ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ

 

LaoAuz1

ພົບປະສອງຝ່າຍກັບ ທ່ານ ນາງ ເພັນນີ ວອງ, ລັດຖະມົນຕີຕ່າງປະເທດ ແຫ່ງ ອົດສະຕຣາລີ

LaoAuz2

LaoAuz5

ຮ່ວມກັນປູກຕົ້ນໄມ້ມິດຕະພາບ ລາວ-ອົດສະຕຣາລີ ຄົບຮອບ 70 ປີ

LaoAuz4

ພົບປະກັບ ທ່ານ ຣິຊາດ ມາຣີຊ (Richard Maries MP), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ອົດສະຕຣາລີ

LaoAuz3

ພົບປະກັບ ທ່ານ ແພັດ ຄອນຣອຍ (Pat Conroy MP), ລັດຖະມົນຕີ ເພື່ອການພັດທະນາສາກົນ ແລະ ປາຊີຟິກ ແຫ່ງ ອົດສະຕຣາລີ

LaoAuz7

ເຂົ້າຮ່ວມພິທີເປີດນໍາໃຊ້ສໍານັກງານ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອົດສະຕຣາລີ ຫຼັງໃຫມ່

LaoAuz8

ເປັນປະທານພິທີປາຖະກະຖາ ຫົວຂໍ້: ການພົວພັນ ລາວ-ອົດສະຕຣາລີ ຄົບຮອບ 70 ປີ

 

ໂດຍຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ ທ່ານ ນາງ ເພັນນີ ວອງ (Penny WONG), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງໄປຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນວັນທີ 09-11 ຕຸລາ 2022, ເພື່ອສືບຕໍ່ຮັດແຫນ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ສປປ ລາວ ແລະ ອົດສະຕຣາລີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ເຊິ່ງການເດີນທາງຢ້ຽມຢາມຄັ້ງນີ້ ເປັນໜຶ່ງໃນກິດຈະກຳ ເພື່ອສະເຫຼີມ ສະຫຼອງສາຍພົວພັນການທູດ ລາວ-ອົດສະຕຣາລີ ຄົບຮອບ 70 ປີ ໃນປີ 2022.

 

ພິທີພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ແລະ ທ່ານ ນາງ ເພັນນີ ວອງ, ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ໄດ້ມີຂຶ້ນໃນຕອນແລງຂອງວັນທີ 10 ຕຸລາ 2022, ທີ່ ສະພາແຫ່ງຊາດ ອົດສະຕຣາລີ. ໃນການພົບປະ, ​ສອງ​ຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ອົດສະຕຣາລີ ຕະຫຼອດໄລຍະຜ່ານມາ, ພາຍຫຼັງທີ່ ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ເປັນຕົ້ນມາ, ລາວ-ອົດສະຕຣາລີ ສາມາດຮັກສາໄດ້ການພົວພັນ ແລະ ການຮ່ວມມືທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳໃນທຸກລະດັບ ຢ່າງເປັນປະຈຳ. ອັນພົ້ນເດັ່ນ ແມ່ນ ລັດຖະບານ ອົດສະຕຣາລີ ໄດ້ໃຫ້ການຊ່ວຍໃນໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທຳອິດ ແລະ ໄດ້ເປີດນຳໃຊ້ໃນ ເດືອນເມສາ ປີ 1994 ເປັນຕົ້ນມາ, ເຊິ່ງໂຄງການດັ່ງກ່າວ ໄດ້ກາຍເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ລາວ-ອົດສະຕຣາລີ ມາເຖິງທຸກມື້ນີ້. ປະຈຸບັນ ລັດຖະບານ ອົດສະຕຣາລີ ໄດ້ສືບຕໍ່ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງຈັດເປັນອັນດັບ 3 ຂອງການຊ່ວຍເຫຼືອ ODA ຢູ່ ສປປ ລາວ, ໂດຍໄດ້ສຸມໃສ່ຫຼາຍຂະແໜງການ ເປັນຕົ້ນ ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊົນນະບົດ, ສາທາລະນະສຸກ, ການຈັດການໄພພິບັດທາງທຳມະຊາດ, ວຽກງານປ້ອງກັນຄວາມສະຫງົບ, ການຕ້ານການຄ້າມະນຸດ ແລະ ການເກັບກູ້ລະເບີດບໍ່ທັນແຕກ, ນອກນີ້ ລັດຖະບານ ອົດສະຕຣາລີ ຍັງໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຂອບການຮ່ວມມື ອາຊຽນ ໂດຍສະເພາະການກະກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ການຮ່ວມມືແມ່ນ້ຳຂອງ-ອົດສະຕຣາລີ ແລະ ອື່ນໆ, ເຊິ່ງໄດ້ປະກອບສ່ວນສຳຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ ກໍ່ຄື ເປົ້າໝາຍການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາໃນອະນາຄົດ.

