ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳຂັ້ນສູງຂອງ ສປປ ລາວ ຕ້ອນຮັບ ບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 48 ປີ ແລະ ປີໃໝ່ສາກົນ 2024

 

CelebratedLaonationalDay48 3

CelebratedLaonationalDay48 1

CelebratedLaonationalDay48 0

CelebratedLaonationalDay48 2

 

ບົດປາໄສ

 

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ

ໃນພິທີຮັບການອວຍພອນຂອງບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 48 ປີ ແລະ ປີໃໝ່ສາກົນ 2024

(ວັນທີ 01 ທັນວາ 2023, ທີ່ ຫໍສະພາແຫ່ງຊາດ)

 

ຮຽນ:    - ພະນະທ່ານ ໂອຮານ ໄອຊິກ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ຕວັກເກຍ ປະຈຳ ສປປ ລາວ, ທູດອາວຸໂສ ພ້ອມດ້ວຍຄູ່ສົມລົດ ທີ່ນັບຖື,

ບັນດາ ທ່ານທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ພ້ອມດ້ວຍຄູ່ສົມລົດ ທີ່ນັບຖື,

ບັນດາ ທ່ານແຂກທີ່ມີກຽດ, ທ່ານຍິງ ແລະ ທ່ານຊາຍ,

 

ມື້ນີ້, ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ຮ່ວມກັບບັນດາການນຳພັກ-ລັດ ແລະ ຕາງໜ້າໃຫ້ແກ່ປະຊາຊົນລາວໃນທົ່ວປະເທດ ຕ້ອນຮັບບັນດາທ່ານ ທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ທີ່ມາຮ່ວມອວຍພອນພວກຂ້າພະເຈົ້າ ເນື່ອງໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ ແລະ ວັນຂຶ້ນປີໃໝ່ສາກົນ 2024 ທີ່ຈະມາເຖິງນີ້.

 

ກ່ອນອື່ນ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານທູດອາວຸໂສ ໃນນາມຕາງໜ້າບັນດາທ່ານ ທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ  ປະຈຳ ສປປ ລາວ ທີ່ໄດ້ມີຄຳເວົ້າອັນຈົບງາມ ຕໍ່​ລັດ​ຖະ​ບານ ກໍ່​ຄື   ປະ​ຊາ​ຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທຸກຖ້ວນໜ້າ.

 

ຄຳອວຍພອນຂອງບັນດາທ່ານ ເປັນການຢັ້ງຢືນ ແລະ ສະແດງເຖິງໄມຕີຈິດ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ປະເທດຂອງພວກທ່ານ ແລະ ອົງການຈັດຕັ້ງສາກົນຕ່າງໆ ກັບ ສປປ ລາວ ພວກ​ຂ້າ​ພະ​ເຈົ້າ, ທັງເປັນການໃຫ້ກຳລັງໃຈອັນໃຫຍ່ຫຼວງແກ່ລັດຖະບານ ແລະ ປະຊາຊົນລາວ ໃນການສືບຕໍ່ຈັດຕັ້ງປະຕິບັດພາລະກິດອັນສູງສົ່ງ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໂດຍ​ສະ​ເພາະ​ໃນ​ການ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ ແລະ ຄວາມຫຍຸ້ງຍາກ​ດ້ານ​ຕ່າງໆ​ໃນ​ປັດ​ຈຸ​ບັນ.

 

ບັນດາທ່ານແຂກທີ່ມີກຽດ, ທ່ານຍິງ ທ່ານຊາຍ,

 

