ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເຊື່ອມຈອດ ແລະ ແບ່ງປັນຄວາມຈະເລີນກ້າວຫນ້າ: ຜົນສໍາເລັດ ແລະ ທ່າແຮງຂອງການເຊື່ອມສານ ຂໍ້ລິເລີ່ມ ໜື່ງແລວ ໜື່ງເສັ້ນທາງ (BRI) ແລະ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຈອດອາຊຽນ 2025”

 

DPMopenedRemark 1

DPMopenedRemark 2

 

ໃນຕອນເຊົ້າຂອງວັນທີ 27 ພະຈິກ 2023, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພິທີເປິດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເຊື່ອມຈອດ ແລະ ແບ່ງປັນຄວາມຈະເລີນກ້າວໜ້າ: ຜົນສໍາເລັດ ແລະ ທ່າແຮງຂອງການເຊື່ອມສານ ຂໍ້ລິເລີ່ມ  ໜື່ງແລວ  ໜື່ງເສັ້ນທາງ ແລະ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຈອດອາຊຽນ 2025”  ແລະ ບັນດາກິດຈະກໍາຕ່າງໆຈັດໂດຍສູນອາຊຽນ-ຈີນ ທີ່ ໂຮງແຮມ ດອນຈັນ ພາເລດ, ນະຄອນຫລວງວຽງຈັນ, ໂດຍເຂົ້າຮ່ວມພິທິເປີດດັ່ງກ່າວ ມີ ທ່ານ ນາງ ເສີນ ເຢເຢ, ຮອງປະທານສະພາປະຊາຊົນທີ່ປຶກສາການເມືອງ ສປ ຈີນ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີຈາກປະເທດສະມາຊິກອາຊຽນ, ທ່ານ ສື ຈົງຈຸນ, ເລຂາທິການໃຫຍ່ສູນອາຊຽນ-ຈີນ, ພ້ອມດ້ວຍບັນດາແຂກຈາກສະຖານທູດປະເທດສະມາຊິກອາຊຽນ ທີ່ ສປປ ລາວ ແລະ ພາກທຸລະກິດຈາກ ສປປ ລາວ ແລະ ສປ ຈີນ.

 

ຈູດປະສົງຂອງການມາຈັດກິດຈະກຳຂອງສູນອາຊຽນ-ຈີນ ທີ່ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອສົ່ງເສີມການຮ່ວມມືໃນວຽກງານການເຊື່ອມໂຍງ-ເຊື່ອມຈອດ ແລະ ຜັນຂະຫຍາຍຂໍ້ລິເລີ່ມ ໜື່ງແລວ ໜື່ງເສັ້ນທາງ ກໍຄືແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າ ແລະ ພ້ອມທັງເປັນການຈັດຕັ້ງປະຕິບັດພາລະບົດບາດ ກໍຄືບັນດາກິດຈະກໍາຂອງສູນອາຊຽນ-ຈີນ ໃນການສົ່ງເສີມການຮ່ວມມືທາງດ້ານການຄ້າ, ການລົງທຶນ, ການສຶກສາ, ວັດທະນະທຳ ແລະ ການທ່ອງທ່ຽວລະຫວ່າງອາຊຽນ ແລະ ຈີນ ລວມທັງ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍໂຕ ແລະ ມີໝາກຜົນຕົວຈິງ.

 

ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: ສຳລັບ ສປປ ລາວ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜື່ງແລວ ໜື່ງເສັ້ນທາງ ໂດຍສະເພາະໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ ແລະ ໂຄງການແລວເສດຖະກິດ ອື່ນໆ ໄດ້ປະກອບສ່ວນໂດຍກົງໃຫ້ແກ່ ສປປ ລາວ ໃນການ “ຫັນປະເທດທີ່ບໍ່ມີຊາຍແດນຕິດຈອດທະເລ ໄປສູ່ປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນ”   ຢ່າງເປັນຮູບປະທຳ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶື່ງແລວ ໜຶ່ງເສັ້ນທາງ ແລະ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຈອດອາຊຽນ 2025  (MPAC 2025) ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

 

ການຈັັດກິດຈະກໍາຂອງສູນອາຊຽນ-ຈີນ ຢູ່ ສປປ ລາວ ໃນຄັ້ງນີ້ ພາຍໃຕ້ຫົວຂໍ້: “ເພີ່ມທະວີການເຊື່ອມຈອດ ແລະ ແບ່ງປັນຄວາມຈະເລີນກ້າວໜ້າ: ຜົນສໍາເລັດ ແລະ ທ່າແຮງຂອງການເຊື່ອມສານ ຂໍ້ລິເລີ່ມ  ໜື່ງແລວ  ໜື່ງເສັ້ນທາງ (BRI) ແລະ ແຜນແມ່ບົດ ວ່າດ້ວຍ ການເຊື່ອມຈອດອາຊຽນ 2025” ແມ່ນສອດຄ່ອງກັບຄໍາຂວັນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຄື: ເພີ່ມທະວີການເຊື່ອມຈອດ ແລະ ຄວມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience)”.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486445
ມື້ນີ້141
ມື້ວານ220
ອາທິດນີ້107
ເດືອນນີ້5750