ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ລາວ ເຄື່ອນໄຫວຢ້ຽມຂໍ່ານັບການນໍາຂັ້ນສູງຂອງຫວຽດນາມ

 

20240106 PMOfficialVisitVietnam 11

 

20240106 PMOfficialVisitVietnam 13

 

ໃນໂອກາດເດີນທາງຢ້ຽມຢາມສສ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 06-07 ມັງກອນ 2024, ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຂໍ່ານັບ ການນໍາຂັ້ນສູງຂອງລັດຖະບານ ສສ ຫວຽດນາມ ເປັນຕົ້ນແມ່ນ ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫວໍ້ ວັນ ເຖື່ອງ, ປະທານປະເທດ ແລະ ສະຫາຍ ເວື່ອງ ດິ່ງ ເຫ້ວ, ປະທານສະພາແຫ່ງຊາດ, ສສ ຫວຽດນາມ.

 

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ມາຍັງ ສະຫາຍ ປະທານປະເທດ ຫວໍ້ ວັນ ເຖື່ອງ ແລະ ຄະນະ ບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ສະຫາຍ ປະທານສະພາແຫ່ງຊາດ ເວື່ອງ ດິ່ງ ເຫວ້ ແລະ ບັນ ດາສະຫາຍການນໍາສະພາແຫ່ງຊາດ ຫວຽດນາມ, ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາ ຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ໃນການສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະຜ່ານມາ ຂອງ ສສ. ຫວຽດນາມ ພ້ອມທັງ ໄດ້ແຈ້ງຜົນການພົບປະຢ່າງເປັນທາງການ ກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ. ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ໃນຕະຫຼອດໄລຍະຜ່ານມາ ແລະ ຫວັງວ່າ ລັດຖະບານ ສສ ຫວຽດນາມ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະໃນໄລຍະການເປັນປະທານອາຊຽນ ໃນປີ 2024 ນີ້. ພ້ອມນັ້ນ, ກໍ່ໄດ້ຖືໂອກາດນີ້ ອວຍພອນປີໃໝ່ ສາກົນ ປີ 2024 ແລະ ປີໃໝ່ຫວຽດນາມ ທີ່ຈະມາເຖິງໃນມໍ່ໆນີ້ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງທະນົງແກ່ຕະຫຼອດ ກາລະນານ.

 

ໃນໂອກາດດຽວກັນ, ການນໍາຂັ້ນສູງຂອງ ສສ ຫວຽດນາມ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ຂອງ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ໃນຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດ ພາຍຫຼັງດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ ແລະ ອວຍພອນໃຫ້ ສະຫາຍ ນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ປະສົບຜົນສໍາເລັດຕາມຄາດໝາຍ ໃນການຢ້ຽມຢາມທາງການຄັ້ງນີ້ ແລະ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນແບບພິເສດ ລາວ-ຫວຽດນາມ ໃຫ້ໄດ້ຮັບໝາກຜົນຍິ່ງໆຂຶ້ນ.

 

****************************

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486970
ມື້ນີ້206
ມື້ວານ157
ອາທິດນີ້632
ເດືອນນີ້363