 

ພ້ອມນີ້, ສອງຝ່າຍ ໄດ້ປຶກສາຫາລືໃນການຍົກລະດັບການພົວພັນຮ່ວມມືສອງຝ່າຍ ເປັນ “ຄູ່ຮ່ວມມືຮອບດ້ານ” (Comprehensive Partnership) ເພື່ອສົ່ງເສີມການຮ່ວມມືສອງປະເທດ ໃຫ້ຫຼາຍຂຶ້ນ, ເຫັນດີສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ຊຸກຍູ້ການຮ່ວມມືືກັນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າອົດສະຕຣາລີ ໃຫ້ແຫນ້ນແຟ້ນຍິ່ງຂຶ້ນ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງສອງຝ່າຍ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ໃນຂະແໜງການບໍ່ແຮ່, ກະສິກຳ, ການສຶກສາ, ການທະນາຄານ, ພະລັງງານ ແລະ ອື່ນໆ ທີ່ມີຄວາມສົນໃຈຮ່ວມກັນ. ສອງຝ່າຍ ເຫັນດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບ ອາຊຽນ,​ ສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນຕ່າງໆ; ສປປ ລາວ ໃນຖານະເປັນປະເທດປະສານງານແຫ່ງການພົວພັນ ອາຊຽນ-ອົດສະຕຣາລີ ປະຈຳສົກປີ 2021-2024, ຈະຮ່ວມມືກັນຢ່າງໃກ້ຊິດເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ອາຊຽນ ກັບ ອົດສະຕຣາລີ ແລະ ປະເທດສະມາຊິກອາຊຽນ ເພື່ອສົ່ງເສີມການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ອົດສະຕຣາລີ ໃຫ້ກ້າວຂຶ້ນສູ່ລະດັບສູງ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

 

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ໂດຍສະເພາະການຊ່ວຍເຫຼືອ ສປປ ລາວ ໃນຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ ໃນຊ່ວງໄລຍະເວລາທີ່ມີການແຜ່ລະບາດຢ່າງຫນັກຢູ່ລາວ, ເຊິ່ງໄດ້ຊ່ວຍເຮັດໃຫ້ການຄວບຄຸມການລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ໄດ້ດີຂຶ້ນ ແລະ ສະແດງຄວາມຂອບໃຈສຳລັບການຮ່ວມມື ແລະ ການຊ່ວຍເຫຼືອແກ່ ສປປ ລາວ ໃນຂອບອາຊຽນ ເປັນຕົ້ນແມ່ນ ການກຽມເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ໃນຂະນະດຽວກັນ, ທ່ານ ນາງ ເພັນນີ ວອງ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ອົດສະຕຣາລີ ໃນເວທີພາກພື້ນ ແລະ ສາກົນ ໃນໄລຍະຜ່ານມາ, ສະແດງຄວາມຍິນດີຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ເພື່ອເຮັດໃຫ້ບັນດາຂໍ້ຕົກລົງຕ່າງໆ ປະກົດຜົນເປັນຈິງ, ທັງນີ້ ກໍ່ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ ອົດສະຕຣາລີ-ລາວ.

 

ໃນໂອກາດດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ທ່ານ ນາງ ເພັນນີ ວອງ ກໍ່ໄດ້ຮ່ວມກັນປູກຕົ້ນໄມ້ມິດຕະພາບ ລາວ-ອົດສະຕຣາລີ ເພື່ອລະນຶກເຖິງວັນທີ່ມີຄວາມຫມາຍສຳຄັນທາງປະຫວັດສາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອົດສະຕຣາລີ ທີ່ສວນພຶກສາສາດ.

 

ໃນວັນດຽວກັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ຍັງໄດ້ພົບປະກັບ ທ່ານ ຣິຊາດ ມາຣີຊ (Richard Maries MP), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ພົບປະກັບ ທ່ານ ແພັດ ຄອນຣອຍ (Pat Conroy MP), ລັດຖະມົນຕີ ເພື່ອການພັດທະນາສາກົນ ແລະ ປາຊີຟິກ ແຫ່ງ ອົດສະຕຣາລີ, ເຊິ່ງ ສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການເສີມຂະຫຍາຍຮ່ວມມືໃນຂະແໜງການດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນໃນອະນາຄົດ. ນອກຈາກນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ປາຖະກະຖາ ຫົວຂໍ້: ການພົວພັນ ລາວ-ອົດສະຕຣາລີ ຄົບຮອບ 70 ປີ, ທີ່ ມະຫາວິທະຍາໄລແຫ່ງຊາດ ອົດສະຕຣາລີ.

 

ໃນໂອກາດຢ້ຽມຢາມ ອົດສະຕຣາລີ ຄັ້ງນີ້, ​ທ່ານ​ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ສໍານັກງານ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ອົດສະຕຣາລີ ຫຼັງໃຫມ່; ພ້ອມທັງ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພະນັກງານສະຖານທູດ ແລະ ຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ອົດສະຕຣາລີ ອີກດ້ວຍ.​

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487159
ມື້ນີ້185
ມື້ວານ210
ອາທິດນີ້821
ເດືອນນີ້552