ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ເຊື່ອມຊຶມບັນດາເອກະສານຕ່າງໆ ກ່ຽວກັບການກະກຽມກອງປະຊຸມ 3 ຂັ້ນ ຂອງພັກປະຊາຊົນປະຕິວັດລາວ

   

  

  

20231222 DPM 3

   

    

ໃນຕອນເຊົ້າ ຂອງວັນທີ 22 ທັນວາ 2023 ຢູ່ທີ່ກະຊວງການຕ່າງປະເທດ ໄດ້ຈັດເຜີຍແຜ່ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ເຊື່ອມຊຶມບັນດາເອກະສານຕ່າງໆ ກ່ຽວກັບການກະກຽມກອງປະຊຸມ 3 ຂັ້ນ ຂອງພັກປະຊາຊົນປະຕິວັດລາວ, ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ ໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີ​ບັນດາສະຫາຍ ​ຄະນະ​ພັກ, ຄະນະ​ນຳ, ເລຂາ ແລະ ຮອງເລຂາໜ່ວຍພັກ, ສະມາຊິກ​ພັກ ພາຍ​ໃນ​ກະຊວງ​ການ​ຕ່າງປະ​ເທດ ​​ເຂົ້າ​ຮ່ວມທັງໝົດ​ ຈໍານວນ 300 ສະຫາຍ, ຍິງ 112 ສະຫາຍ. 

  

ຈຸດປະສົງຂອງການເຜີຍແຜ່ ແມ່ນເພື່ອເຮັດໃຫ້​ບັນດາສະຫາຍ ​ຄະນະ​ພັກ, ຄະນະ​ນຳ ຕະຫຼອດຮອດສະມາຊິກ​ພັກ ພາຍ​ໃນ​ກະຊວງ​ການ​ຕ່າງປະ​ເທດ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນເນື້ອໃນຈິດໃຈ ຂອງມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງເລິກເຊິ່ງ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍຜົນສໍາເລັດດັ່ງກ່າວເຂົ້າສູ່ການປະຕິບັດໜ້າວຽກງານວິຊາສະເພາະ ກໍ່ຄືເຂົ້າສູ່ການດໍາລົງຊີວິດຕົວຈິງໃຫ້ກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນ ແນ່ໃສ່ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ຕາມແນວທາງ ຂອງພັກ.

  

  

  

20231222 DPM 2

   

      

ສໍາລັບບັນດາເອກະສານທີ່ນໍາມາເຊື່ອມຊຶມ ໃນຄັ້ງນີ້ປະກອບມີ: ມະຕິກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ບົດຄໍາເຫັນຊີ້ນໍາ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ຕໍ່ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເອກະສານຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XI ຂອງພັກໃນໄລຍະຜ່ານມາ, ເອກະສານຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະກາງສະໄໝ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ມະຕິວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ເຂົ້າສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາ ຂອງພັກ ສະບັບເລກທີ 05/ຄບສພ.

  

  

  

20231222 DPM 4

  

    

ໂອກາດດຽວກັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ, ຍັງໄດ້ເຜີຍແຜ່ເຊື່ອມຊຶມ ເອກະສານສຳລັບການກະກຽມດໍາເນີນກອງປະຊຸມ 3 ຂັ້ນ ຂອງພັກປະຊາຊົນປະຕິວັດລາວ ເພື່ອເຮັດໃຫ້ບັນດາສະຫາຍ ຄະນະ​ພັກ, ຄະນະ​ນຳ, ເລຂາ ແລະ ຮອງເລຂາໜ່ວຍພັກ, ສະມາຊິກ​ພັກພາຍ​ໃນ​ກະຊວງ​ການ​ຕ່າງປະ​ເທດ ເຂົ້າໃຈຄວາມໝາຍ, ຄວາມສໍາຄັນ ແລະ ກໍາແໜ້ນເນື້ອໃນຈິດໃຈ ຂອງການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກປະຊາຊົນປະຕິວັດລາວ. ໃນນັ້ນ, ສະຫາຍໄດ້ເນັ້ນໜັກເຖິງຄວາມສໍາຄັນ ຂອງການດໍາເນີນກອງປະຊຸມດັ່ງກ່າວ ເຊິ່ງແມ່ນການຄັດເລືອກ ເອົາຜູ້ນໍາພາທີ່ມີຄວາມຮູ້, ຄວາມສາມາດ, ມີທັດສະນະຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ເຂົ້າໃນຄະນະພັກແຕ່ລະຂັ້ນ ທັງເປັນການບຸກທະລຸສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານໃນໄລຍະໃໝ່ ແລະ ສ້າງຄວາມເຊື່ອໝັ້ນ ຂອງພະນັກງານ-ສະມາຊິກພັກ ກໍ່ຄືມະຫາຊົນ ຕໍ່ການນໍາພາ ຂອງຄະນະພັກແຕ່ລະຂັ້ນ, ທັງແມ່ນການດໍາເນີນຊີວິດການເມືອງທ້າຍສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ແມ່ນບັ້ນດໍາເນີນຊີວິດການ ເມືອງ ເພື່ອຕີລາຄາການສໍາຫຼວດກວດກາ, ຄວາມຮັບຜິດຊອບ ຂອງບຸກຄົນໃນຄະນະພັກ ຕະຫລອດສະໄໝຜ່ານມາ.

  

ສະຫາຍໄດ້ເຜີຍແຜ່ບັນດາຂັ້ນຕອນ ແລະ ເອກະສານຕ່າງໆ ທີ່ຈະຕ້ອງໄດ້ກະກຽມລວມເຖິງການກະກຽມເປົ້າໝາຍເລືອກເຟັ້ນບຸກຄະລາກອນ ເພື່ອອອກສະໝັກຮັບເລືອກຕັ້ງ ເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຕ່ລະຂັ້ນ ທີ່ຕ້ອງຮັບປະກັນໃຫ້ໄດ້ບຸກຄົນທີ່ດີເດັ່ນ, ມີຄວາມຮູ້ຄວາມສາມາດ ແລະ ຮັບປະກັນ 3 ຮຸ່ນ: ອາວຸໂສ, ກາງ ແລະ ໜຸ່ມ.

  

ໃນຕອນທ້າຍ ຂອງພິທີ ສະຫາຍຍັງໄດ້ເນັ້ນຍໍ້າໃຫ້ຄະນະພັກແຕ່ລະຂັ້ນ ນໍາເອົາເນື້ອໃນຈິດໃຈ ຂອງຄໍາສັ່ງ, ຄໍາແນະນໍາຕ່າງໆ ເພື່ອນໍາໄປຄົ້ນຄວ້າໃຫ້ເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

  

  

  

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486417
ມື້ນີ້113
ມື້ວານ220
ອາທິດນີ້79
ເດືອນນີ້5722