ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດ ຕີມໍ-ເລສເຕ

 

 

AmTimorbidfarewell 1

ໃນວັນທີ 27 ທັນວາ 2023, ທີ່ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ (Maria Renata Caldes De Jesus), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ, ໃນໂອກາດທີ່ທ່ານ ໄດ້ສໍາເລັດການປະຕິບັດຫນ້າທີ່ການທູດ ຢູ່ ສປປ ລາວ ເປັນໄລຍະເວລາ 3 ປີ 6 ເດືອນ (26 ມິຖຸນາ 2020 – 26 ທັນວາ 2023).

 

AmTimorbidfarewell 2

 

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ທີ່ໄດ້ປະຕິບັດຫນ້າທີ່ດ້ວຍຄວາມຫ້າວຫັນ ແລະ ສຸມທຸກກໍາລັງແຮງຂອງຕົນເຂົ້າໃນການຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຕີມໍ-ເລສເຕ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ເຊິ່ງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ມີການພົບປະແລກປ່ຽນເຊິ່ງກັນ ແລະ ກັນ ເປັນແຕ່ລະໄລຍະ ແລະ ສໍາເລັດຜົນຕາມຄາດໝາຍ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ສົ່ງເສີມຂະແໜງການກ່ຽວຂ້ອງຂອງສອງປະເທດ ເສີມຂະຫຍາຍການຮ່ວມມືໃນຂະແໜງການທີ່ສອງຝ່າຍທີ່ມີທ່າແຮງຮ່ວມກັນ ເປັນຕົ້ນແມ່ນ ການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍໄດ້ເຫັນດີຮ່ວມກັນໃນໄລຍະຜ່ານມາໃຫ້ມີບາດກ້າວຂະຫຍາຍຕົວ ແລະ ປະກົດຜົນເປັນຈິງເທື່ອລະກ້າວ, ໂດຍສະເພາະ ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ການສົ່ງເສີມການໄປມາຫາສູ່ຂອງປະຊາຊົນສອງຊາດ,​ ລວມທັງການຊຸກຍູ້ສົ່ງເສີມການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງ ການນໍາຂັ້ນສູງຂອງສອງປະເທດ ລາວ ແລະ ຕີມໍ-ເລສເຕ ໃນອະນາຄົດອັນໃກ້ນີ້.

 

ໃນໂອກາດດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ຕີມໍ-ເລສເຕ ທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫຼຶືອ ສປປ ລາວ ໃນໄລຍະຜ່ານມາ ແລະ ຢືນຢັນການສະໜັບສະໜູນ ສປປ ລາວ ສໍາລັບການເປັນປະທານອາຊຽນ 2024 ແລະ ການຈັດປີທ່ອງທ່ຽວລາວ 2024.​ ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນຂອບການຮ່ວມມືອາຊຽນ ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນຂົງເຂດພາກພື້ນ ແລະ ສາກົນ, ໂດຍສະເພາະ ການສະໜັບສະໜູນ ຕີມໍ-ເລສເຕ ເຂົ້າເປັນສະມາຊິກອາຊຽນ, ລວມທັງການແລກປ່ຽນບົດຮຽນ ແລະ ປະສົບການຂອງ ສປປ ລາວ ໃຫ້ແກ່ ຝ່າຍ ຕີມໍ-ເລສເຕ ໃນການເຂົ້າເປັນສະມາຊິກອາຊຽນ ແລະ ກ້າວໄປສູ່ການເປັນສະມາຊິກຂອງຄອບຄົວອາຊຽນຢ່າງສົມບູນ. ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ອວຍພອນໃຫ້ ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນການປະຕິບັດຫນ້າທີ່ໃໝ່ຂອງຕົນໃນຕໍ່ໜ້າ.

 

ໃນຂະນະດຽວກັນ, ທ່ານ ນາງ ມາເຣຍ ເຣນາຕ້າ ຄາດັດ ດີ ເຈຊຸດ ໄດ້ຢືນຢັນຄໍາໝາຍໝັ້ນຂອງຕົນໃນການສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ຕີມໍ-ເລສເຕ ແລະ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຕີມໍ-ເລສເຕ ແລະ ລາວ ໃນຕໍ່ໜ້າ.

AmTimorbidfarewell 3

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486959
ມື້ນີ້195
ມື້ວານ157
ອາທິດນີ້621
ເດືອນນີ້352