ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ເລຂາທິການໃຫຍ່ອາຊຽນ

 

LaoAsean 3

DSC 2056

 

ໃນຕອນບ່າຍຂອງວັນທີ 29 ພະຈິກ 2023, ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ດຣ. ກາວ ກິມ ຮຸນ, ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ, ໃນວັນທີ 28-30 ພະຈິກ 2023.

 

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ທ່ານ ດຣ. ກາວ ກິມ ຮຸນ, ເລຂາທິການໃຫຍ່ອາຊຽນ ທີ່ໄດ້ນຳພາຄະນະ ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການຢ້ຳຄືນຄວາມກຽມພ້ອມຂອງກອງເລຂາອາຊຽນ ເພື່ອສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ 2024 ທີ່ຈະມາເຖິງນີ້. ທ່ານນາຍົກລັດຖະມົນຕີ ຍັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ວຽກງານອາຊຽນ ແລະ ຜ່ານມາໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ອາ​ຊຽນ ຢ່າງ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບສູງ, ປະ​ຕິ​ບັດ​ໜ້າ​ທີ່ ແລະ ພັນ​ທະ​ຂອງ​ຕົນຢ່າງດີ​ ແລະ ໄດ້ຮັບການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອຈາກກອງເລຂາອາຊຽນ ມາໂດຍຕະຫຼອດ, ເປັນຕົ້ນແມ່ນ ການເປັນປະທານອາຊຽນ ຂອງ ສປປ ລາວ 2 ຄັ້ງຜ່ານມາ ໃນສົກປີ 2004-2005 ແລະ ປີ 2016 ຢ່າງມີຜົນສຳເລັດອັນຈົບງາມ. ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຢ້ຳຄວາມກຽມພ້ອມຂອງ ສປປ ລາວ ທີ່ຈະເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.

 

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານເລຂາທິການໃຫຍ່ອາຊຽນ ກໍຄື ກອງເລຂາອາຊຽນ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າກອງເລຂາອາຊຽນ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມື ແລະ ການປະສານງານດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດຂົງເຂດບູລິມະສິດ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃຫ້ປະສົບຜົນສຳເລັດ ແລະ ປະກອບສ່ວນເຂົ້າໃນການເສີມສ້າງປະຊາຄົມອາຊຽນ ໃຫ້ມີການເຊື່ອມໂຍງ-ເຊື່ອມຈອດ ແລະ ເຂັ້ມແຂງຫຼາຍຂຶ້ນໃນປີ 2024. ທ່ານນາຍົກລັດຖະມົນຕີ ຍັງໄດ້ຢ້ຳວ່າ ສປປ ລາວ ພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບ ກອງເລຂາອາຊຽນ, ປະເທດສະມາຊິກຄອບຄົວອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເພື່ອຜົນສຳເລັດຂອງອາຊຽນ ກໍຄື ຜົນສຳເລັດຂອງ ສປປ ລາວ ໃນການເປັນປະທານອາຊຽນ.

 

ໃນຂະນະດຽວກັນ, ທ່ານເລຂາທິການໃຫຍ່ອາຊຽນ ກາວ ກິມ ຮຸນ ໄດ້ສະແດງຄວາມຍິນດີຕໍ່ຄວາມກຽມພ້ອມຂອງ ສປປ ລາວ ທີ່ຈະເຮັດໜ້າທີ່ປະທານອາຊຽນ ແລະ ໄດ້ຢ້ຳວ່າກອງເລຂາອາຊຽນ ພ້ອມທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ໃຫ້ການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຢ່າງເຕັມທີ່ໃນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

 

ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ກໍໄດ້ແຈ້ງອີກວ່າ ປີ 2024 ເປັນປີທ່ອງທ່ຽວລາວ ແລະ ໄດ້ເຊີນຊວນ ພະນັກງານກອງເລຂາອາຊຽນ ມາທ່ຽວສະຖານທີ່ຕ່າງໆໃນ ສປປ ລາວ ໃນໂອກາດມາຮ່ວມກອງປະຊຸມຕ່າງໆຢູ່ ສປປ ລາວ ແລະ ຊ່ວຍໂຄສະນາ “ປີທ່ອງທ່ຽວລາວ 2024” ໃຫ້ນັກທ່ອງທ່ຽວຈາກປະເທດສະມາຊິກອາຊຽນ ແລະ ຈາກພາຍນອກ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486368
ມື້ນີ້64
ມື້ວານ220
ອາທິດນີ້30
ເດືອນນີ້5673