ໃນໄລຍະໜຶ່ງປີຜ່ານມາ, ໂລກຂອງພວກເຮົາ ໄດ້ປະເຊີນກັບບັນຫາ ແລະ ສິ່ງທ້າທາຍທີ່ຮ້າຍແຮງຫຼາຍຢ່າງ, ຊຶ່ງລວມທັງໄພພິບັດທາງທຳມະຊາດ, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ວິກິດການທາງດ້ານ ພະລັງງານ, ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ-ການເງິນ ຂອງໂລກ ອັນເນື່ອງມາຈາກຄວາສມຂັດແຍ້ງ ຢູ່ບາງພາກພື້ນຂອງໂລກ, ເຊິ່ງໄດ້ເປັນອຸປະສັກ ແລະ ສົ່ງຜົນກະທົບທາງລົບໃນທາງກົງ ແລະ ທາງອ້ອມ ຕໍ່ທຸກໆປະເທດໃນໂລກ. ສຳລັບ ສປປ ລາວ ຂອງພວກຂ້າພະເຈົ້າ,  ໃນຖານະທີ່ເປັນປະເທດນ້ອຍ, ມີເສດຖະກິດຂະໜາດນ້ອຍ ແລະ ມີຄວາມບອບບາງ ຍິ່ງບໍ່ສາມາດຫຼີກລ່ຽງຈາກຜົນກະທົບດັ່ງກ່າວໄດ້,  ແຕ່ເຖິງຢ່າງໃດກໍ່ຕາມ, ພັກ ແລະ ລັດຖະບານ ຂອງພວກຂ້າພະເຈົ້າ ໄດ້ສຸມທຸກຄວາມພະຍາຍາມ ເຂົ້າໃນການບໍລິຫານປະເທດ, ໂດຍນຳໃຊ້ມາດຕະການທີ່ຈຳເປັນ ແລະ ທ່າແຮງບົ່ມຊ້ອນຕ່າງໆ ທີ່ມີພາຍໃນປະເທດ ລວມທັງການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ, ປະເທດຂອງພວກຂ້າພະເຈົ້າ ໄດ້​ຜ່ານຜ່າບັນດາອຸປະສັກ ແລະ ຄວາມຫຍຸ້ງຍາກເຫຼົ່ານັ້ນໄດ້ໂດຍພື້ນຖານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດທີ່ສຳຄັນໃນຫຼາຍດ້ານ, ຊຶ່ງເປັນການຄໍ້າປະກັນເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເສດຖະກິດແຫ່ງຊາດສືບຕໍ່ມີການຂະຫຍາຍຕົວ, ສ້າງປັດໃຈສຳຄັນສຳລັບການກະກຽມຄວາມພ້ອມໃນນຳເອົາປະເທດອອກຈາກສະຖານະພາບດ້ອຍພັດທະນາໃນປີ 2026 ທີ່ອົງການສະຫະປະຊາຊາດ ໄດ້ກຳນົດໄວ້. ໃນຂະນະດຽວກັນ, ກໍ່ເປັນການສ້າງພື້ນຖານໃຫ້ແກ່ການສືບຕໍ່ພັດທະນາປະເທດ ກ້າວໄປສູ່ຈຸດໝາຍທີ່ຕັ້ງໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມ ສະບັບທີ IX ໃຫ້ບັນລຸເປົ້າໝາຍ.

 

ຂ້າພະເຈົ້າ ຂໍຖືໂອກາດນີ້, ຕາງໜ້າລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ສະແດງຄວາມຮູ້ບຸນຄຸນ ແລະ  ຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃນດ້ານຕ່າງໆຕະຫຼອດໄລຍະຜ່ານມານັ້ນ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຮອບດ້ານຂອງ ສປປ ລາວ ທີ່ກຳລັງຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ ທີ່ໄດ້ເກີດຂຶ້ນ ແລະ ກຳລັງເປັນຢູ່ໃນປັດຈຸບັນໃຫ້ໄດ້.

 

ພະນະທ່ານ

ບັນດາທ່ານແຂກທີ່ມີກຽດ, ທ່ານຍິງ ທ່ານຊາຍ,

 

