ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີກະຊວງຟື້ນຟູໄພພິບັດ ຍີ່ປຸ່ນ

 

FMreceivejp 1

FMreceivejp 2

 

ໃນວັນທີ 11 ມັງກອນ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຊຶຈິຢະ ຊິນາໂກະ (TSUCHIYA Shinako), ລັດຖະມົນຕີກະຊວງຟື້ນຟູໄພພິບັດ, ປະທານສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ພ້ອມດ້ວຍຄະນະ, ໃນໂອກາດທີ່ມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 10-12 ມັງກອນ 2024.

 

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ຄະນະຜູ້ແທນຍີ່ປຸ່ນ ທີ່ມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ຍີ່ປຸ່ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ໃຫ້ສືບຕໍ່ໄດ້ຮັບການພັດທະນາຢ່າງແຫນ້ນແຟ້ນຍິ່ງຂຶ້ນໃນຕໍ່ຫນ້າ. ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ເຫັນໃຈຕໍ່ຄອບຄົວຜູ້ຖືກເຄາະຮ້າຍ ຈາກເຫດການແຜ່ນດິນໄຫວ, ເຮືອບິນຕຳກັນ ແລະ ໄຟໄຫມ້ຮ້ານຄ້າ ໃນອາທິດຜ່ານມາ, ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. ພ້ອມດຽວກັນນີ້, ກໍ່ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ອາຊຽນ-ຍີ່ປຸ່ນ ແລະ ກອງປະຊຸມຜູ້ນໍາ AZEC (AZEC’s Leader Meeting) ໃນເດືອນທັນວາ 2023, ທີ່ ນະຄອນຫຼວງໂຕກຽວ ຢ່າງມີຜົນສຳເລັດອັນຈົບງາມ. ລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອຈາກ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນໄລຍະຜ່ານມາ ກໍຄື ການຜັນຂະຫຍາຍແຜນປະຕິບັດງານ ລາວ-ຍີ່ປຸ່ນ (Action Plan) ແລະ ບັນດາໂຄງການທີ່ສໍາຄັນ ເປັນຕົ້ນ ຂົງເຂດການພັດທະນາຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ດ້ານສາທາລະນະສຸກ, ດ້ານກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມ (UXO) ແລະ ອື່ນໆ. ພິເສດ ແມ່ນໂຄງການປັບປຸງສະຫນາມກິລາເຈົ້າອານຸວົງ ເຊິ່ງເປັນສັນຍາລັກສໍາຄັນ (ຕໍ່ຈາກຊ້າງ ແລະ ດອກຊາກຸຣະ) ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ແລະ ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ຄົບຮອບ 10 ປີ ໃນປີ 2025 ທີ່ຈະມາເຖິງ ແລະ ໄດ້ສະແດງຄວາມຂອບໃຈ ສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ ທີ່ໄດ້ຊຸກຍູ້ສະໜັບສະໜູນ ບັນດາໂຄງການຂອງ ສປປ ລາວ ທີ່ໄດ້ນໍາສະເໜີຕໍ່ ລັດຖະບານຍີ່ປຸ່ນ ຕະຫຼອດໄລຍະຜ່ານມາ ຢ່າງມີຜົນສຳເລັດ, ລວມທັງ ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ນີ້ ໃຫ້ປະສົບຜົນສຳເລັດຕາມຄາດຫມາຍ, ເຊິ່ງ ສປປ ລາວ ໄດ້ມີຄວາມພ້ອມທີ່ຈະໄດ້ຕ້ອນຮັບ ບັນດາແຂກຕ່າງປະເທດ, ສະມາຊິກອາຊຽນ, ບັນດາຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມພັດທະນາຕ່າງໆ ທີ່ຈະເຂົ້າຮ່ວມກອງປະຊຸມອາຊຽນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ຢູ່ ນະຄອນຫຼວງວຽງຈັນ. ພ້ອມນີ້ ກໍ່ໄດ້ສະເໜີໃຫ້ຝ່າຍຍີ່ປຸ່ນ ຊ່ວຍສືບຕໍ່ຊຸກຍູ້ບັນດານັກນັກທຸລະກິດ, ນັກລົງທຶນ, ນັກທ່ອງທ່ຽວຍີ່ປຸ່ນ ໃຫ້ເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວ ສປປ ລາວ ຫຼາຍຂຶ້ນ ໃນໂອກາດປີທ່ອງທ່ຽວລາວ ປີ 2024 ນີ້.

 

ໃນຂະນະດຽວກັນ, ທ່ານ ນາງ ຊຶຈິຢະ ຊິນາໂກະ ກໍ່ໄດ້ຢືນຢັນຄືນຄວາມຫມາຍຫມັ້ນຂອງລັດຖະບານຍີ່ປຸ່ນ ໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແຫນ້ນການພົວພັນຮ່ວມມືກັບ ລັດຖະບານລາວ, ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວ, ກໍຄື ການພົວພັນຮ່ວມມືໃນຂອບ ຍີ່ປຸ່ນ-ອາຊຽນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ຈະສືບຕໍ່ຊຸກຍູ້ ການຮ່ວມມືໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ ໃຫ້ຫຼາຍຂຶ້ນ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນການຮ່ວມມືໃນວຽກງານດ້ານລັດຖະສະພາ ຍີ່ປຸ່ນ-ລາວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ຈະສືບຕໍ່ໃຫ້ການສະຫນັບສະ ຫນູນ ແລະ ຊ່ວຍເຫຼືອ ສປປ ລາວ ການຈັດຕັ້ງປະຕິບັດວຽກງານການເປັນປະທານອາຊຽນ ປີ 2024 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດຫມາຍ.

 

FMreceivejp 3

 

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ນາງ ຊຶຈິຢະ ຊິນາໂກະ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດລາວ, ພ້ອມດຽວກັນນີ້ ກໍ່ໄດ້ພົບປະເຮັດວຽກກັບ ທ່ານ ນາງ ທຸມມາລີ ວົງພະຈັນ, ປະທານກຳມາທິການວັດທະນະທຳ-ສັງຄົມ, ປະທານຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ ເພື່ອສືບຕໍ່ປຶກສາຫາລື ແລະ ເສີມຂະຫຍາຍການພົວພັນຮ່ວມມືໃນຂອບວຽກດ້ານລັດຖະສະພາຂອງ ລາວ-ຍີ່ປຸ່ນ ໃນຕໍ່ຫນ້າ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486298
ມື້ນີ້214
ມື້ວານ215
ອາທິດນີ້1334
ເດືອນນີ້5603