເຊິ່ງ. ນອກຈາກນີ້, ຍັງໄດ້ຢໍ້າຕື່ມອີກວ່າ ນັກການທູດຕ້ອງເປັນຄົນທີ່ມີຄວາມຮູ້ກວ້າງຂວາງ, ມີຄວາມຊໍານິຊໍານານດ້ານການພົວພັນສາກົນ, ມີຄວາມຮູ້ດ້ານເສດຖະກິດ, ກົດໝາຍ, ພາສາຕ່າງປະເທດ, ມີຄວາມຮູ້ດ້ານວັດທະນະທໍາ, ສາສະໜາ, ເຕັກໂນໂລຢີ ແລະ ດ້ານອື່ນໆ. ໃນຂະນະດຽວກັນ, ນັກການທູດຕ້ອງເປັນນັກເຈລະຈາ ແລະ ນັກໂຄສະນາທີ່ມີຄວາມສາມາດ ແລະ ຄ່ອງແຄ້ວ ເພື່ອສາມາດຍາດແຍ່ງເອົາຜົນປະໂຫຍດມາໃຫ້ແກ່ປະເທດຊາດ ໃນສະພາບການຂອງໂລກປັດຈຸບັນ ທີ່ມີການຜັນແປຢ່າງໄວວາ ແລະ ສະຫຼັບສັບຊ້ອນ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ພະນັກງານໃນຂົງເຂດວຽກງານຕ່າງປະເທດ ກໍຄື ນັກການທູດຍິ່ງຕ້ອງມີຄວາມສະດຸ້ງໄວ, ມີຄວາມຮູ້ເຫຼົ່ານັ້ນຢ່າງເລິກເຊິ່ງ ແລະ ກວ້າງຂວາງ ເພື່ອສາມາດເປັນເສນາທິການທີ່ດີໃຫ້ແກ່ພັກ ແລະ ລັດຖະບານໃນຂົງເຂດວຽກງານການຕ່າງປະເທດແນໃສ່ບັນລຸສອງຫນ້າທີ່ຍຸດທະສາດຂອງພັກ ແລະ ລັດ ຕາມລະດັບຄາດຫມາຍທີ່ວາງໄວ້ໄດ້ເປັນຢ່າງດີ.

 

ນອກຈາກນີ້, ຍັງໄດ້ຖືເອົາໂອກາດສະເຫລີມສະຫລອງວັນການທູດລາວ ຄົບຮອບ 77 ປີ ຈັດພິທີຍ້ອງຍໍຂະບວນການແຂ່ງຂັນຮັກຊາດ, ພັດທະນາ ແລະ ການເຄື່ອນໄຫວຕ່າງປະເທດ ປະຈໍາປີ 2016-2022, ເພື່ອຮັບຮູ້ ແລະ ຊົມເຊີຍຜູ້ທີ່ມີຜົນງານດີເດັ່ນປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ພັດທະນາ ແລະ ການເຄື່ອນໄຫວຕ່າງປະເທດ ໃນໄລຍະ 05 ປີ, ເຊິ່ງປະກອບມີຫລຽນໄຊແຮງງານຊັ້ນ I ຈໍານວນ 41 ທ່ານ ແລະ 20 ກົມ, ຫລຽນໄຊແຮງງານ ຊັ້ນ II ຈໍານວນ 102 ທ່ານ, ຫລຽນໄຊແຮງງານ ຊັ້ນ III ຈໍານວນ 188 ທ່ານ ແລະ 19 ກົມ, ຫລຽນກາແຮງງານ ຈໍານວນ 249 ທ່ານ ແລະ ມອບໃບຍ້ອງຍໍລັດຖະບານ ຈໍານວນ 130 ທ່ານ ແລະ 19 ກົມ. ໃນໂອກາດດຽວກັນນີ້, ຄະນະນຳກະຊວງ ແລະ ບັນດາຄະນະກົມ ໄດ້ພ້ອມກັນຈັບມື ເພື່ອເປີດຂະບວນການແຂ່ງຂັນຮັກຊາດ, ພັດທະນາ ແລະ ການເຄື່ອນໄຫວວຽກງານຕ່າງປະເທດ ສຳລັບ 5 ປີຕໍ່ຫນ້າ (2021-2025).

 

2022 10 6 DPM 77Diplomat 1 6

2022 10 6 DPM 77Diplomat 1 7

 

ພ້ອມດຽວກັນນີ້, ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນດັ່ງກ່າວ, ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຮ່ວມກັນຈັດກິດຈະກຳຕີດອກປີກໄກ່ຂຶ້ນໃນວັນທີ 01 ຕຸລາ 2022 ທີ່ຜ່ານມາ ແລະ ກິລາບານເຕະ ຊຶ່ງຈະຈັດຂຶ້ນໃນຕອນບ່າຍຂອງວັນທີ 06 ຕຸລາ 2022 ນີ້.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487162
ມື້ນີ້188
ມື້ວານ210
ອາທິດນີ້824
ເດືອນນີ້555