          ສະພາບການຂອງໂລກໃນປະຈຸບັນ ສືບຕໍ່ມີການຜັນແປໄປຢ່າງສັບສົນ ແລະ ມີທ່າອ່ຽງເພີ່ມທະວີຄວາມຮຸນແຮງຍິ່ງຂຶ້ນ, ໂດຍສະເພາະຄວາມຂັດແຍ່ງທາງດ້ານພູມສາດການເມືອງ, ຮ້າຍແຮງທີ່ສຸດແມ່ນການປະທະກັນທາງດ້ານການທະຫານຂະໜາດໃຫຍ່ທີ່ບໍ່ເຄີຍເກີດຂຶ້ນໃນຮອບຫຼາຍທົດສະວັດຜ່ານມາ, ຊຶ່ງບັນຫາເຫຼົ່ານີ້ ໄດ້ເປັນສິ່ງທ້າທ້າຍ ແລະ ເປັນໄພຂົ່ມຂູ່ອັນໃຫຍ່ຫຼວງ ຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ໃນໂລກຂອງພວກເຮົາ. ຕໍ່ສະພາບການດັ່ງກ່າວ, ສປປ ລາວ ຍາມໃດກໍ່ຍຶດໝັ້ນຕາມແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ, ມີຄວາມເປັນ​ເອ​ກະ​ພາບຕໍ່ຄວາມພະຍາຍາມທີ່ສ້າງສັນ ຂອງທຸກໆຝ່າຍ ເພື່ອຊອກຫາວິທີທາງຢັບຢັ້ງຄວາມຮຸນແຮງຕ່າງໆ ທີ່ກຳລັງ​ເກີດ​ຂຶ້ນ ແລະ ອາດຈະຂະຫຍາຍເປັນວົງກວ້າງກວ່ານີ້ ໃຫ້​ຢຸດ​ຕິລົງໂດຍໄວ. ສປປ ລາວ ຂອງພວກຂ້າພະເຈົ້າ, ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຄວາມພະຍາຍາມທີ່ສ້າງສັນຮ່ວມກັນນັ້ນ ເປັນຫົນທາງດຽວທີ່ສາມາດນຳໄປສູ່ການຢຸດຕິຄວາມຮຸນແຮງເຫຼົ່ານັ້ນ ແລະ ເປັນການສ້າງເງື່ອນໄຂອັນເອື້ອອຳນວຍໃຫ້ແກ່ການປຶກສາຫາລື ເພື່ອສືບຕໍ່ຊອກຫາວິທີແກ້ໄຂຕົ້ນເຫດຂອງຄວາມຂັດແຍ້ງ ເພື່ອແນ່ໃສ່ສ້າງໂລກພວກເຮົາໃຫ້ມີສັນຕິພາບທີ່ຍືນຍົງ. ສປປ ລາວ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນຄວາມພະຍາມຍາມຂອງວົງຄະນະຍາດສາກົນ ໃນຂອບການຮ່ວມມືຕ່າງໆທີ່ຕົນເປັນພາຄີ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືເພື່ອການພັດທະນາທີ່ຍືນຍົງ ໃນພາກພື້ນ ແລະ ສາກົນ.

 

ບັນດາທ່ານແຂກທີ່ມີກຽດ, ທ່ານຍິງ ທ່ານຊາຍ,

 

          ໃນປີ 2024 ທີ່ຈະມາເຖິງນີ້, ເປັນປີທີ່ມີຄວາມໝາຍສຳຄັນຍິ່ງ ສຳລັບ ລັດຖະບານ ແລະ ປະຊາຊົນລາວ ທຸກຖ້ວນໜ້າ, ຊຶ່ງຈະໄດ້ຮັບກຽດເປັນປະທານໝູນວຽນ ອາຊຽນ ອີກຄັ້ງໜຶ່ງ ພາຍໃຕ້ຄຳຂວັນ “ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”.  ການກະກຽມໃຫ້ແກ່ການເຮັດໜ້າທີ່ໆສຳຄັນດັ່ງກ່າວ ມາເຖິງປະຈຸບັນນີ້ ໄດ້ມີຄວາມຄືບໜ້າດ້ວຍດີ ແລະ ຍັງສືບຕໍ່ສຸມໃສ່ກະກຽມໃຫ້ສຳເລັດຢ່າງຮອບດ້ານຕາມແຜນທີ່ກຳນົດໄວ້ ເພື່ອເຮັດໃຫ້ ການເປັນປະທານອາຊຽນຂອງ ສປປ ລາວ ຄັ້ງນີ້ ດຳເນີນໄປຢ່າງຄ່ອງຕົວ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ.   ຂ້າພະເຈົ້າ, ຂໍຖືໂອກາດນີ້ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງ ບັນດາປະເທດສະມາຊິກອາຊຽນ, ປະ​ເທດ​ຄູ່​ຮ່ວມ​ເຈ​ລະ​ຈາ ກໍ່​ຄື ປະເທດເພື່ອນມິດ ລວມທັງອົງການຈັດຕັ້ງສາກົນຕ່າງໆ ທີ່ໄດ້ໃຫ້ຄວາ​ມ​ສຳຄັນຕໍ່ການເປັນປະທານອາຊຽນຂອງ ສປປ ລາວ ໃນຄັ້ງນີ້ ແລະ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໃນການກະກຽມດ້ານຕ່າງໆຢ່າງທັນການແຕ່ຫົວທີ, ພິເສດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາທ່ານ ທູຕານຸທູດ ກໍ່ຄື ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ສປປ ລາວ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຮ່ວມມືອັນດີໃນການກະກຽມ ໂດຍສະເພາະການເຮັດໜ້າທີ່ເປັນໃຈກາງປະສານງານທີ່ດີເລີດ ລະຫວ່າງ ລັດຖະບານລາວ ກັບ ລັດຖະບານຂອງປະເທດບັນດາທ່ານ ແລະ ອົງການຈັດຕັ້ງສາກົນ ທີ່ບັນດາທ່ານເປັນຕົວແທນ. ພວກຂ້າພະເຈົ້າ ເຫັນວ່າ  ການສະໜັບສະໜູູນ ແລະ ຊ່ວຍເຫຼືອດັ່ງກ່າວ ນອກຈາກຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການກຽມຄວາມພ້ອມແລ້ວ ຍັງເປັນການກະຕຸກຊຸກຍູ້ ແລະ ໃຫ້ກຳ​ລັງໃຈອັນໃຫຍ່ຫຼວງ ຕໍ່ ສປປ ລາວ ຂອງພວກຂ້າພະເຈົ້າ  ໃນການເຮັດໜ້າ​ທີ່ເປັນເຈົ້າພາບອັນມີກຽດນີ້ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ຕັ້ງໄວ້.

