ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2 (ເເບບທາງໄກ).

 

2022 10 12 PM

 

ໃນຕອນບ່າຍຂອງວັນທີ 12 ຕຸລາ 2022, ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ການສ້າງອະນາຄົດແບບຍືນຍົງ, ກວມລວມ ແລະ ເຂັ້ມແຂງ: ການສົ່ງເສີມຜູ້ປະກອບການຍິງໃນອາຊຽນ” (ເເບບທາງໄກ), ພາຍໃຕ້ການເປັນປະທານຂອງ ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ປະທານອາຊຽນປີ 2022, ໂດຍມີບັນດາຜູ້ນຳອາຊຽນ, ລັດຖະມົນຕີ, ຕາງໜ້າຜູ້ນຳຍິງອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສຳລັບຕາງໜ້າຜູ້ນຳແມ່ຍິງລາວແມ່ນ ທ່ານ ນາງ ອິນລາວັນ ແກ້ວບຸນພັນ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຂົ້າຮ່ວມ.

 

ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງ ບົດບາດຂອງແມ່ຍິງ ກໍຄືບັນດາຜູ້ປະກອບການແມ່ຍິງ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນຂະບວນການຟື້ນຟູເສດຖະກິດ-ສັງຄົມ ຢູ່ໃນພາກພື້ນອາຊຽນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ຊຶ່ງແມ່ຍິງໄດ້ມີສ່ວນຮ່ວມໃນຂະບວນການລວມຂອງອາຊຽນ ກໍຄືການພັດທະນາແບບຍືນຍົງຢູ່ໃນພາກພື້ນ.ກອງປະຊຸມໄດ້ເຫັນດີສືບຕໍ່ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກງານ ແລະ ກິດຈະກຳຕ່າງໆ ຂອງອາຊຽນ ລວມທັງ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນຫຼັງປີ 2025 ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ ເພື່ອແນ່ໃສ່ສົ່ງເສີມການສ້າງຄວາມເຂັ້ມແຂງຮອບດ້ານໃຫ້ກັບແມ່ຍິງໃນແຕ່ລະຂົງເຂດ ໂດຍການສ້າງເງື່ອນໄຂ ແລະ ກາລະໂອກາດ ໃຫ້ແມ່ຍິງໄດ້ເຂົ້າເຖິງການສຶກສາ, ສົ່ງເສີມການມີວຽກເຮັດງານທຳ, ການເຂົ້າເຖິງແຫຼ່ງທຶນ ແລະ ແຫຼ່ງຂໍ້ມູນຂ່າວສານ ເພື່ອສົ່ງເສີມທ່າແຮງໃຫ້ຜູ້ປະກອບການແມ່ຍິງ ຈາກວິສາຫະກິດຂະໜາດໜ້ອຍໃຫ້ກາຍເປັນວິສາຫະກິດຂະ ໜາດໃຫຍ່ໃນຂົງເຂດທີ່ກວ້າງຂຶ້ນ. ດັ່ງນັ້ນ, ການສ້າງຄວາມຍືນຍົງ, ກວມລວມ ແລະ ເຂັ້ມແຂງ ໃນອະນາຄົດໃຫ້ກັບຜູ້ປະກອບການຍິງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ຂະແໜງການຕ້ອງໄດ້ມີສ່ວນຮ່ວມນໍາກັນ.

 

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຢໍ້າວ່າ ການເລັ່ງລັດຈັດຕັ້ງປະຕິບັດແຜນງານຍຸດທະສາດ ວ່າດ້ວຍ ການເຊື່ອມສານບົດບາດຍິງ-ຊາຍໃນອາຊຽນ ຈະເປັນການສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໃນທຸກຂົງເຂດວຽກງານ ໂດຍສະເພາະການສົ່ງເສີມຜູ້ປະກອບການແມ່ຍິງ. ພ້ອມທັງ, ໄດ້ກ່າວວ່າ ໃນທິດທາງຕໍ່ໜ້າ, ເພື່ອເຮັດໃຫ້ບັນດາກົນໄກ, ແຜນງານ ແລະ ແຜນການຕ່າງໆຂອງອາຊຽນ ໄດ້ຮັບການຈັດຕັ້ງເປັນຮູບປະທໍາ, ອາຊຽນ ຄວນສຸມໃສ່ສ້າງທຸກເງື່ອນໄຂໃນການອໍານວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການແມ່ຍິງ ໃຫ້ໄດ້ມີໂອກາດພັດທະນາຕົນເອງໃນດ້ານຕ່າງໆໄປຕາມແຕ່ລະຍຸກສະໄໝຂອງການພັດທະນາ ເພື່ອເຮັດໃຫ້ບັນລຸເປົ້າໝາຍການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ ກໍຄື ຜູ້ປະກອບການຍິງໃນອາຊຽນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487202
ມື້ນີ້37
ມື້ວານ191
ອາທິດນີ້864
ເດືອນນີ້595