ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ບັນດາທູດປະເທດເພື່ອນມິດ ເຂົ້າຍື່ນສານຕາຕັ້ງ.

 

 

2022 11 10 HE Thongloun

2022 11 10 HE 1

2022 11 10 HE 2

 

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2022, ທີ່ ຫໍສະພາແຫ່ງຊາດ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບ ບັນດາເອກອັກຄະລັດຖະທູດແຕ່ງຕັ້ງ ຂອງປະເທດເພື່ອນມິດ 15 ປະເທດ ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ, ຕາມລາຍຊື່ດັ່ງນີ້:

  1. ທ່ານ ອາເລຮານໂດຣ ເນກຣິນ ມູໂຍດສ໌ (Alejandro NEGRIN MUNOZ), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ແມັກຊິໂກ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
  2. ທ່ານ ນາງ ຊີ.ເອ ຊາມິນດາ ໄອ. ໂຄລອນເນ (A. Chaminda I. Colonne), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ປະຈໍາ ສປປ ລາວ ແລະ ຜູ້ຕາງໜ້າຖາວອນ ປະຈໍາ ອົງການ UNESCAP, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
  3. ທ່ານ ອາເມດ ອາລີ ເອເຈ ອານ ຕາມີມີ (Ahmed Ali A.J. Al-Tamimi), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ລັດກາຕາ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
  4. ທ່ານ ປາວໂລ ດີໂອນີຊີ (Paolo DIONISI), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອີຕາລີ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
  5. ທ່ານ ອັບເດລາມິດ ບູບາຊີນ (Abdelhamid BOUBAZINE), ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
  6. ທ່ານ ຢາຣອນ ເມເຢີ (Yaron Mayer), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ລັດອິດສະຣາແອນ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
  7. ທ່ານ ນາງ ຮິວເດີ ໂຊນບັກເກັນ (Hilde Solbakken), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກ ນອກແວ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
  8. ທ່ານ Mohamed Jinah (ໂມຮາເມັດ ຈີນາ), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ມານດິວ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
  9. ທ່ານ ເຟລິບເປ ເດິ ລາ ໂມລີນາ ກາຊາໂດ (Felipe De La Morena Casado), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ແອັດສະປາຍ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
  10. ທ່ານ ເຊຢິດ ເຣຊາ ໂນບາກຕິ (Seyed Reza Nobakhti), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິດສະລາມ ອີຣານ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
  11. ທ່ານ ປາທຣິກ ອາມແມກ (Patrick Hemmer), ເອກອັກຄະລັດຖະທູດວິສາມັນຜູ້ມີນໍານາດເຕັມ ແຫ່ງ ລຸກຊໍາບວກ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
  12. ທ່ານ ນາງ ມູນາ ອາບາ ມາມູດ ຣາດີ (Muna Abbas Mahmood Rahdi), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ບາເຣນ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
  13. ທ່ານ ນາງ ຊີບີລ ເດິ ກາກຈີເອ ດີວ (Sibille de Cartier d’Yves), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ແບນຊິກ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.
  14. ທ່ານ ນາງ ຕາເຕຍນາ ໂຮເຊຟີນາ ພຣັກ ໂມເຣໂນ (Tatiana Josefina Pugh Moreno), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ເວເນຊູເອນລາ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.
  15. ທ່ານ ວິນແຮມ ແມັກຊິມິລຽນ​ ດອນໂກ ( Wilhelm Maximilian DONKO), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ໂອຕຣິດ ປະຈໍາ ສປປ ລາວ, ເຊິ່ງມີສໍານັກງານການທູດຕັ້ງຢູ່ ນະຄອນຫຼວງບາງກອກ, ຣາຊະອານາຈັກໄທ.

ໃນໂອກາດດຽວກັນນີ້, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ໃຫ້ກຽດໂອລົມຕໍ່ບັນດາເອກອັກຄະລັດຖະທູດທີ່ເຂົ້າຍື່ນສານຕາຕັ້ງໃນຄັ້ງນີ້, ເຊິ່ງໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍ ​ໃນການຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈຳ ສປປ ລາວ ໃນ​ຄັ້ງ​ນີ້, ພ້ອມທັງໄດ້ກ່າວຕື່ມວ່າ ລັດ​ຖະ​ບານ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ຕ່າງໆ​ຂອງ ສປປ ​ລາວ ພ້ອມ​ທີ່​ຈະໃຫ້ການຮ່ວມ​ມື, ສະໜັບສະໜູນ ແລະ ອໍານວຍຄວາມສະດວກ ເພື່ອໃຫ້​ບັນ​ດາທ່ານ​ເອກອັກຄະລັດຖະທູດ ສາມາດເຮັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງຈົບງາມ, ເຊິ່ງ ສປປ ລາວ ຍາມໃດກໍ່ຍຶດໝັ້ນແນວທາງການຕ່າງປະເທດແຫ່ງ ສັນຕິພາບ, ເອກະລາດ, ມິດຕິພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ; ມີຄວາມຈິງໃຈຢາກຜູກມິດກັບທຸກປະເທດໃນໂລກ; ພ້ອມທີ່ຈະຮ່ວມມືກັບທຸກປະເທດບົນຫຼັກການເຄົາລົບເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນ, ເພື່ອສັນຕະພາບ ແລະ ການພັດທະນາແບບຍືນຍົງຢູ່ໃນໂລກ. ພ້ອມນີ້, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຫວັງເປັນຢ່າງຍິ່ງວ່າ ໃນໄລຍະດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ປະຈຳ ສປປ ລາວ, ບັນດາທ່ານເອກອັກຄະລັດຖະທູດ ຈະເປັນຂົວຕໍ່ ເພື່ອເສີມຂະຫຍາຍ​ສາຍ​ພົວ​ພັນມິດຕະພາບ ​ແລະ ການຮ່ວມມືອັນດີ ລະຫວ່າງ ລັດຖະບານ ແລະ ປະຊາຊົນ ຂອງ ສປປ ລາວ ແລະ ບັນດາປະເທດຕົນ ທີ່ມີມາແລ້ວນັ້ນ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງໄດ້ສະ​ເໜີຕໍ່​ບັນດາທ່ານເອກອັກຄະລັດຖະທູດ ຊຸກ​ຍູ້ໃຫ້​ມີ​ການ​ແລກ​ປ່ຽນ​ການ​ຢ້ຽມ​ຢາມ ລະ​ຫວ່າງ ການ​ນຳ ແລະ ​ລະ​ຫວ່າງ ປະ​ຊາ​ຊົນ ຂອງ ສ​ປ​ປ ລາວ ແລະ ບັນ​ດາ​ປະ​ເທດຂອງຕົນ ໃຫ້ຫຼາຍຂຶ້ນ.

ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ແຈ້ງໃຫ້ບັນດາເອກອັກຄະລັດຖະທູດ ຊາບໂດຍຫຍໍ້ ກ່ຽວກັບ ສະພາບເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເຊິ່ງ ​ລັດຖະບານ ແຫ່ງ ສປປ ລາວ ໄດ້ກຳນົດແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ ຄັ້ງ​ທີ 9 (2022-2025) ຂອງຕົນຕາມທິດການພັດທະນາແບບຍືນຍົງ ແລະ ການເຕີບໃຫຍ່ສີຂຽວ; ໄດ້ເຊື່ອມສານ 17 ເປົ້າໝາຍ ການພັດທະນາແບບຍືນຍົງ (SDGs) ເຂົ້າໃນແຜນດັ່ງກ່າວ, ພ້ອມກັນນັ້ນ ສປປ ລາວ ກໍຍັງມີ ເປົ້າໝາຍ ທີ 18 ສະເພາະ ຂອງຕົນ ນັ້ນແມ່ນ ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (UXO) ແລະ ຍັງໄດ້ແຈ້ງ​ໃຫ້​ບັນດາທ່ານເອກອັກຄະລັດຖະທູດ ຊາບວ່າ ສປປ ລາວ ຈະໄດ້ຮັບກຽດເປັນປະທານອາຊຽນ ໃນປີ 2024, ປັດຈຸບັນ ລັດຖະບານ ສປປ ລາວ ກຳລັງຂຸ້ນຂ້ຽວກະກຽມຄວາມພ້ອມໃນດ້ານຕ່າງໆ ແລະ ໄດ້ສະແດງຄວາມຫວັງວ່າ ຈະໄດ້ຮັບການສະໜັບສະໜູນ-ຊ່ວຍເຫຼືອ ແລະ ການຮ່ວມມືຈາກບັນດາທ່ານເອກອັກຄະລັດຖະທູດທັງໝົດ ເພື່ອໃຫ້ ການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ປະສົບຜົນສໍາເລັດຢ່າງຈົບງາມ. ນອກນີ້, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດ ຊຸກ​ຍູ້ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້​າ ແລະ ການລົງ​ທຶນ ໃນຂະແໜງການທີ່ ສປປ ລາວ ມີທ່າແຮງ ເຊັ່ນ: ດ້ານກະສິກຳສະອາດ, ພະລັງງານ, ການທ່ອງທ່ຽວ, ການບໍລິການ, ການຜະລິດສິນຄ້າ ແລະ ການບໍລິການດ້ານການຂົນສົ່ງ ແລະ ດ້ານອື່ນໆ.

ໃນຕອນທ້າຍ, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ສະ​ແດງ​ຄວາມ​ຂອບ​ໃຈ ມາຍັງລັດຖະບານ ແລະ ປະຊາຊົນ ຂອງບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ແກ່ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງການ​ຊ່ວຍ​ເຫຼືອເຫຼົ່ານັ້ນ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ ເຂົ້າ​ໃນ​ການ​ພັດ​ທະ​ນາ​ ​ເສດ​ຖະ​ກິດ-ສັງ​ຄົມ ຂອງ ສປປ ລາວ, ພ້ອມທັງໄດ້​ຝາກ​ຄຳ​ຢື້ຢາມ​ຖາມ​ຂ່າວອັນອົບອຸ່ນ ແລະ ຄຳອວຍພອນໄຊອັນປະເສີດ ​ໄປ​ຍັງ ທ່ານຜູ້ນຳ ຂອງ​ບັນດາທ່ານເອກອັກຄະລັດຖະທູດ ແລະ ໄດ້ອວຍພອນໃຫ້ບັນທ່ານເອກອັກຄະລັດຖະທູດ ທັງໝົດ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດ ປະຈໍາ ສປປ ລາວ ແລະ ປະເທດອື່ນໆ ທີ່ຕົນໄດ້ຮັບຜິດຊອບ.

ໃນໂອກາດດຽວກັນນີ້, ບັນດາທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈຕໍ່ ຄໍາເວົ້າອັນຈົບງາມ ຂອງພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ປະເທດຂອງຕົນ ກັບ ສປປ ລາວ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວໃໝ່ໃນອະນາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485950
ມື້ນີ້81
ມື້ວານ168
ອາທິດນີ້986
ເດືອນນີ້5255