 

ບັນດາທ່ານແຂກທີ່ມີກຽດ, ທ່ານຍິງ ທ່ານຊາຍ,

 

          ຄຽງຄູ່ກັບການເຮັດໜ້າທີ່ເປັນປະທານອາຊຽນ, ໃນປີ 2024 ນີ້, ລັດຖະບານລາວ ຍັງໄດ້ປະກາດເປັນປີທ່ອງທ່ຽວລາວ, ຊຶ່ງລັດຖະບານ ແລະ ປະຊາຊົນລາວ ມີຄວາມຫວັງຢ່າງຍິ່ງວ່າ ນອກຈາກຈະໄດ້ຕ້ອນຮັບປະມຸກລັດ/ຫົວໜ້າລັດຖະບານ ກໍ່ຄືຄະນະຜູ້ແທນລະດັບຕ່າງໆຂອງປະເທດສະມາຊິກອາຊຽນ ແລະ ບັນດາຄູ່ເຈລະຈາ ທີ່ມາເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງແລ້ວ, ຍັງຈະໄດ້ຕ້ອນຮັບນັກທ່ອງທ່ຽວຈາກປະເທດຂອງບັນດາທ່ານ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ຫຼາຍຂຶ້ນ ເພື່ອເຮັດໃຫ້ການທ່ອງທ່ຽວຢູ່ ສປປ ລາວ ກັບມາມີບັນຍາກາດຄຶກຄື້ນຄືນໃໝ່ ພາຍຫຼັງການລະບາດຂອງພະຍາດ ໂຄວິດ-19 ອັນເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພວກຂ້າພະເຈົ້າ.

 

          ໃນໂອກາດປີໃໝ່ສາກົນ 2024 ທີ່ຈະໝູນວຽນມາເຖິງໃນມໍ່ໆນີ້, ຂ້າພະເຈົ້າ ໃນນາມຕາງໜ້າໃຫ້ປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານທີ່ມີກຽດທັງຫຼາຍ ທີ່ເຂົ້າຮ່ວມໃນພິທີທີ່ມີຄວາມໝາຍສຳຄັນໃນມື້ນີ້ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສຳເລັດອັນມີກຽດສະຫງ່າຂອງບັນດາທ່ານ. ພ້ອມນີ້ ຂໍຜ່ານບັນດາທ່ານ ຂ້າພະເຈົ້າ ຂໍສົ່ງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ໄປຍັງປະມຸກລັດ, ຫົວໜ້າລັດຖະບານ ແລະ ປະຊາຊົນຂອງປະເທດບັນດາທ່ານ ກໍ່ຄື ການນຳອົງການຈັດຕັ້ງສາກົນທີ່ບັນດາທ່ານເປັນຕົວແທນມານະໂອກາດນີ້ດ້ວຍ.

 

          ຂໍໃຫ້ປະຊາຊົນ ຂອງທຸກປະເທດ ໃນໂລກນີ້ ຈົ່ງມີຄວາມຜາສຸກ, ມີຄວາມກ້າວໜ້າ ແລະ ດຳລົງຊີວິດຢູ່ຮ່ວມກັນຢ່າງສັນຕິສຸກ; ອວຍພອນໃຫ້ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບ ບັນດາປະຊາຊາດໃນໂລກ ຈົ່ງຍືນຍົງຕະຫຼອດໄປ.

 

(ຂໍຂອບໃຈ)

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486441
ມື້ນີ້137
ມື້ວານ220
ອາທິດນີ້103
ເດືອນນີ້5746