ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ

 

Photo2

Photo4

 

ໂດຍຕອບ​ສະ​ໜອງ​ຕາມ​ຄຳເຊື້ອ​ເຊີນ​ຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ ໃນວັນທີ 24-26 ຕຸລາ 2022, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.

 

ພິທີຕ້ອນຮັບ ພະນະທ່ານ ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນເຊົ້າຂອງວັນທີ 25 ຕຸລາ 2022, ທີ່ ພະລາດຊະວັງ Istana Nurul Iman, ໂດຍການໃຫ້ກຽດຕ້ອນຮັບອັນອົບອຸ່ນຈາກ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ, ພ້ອມດ້ວຍພະຣາຊິນີ, ພະບໍລົມ ວົງສານຸວົງ ແລະ ຄະນະຜູ້ແທນຂັ້ນສູງ ແຫ່ງ ບຣູໄນ ດາຣູຊາລາມ.  ຈາກນັ້ນກໍໄດ້ມີການພົບປະສອງຝ່າຍ, ເຊິ່ງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ທີ່ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຢ້ຽມຢາມ ບຣູໄນ ໃນຄັ້ງນີ້. ໃນໂອກາດດັ່ງກ່າວ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມ ບຣູໄນ ໃນຄັ້ງນີ້ ຈະເປັນຂີດໝາຍອັນສໍາຄັນໃນການເພີ່ມທະວີ ​ແລະ ຮັດ​ແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນ​ດີງາມ ລະຫວ່າງ ລາວ-ບຣູໄນ, ທັງຍັງເປັນການຢືນຢັນຄືນເຖິງຄວາມມຸ່ງໝັ້ນຂອງປະຊາຊົນລາວ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນເທື່ອລະກ້າວ.

 

ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆໃນຫຼາຍຂົງເຂດ, ເປັນຕົ້ນແມ່ນທາງດ້ານການເມືອງ, ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລືທິດທາງແຜນການຮ່ວມມືຕໍ່ໜ້າໃນດ້ານຕ່າງໆ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍກວ້າງຂວາງຍິ່ງໆຂຶ້ນ, ພິເສດໃນປີ 2023 ທີ່ຈະມາເຖິງນີ້ ສອງຝ່າຍຈະຮ່ວມກັນຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງ ເນື່ອງໃນໂອກາດຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ (27 ກໍລະກົດ 1993 – 27 ກໍລະກົດ 2023) ໃຫ້ເປັນຂະບວນຟົດຟື້ນ ແລະ ມີເນື້ອໃນຄວາມໝາຍຄວາມສໍາຄັນ, ເຊິ່ງພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ກໍ່ໄດ້ເຊື້ອເຊີນ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ເດີນທາງມາຢ້ຽມຢາມ ສປປ ລາວ ໃນໂອກາດດັ່ງກ່າວ.

 

ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ສະພາການຄ້າ ແລະ ອຸດສາຫາກໍາ ແຫ່ງຊາດລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງ ບຣູໄນ ດາຣູຊາລາມ ທີ່ໄດ້ຮ່ວມກັນຈັດກອງປະຊຸມພົບປະທຸລະກິດຂຶ້ນ ໃນໂອກາດຢ້ຽມຢາມຄັ້ງນີ້ ເພື່ອເປັນການເປີດໂອກາດໃຫ້ມີການປຶກສາຫາລືຮ່ວມກັນ ໃນການຮ່ວມມື ແລະ ຈັບຄູ່ທຸລະກິດທີ່ທັງສອງຝ່າຍມີຄວາມສົນໃຈ ແລະ ມີທ່າແຮງ ໂດຍສະເພາະແມ່ນສຸມໃສ່ການຊຸກຍູ້ການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວ ແລະ ມີປະສິດທິຜົນດີຍິ່ງໆຂຶ້ນ, ເຊິ່ງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະເໜີຕໍ່  ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແລະ ເຊີນຊວນນັກທຸລະກິດ ບຣູໄນ ເຂົ້າມາລົງທຶນໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ດ້ານກະສິກໍາ, ພະລັງງານ ແລະ ທ່ອງທ່ຽວ ຫຼື ຂະແໜງການອື່ນທີ່ຝ່າຍບຣູໄນມີຄວາມສົນໃຈ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ກ່ຽວກັບສະພາບການພາຍໃນປະເທດຂອງຕົນ, ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

 

ພ້ອມດຽວກັນນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ແຈ້ງໃຫ້ຊາບຕື່ມວ່າ ສປປ ລາວ ກຽມພ້ອມທີ່ຈະຮ່ວມມືກັບ ບຣູໄນ ແລະ ປະເທດສະມາຊິກອາຊຽນອື່ນໆ ເພື່ອສືບຕໍ່ຮັດແໜ້ນປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໂດຍສະເພາະການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ, ແລະ ເຫັນວ່າ ຂໍ້ລິເລີ່ມ ສ້າງຕັ້ງສູນອາຊຽນ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ (ASEAN Center for Climate Change) ຢູ່ ບຣູໄນ ດາຣູຊາລາມ ຈະມີບົດບາດສໍາຄັນໃນຖານະເປັນແຫຼ່ງຂໍ້ມູນ ແລະ ເປັນບ່ອນແລກປ່ຽນບົດຮຽນທີ່ດີ ລະຫວ່າງປະເທດສະມາຊິກອາຊຽນ ແລະ ຄູ່ຮ່ວມມືຕ່າງໆ ເພື່ອສົ່ງເສີມຄວາມເຂັ້ມແຂງ ໃຫ້ແກ່ປະເທດສະມາຊິກ ກໍຄືພາກພື້ນ ໃນການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ໄພພິບັດທາງທໍາມາຊາດໃນຕໍ່ໜ້າ, ພ້ອມກັນນີ້ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ບຣູໄນ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ສປປ ລາວ ໃນຂອບວຽກອາຊຽນ ໃນໄລຍະຜ່ານມາ.

Photo7 1

Photo9

Photo7

 

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມບົດບັນທຶກຄວາມເຂົ້າໃຈ 2 ສະບັບ ຄື: 1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານກະສິກໍາ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຂອງ ສປປ ລາວ ແລະ ກະຊວງຊັບພະຍາກອນ ແລະ ການທ່ອງທ່ຽວ ຂອງບຣູໄນ; ແລະ 2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານພະລັງງານ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ສປປ ລາວ ແລະ ກົມພະລັງງານ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂອງບຣູໄນ.

 

ການພົບປະສອງຝ່າຍໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນສະໜິດສະໜົມ, ອົບອຸ່ນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

 

ໃນວັນດຽວກັນ, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຊົມ ບ່ອນຂຸດເຈາະນໍ້າມັນ ແລະ ອາຍແກັດ ຂອງ ບຣູໄນ (Brunei Shell Petroleum and Brunei Liquefied Natural Gas) ຕື່ມອີກ, ເຊິ່ງເປັນກຽດຕ້ອນຮັບໂດຍ ທ່ານ Dato Dr Amin Abdullah, ລັດຖະມົນປະຈໍາ ສໍານັກງານນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ-ເສດຖະກິດ II.

 

ໃນຕອນຄໍ່າຂອງວັນດຽວກັນ, ໄດ້ມີງານລ້ຽງຮັບຮອງເປັນກຽດຈັດໂດຍ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ພ້ອມດ້ວຍພະຣາຊິນີ ເພື່ອເປັນກຽດໃຫ້ແກ່ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487561
ມື້ນີ້1
ມື້ວານ228
ອາທິດນີ້1223
ເດືອນນີ້954