ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MLC) ຄັ້ງທີ 4

 

Mekong Langcang2023 1

Mekong Langcang2023 2

Mekong Langcang2023 3

Mekong Langcang2023 4

 

ໃນວັນທີ 25 ທັນວາ 2023, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມຜູ້ນຳຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ພາຍໃຕ້ຫົວຂໍ້:​ ຮ່ວມມືກັນເພື່ອສ້າງຄູ່ຮ່ວມຊະຕາກຳ ແລະ ຄວາມທັນສະໄໝ ລະຫວ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (Join Hands on the Building of a Community of Shared Future and Modernization among Mekong-Lancang Countries) ໃນຮູບແບບກອງປະຊຸມທາງໄກ ໂດຍການເປັນປະທານຮ່ວມຂອງ ພະນະທ່ານ ລີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແລະ ພະນະທ່ານ ມິ່ງອ່ອງລາຍ, ພົນເອກອາວຸໂສ, ນາຍົກລັດຖະມົນຕີ ສສ.ມຽນມາ ແລະ ໄດ້ມີບັນດາທ່ານນາຍົກລັດຖະມົນຕີ ຈາກບັນດາປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເຂົ້າຮ່ວມຢ່າງພ້ອມພຽງ.

 

ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໃນໄລຍະ 7 ປີຜານມາ ໂດຍສະເພາະໝາກຜົນຂອງການຈັດຕັ້ງຜັນຂະຫຍາຍຄວາມໝາຍໝັ້ນຂອງບັນດາຖະແຫຼງ ການຂອງກອງປະຊຸມຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນ 3 ຄັ້ງຜ່ານມາ ແລະ ແຜນປະຕິບັດງານ 5 ປີ (2018-2022) ໂດຍຜ່ານບັນດາແຜນງານ ແລະ ໂຄງການ ພາຍໃຕ້ 3 ເສົາຄໍ້າ ແລະ 5 ຂົງເຂດບູລິມະສິດ ຂອງຂອບການຮ່ວມມື ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດໃນບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ຢ່າງມີປະສິດທິພາບເປັນຕົ້ນແມ່ນ ບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໂຄງການເຫັນຜົນໄວ ໂດຍປະກອບມີ ບັນດາໂຄງການພັດທະນາພື້ນຖານໂຄງລ່າງ ແລະ ສ້າງຂີດຄວາມອາດສາມາດໃນດ້ານຕ່າງໆ ເພື່ອຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ. ພ້ອມນີ້, ບັນດາຜູ້ນຳກໍໄດ້ຮ່ວມກັນວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອເສີມຂະຫຍາຍການເຊື່ອມໂຍງເສດຖະກິດ ແລະ ການເຊື່ອມຈອດພາກພື້ນ, ການຫັນເປັນທັນສະໄໝໃນທຸກຂະແໜງການ, ການພັດທະນາແບບຍືນຍົງຕາມທິດສີຂຽວ, ຍົກສູງການຮ່ວມມືດ້ານການທ່ອງທ່ຽວ, ແລກປ່ຽນວັດທະນະທຳ ແລະ ການປ້ອງກັນ-ຮັບມື ກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ (Non-traditional Security Challenge). ກອງປະຊຸມ ໄດ້ຮັບຮອງເອົາເອກະສານສຳຄັນ ຈຳນວນ 03 ສະບັບ ຄື: (1). ແຜນປະຕິບັດງານຂອບການຮ່ວມມື MLC ໄລຍະ 5 ປີ (2023-2027); (2). ຖະແຫຼງການເນປີດໍຂອງກອງປະຊຸມຜູ້ນຳ MLC ຄັ້ງທີ 4 ແລະ (3). ຖະແຫຼງການວ່າດ້ວຍຂໍ້ລິເລີ່ມສ້າງແລວ ນະວັດຕະກຳຂອບການຮ່ວມມື MLC ເພື່ອເປັນທິດທາງໃນການຮ່ວມມືໃຫ້ເປັນຮູບປະທຳຂຶ້ນເທ່ືອລະບາດກ້າວໃນຕໍ່ໜ້າ.

 

ໃນໂອກາດດັ່ງກ່າວ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ໃນການເປັນປະທານຮ່ວມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂອງ ສປ ຈີນ ແລະ ສສ.ມຽນມາ ໃນໄລຍະຊຸມປີຜ່ານມາ. ພ້ອມດຽວກັນ, ກໍໄດ້ສະແດງຄວາມຂອບໃຈ ສປ ຈີນ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອດ້ານທຶນຮອນ ຈຳນວນ 300 ລ້ານໂດລາສະຫະລັດ ເຂົ້າໃນກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ລວມທັງ ບັນດາທຶນຝຶກອົບຮົມ ແລະ ທຶນການສຶກສາຈຳນວນຫຼາຍ. ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືດັ່ງກ່າວ ແລະ ໄດ້ສະເໜີທັດສະນະ ເພື່ອຮັດແໜ້ນ ແລະ ເພີ່ມທະວີການຮ່ວມມື ເຂົ້າໃນການຮ່ວມກັນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

 

ຂອບການຮ່ວມມືແມ່ນໍ້າຂອງ-ແມນໍ້າລ້ານຊ້າງ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 23 ມີນາ 2016 ໂດຍມີປະເທດສະມາຊິກທັງໝົດ 6 ປະເທດ ຄື: ກຳປູເຈຍ, ສປປ ລາວ, ສສ. ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ ເຊິ່ງມີເປົ້າໝາຍເພື່ອສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ, ພັດທະນາເປັນປະເທດເພື່ອນບ້ານທີ່ດີ, ດຳເນີນການຮ່ວມມືຢ່າງເປັນຮູບປະທຳ ແລະ ສົ່ງເສີມການພັດທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດຮ່ວມກັນ ແລະ ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງບັນດາປະເທດໃນອານຸພາກພື້ນ.

 

ກອງປະຊຸມຄັ້ງນີ້, ຍັງໄດ້ມີການມອບ-ຮັບໜ້າທີ່ການເປັນປະທານຮ່ວມຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຈາກ ສສ.ມຽນມາ ໃຫ້ແກ່ ຣາຊະອານາຈັກໄທ ເພື່ອເປັນປະທານຮ່ວມກັບ ສປ ຈີນ ໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486984
ມື້ນີ້10
ມື້ວານ210
ອາທິດນີ້646
ເດືອນນີ້377