ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດຫວຽດນາມ ປະຈໍາລາວ ເຂົ້າອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 48 ປີ

   

  

20231128 DPM VN Am1

     

     

ໃນຕອນເຊົ້າຂອງວັນທີ 28 ພະຈິກ 2023, ທີ່ ກະຊວງການຕ່າງປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ບ່າ ຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນເນື່ອງໃນໂອກາດວັນຊາດ ແຫ່ງ ສປປ  ລາວ ທີ 2 ທັນວາ ຄົບຮອບ 48 ປີ.

  

  

20231128 DPM VN Am2

  

  

ໃນໂອກາດນີ້, ສະຫາຍ ຫງວຽນ ບ່າ ຮຸ່ງ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານສະຖານທູດ ຫວຽດນາມ ກໍຄືຊາວຫວຽດນາມ ທີ່ອາໄສຢູ່ ສປປ ລາວ ອວຍພອນໄຊອັນປະເສີດໃຫ້ ສະຫາຍ ສະເຫຼີມໄຊ ກົມມະສິດ, ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດລາວທຸກຖ້ວນໜ້າ ມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ເນື່ອງໃນວັນສໍາຄັນດັ່ງກ່າວ, ພ້ອມທັງຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ບັນດາໝາກຜົນທີ່ ສປປ ລາວ ສາມາດຍາດມາໄດ້ ໃນຕະຫລອດໄລຍະ 48 ປີ ຜ່ານມາ ໂດຍສະເພາະໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ. ໃນຂະນະດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍໄດ້ຕາງໜ້າໃຫ້ແກ່ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດທັງຢູ່ພາຍໃນ ແລະ ກຳລັງປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ສະແດງຄວາມຂອບໃຈຕໍ່ ສະຫາຍ ຫງວຽນ ບ່າ ຮຸ່ງ ພ້ອມດ້ວຍພະນັກງານຂອງສະຖານທູດຫວຽດນາມ ທີ່ມາອວຍພອນວັນຊາດລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ຍາມໃດກໍ່ຢູ່ຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການຕະລອດມາ ໂດຍສະເພາະໃນເວລາທີ່ ສປປ ລາວ ປະເຊີນກັບຄວາມຫຍຸ້ງຍາກໃນຜ່ານມາ.

  

  

  

20231128 DPM VN Am3

   

  

ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ກໍຄື ສອງສະຖານທູດ ແລະ ບັນດາກົງສຸນໃຫຍ່ ຂອງສອງປະເທດທີ່ໄດ້ຮ່ວມກັນປະກອບສ່ວນສໍາຄັນ ໃນການເປັນເສນາທິການໃຫ້ແກ່ການນຳຂອງພັກ ແລະ ລັດຂັ້ນສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່,​ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ໄດ້ເຫັນດີເຫັນພ້ອມທີ່ຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດກົນໄກການຮ່ວມມື ແລະ ຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ກໍຄືບັນດາເອກະສານຕ່າງໆທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

  

ພ້ອມກັນນີ້, ສະຫາຍ ຫງວຽນ ບ່າ ຮຸ່ງ ໄດ້ສະແດງຄວາມຂອບໃຈຕໍ່ກະຊວງການຕ່າງປະເທດ ກໍຄືທຸກພາກສ່ວນຂອງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການປະຕິບັດໜ້າທີ່ການທູດຂອງສະຖານທູດຫວຽດນາມ ປະຈໍາ ສປປ ລາວ ແລະ ຍັງໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງຫວຽດນາມ ໃນການໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ໃຫ້ປະສົບຜົນສໍາເລັດເປັນຢ່າງດີ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486416
ມື້ນີ້112
ມື້ວານ220
ອາທິດນີ້78
ເດືອນນີ້5721