ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ

 

Lao Thai 30 Houy 1Lao Thai 30 Houy 6

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ, ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໄດ້ສະເດັດຢ້ຽມຢາມ ສປປ ລາວ ແລະ ເປັນອົງປະທານຮ່ວມໃນພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ - ຫ້ວຍຊົ້ວ ທັງປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ກໍ່ຄືການເປັນຄູ່ຮ່ວມຍຸດທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນວັນທີ 12 ມັງກອນ 2024.

 

Lao Thai 30 Houy 2Lao Thai 30 Houy 5Lao Thai 30 Houy 7

 

ໃນໂອກາດການສະເດັດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ກົມສົມເດັດພະເທບ ແລະ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເປັນປະທານຮ່ວມໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງສູນດັ່ງກ່າວ ໂດຍໄດ້ຮັບຟັງການລາຍງານ ຂອງ ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບຄວາມໝາຍຄວາມສໍາຄັນຂອງໂຄງການ, ຊຶ່ງເປັນໂຄງການ ການຮ່ວມມືແບບພິເສດ ລະຫວ່າງ ສອງປະມຸກລັດ ລາວ ແລະ ໄທ ກໍ່ຄື ລະຫວ່າງ ພະບາດສົມເດັດ ພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ແລະ ປະທານ ໄກສອນ ພົມວິຫານ ທີ່ເປັນສັນຍາລັກ ໃນການພົວພັນ ແລະ ຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ໄທ. ເປົ້າໝາຍຂອງສູນແຫ່ງນີ້ ແມ່ນເປັນສູນຮ່ວມມືດ້ານວິຊາການກ່ຽວກັບວຽກງານກະສິກໍາ ໂດຍມີການຖ່າຍທອດຄວາມຮູ້ທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ ໃນການຂະຫຍາຍແນວພັນພືດ-ພັນສັດ ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງກະສິກໍາ ແລະ ປ່າໄມ້. ປະຈຸບັນ, ສູນດັ່ງກາວໄດ້ກາຍເປັນສູນຕົວແບບ, ບ່ອນຖ່າຍທອດຄວາມຮູ້ ແລະ ເຕັກ ນິກ-ວິຊາການ ໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ, ນັກຮຽນ-ນັກສຶກສາ ທັງເປັນບ່ອນຜະລິດ ແລະ ສະໜອງແນວພັນພືດ-ພັນສັດທີ່ດີ ໂດຍໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງລາຍຮັບ ແລະ ອາຊີບທີ່ໝັ້ນຄົງໃຫ້ແກ່ປະ ຊາຊົນຫຼຸດພົ້ນຈາກຄວາມທຸກຍາກ. ໃນພິທີດັ່ງກ່າວ, ກົມສົມເດັດພະເທບ ແລະ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຮ່ວມກັນຕັດແຖບຜ້າພິທີສະເຫຼີມສະຫຼອງວັນສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ຄົບຮອບ 30 ປີ ແລະ ຢ້ຽມຊົມການວາງສະແດງຜະລິດຕະພັນຂອງສູນ, ອາຄານຮຽນຮູ້, ແຜນຜັງກໍ່ສ້າງຫໍປະຊຸມຫຼັງໃໝ່, ພົບປະຄອບຄົວຕົວແບບຂອງສູນ ແລະ ຢ້ຽມຊົມຜົນຜະລິດກະສິກໍາຂອງເມືອງນາຊາຍທອງ ພ້ອມທັງປູກຕົ້ນໄມ້ເພື່ອເປັນສັນຍາລັກ.

 

ໃນຕອນບ່າຍ, ກົມສົມເດັດພະເທບ ແລະ ຄະນະ ກໍ່ໄດ້ສະເດັດຢ້ຽມຢາມໂຮງຮຽນວັດທະນະທໍາ ຫຼັກ 67, ເຊິ່ງໂຮງຮຽນໄດ້ຮັບການຊ່ວຍເຫຼືອດ້ານຕ່າງໆ ຈາກໂຄງການອັນເນື່ອງມາຈາກພະຣາຊະດໍາຣິ ຂອງ ກົມສົມເດັດພະເທບ ນັບຕັ້ງແຕ່ປີ 1992 ເປັນຕົ້ນມາ. ໃນໂອກາດນີ້, ກົມສົມເດັດ ຍັງໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອສ້າງຫ້ອງການຄູ 1 ຫຼັງ, ຫໍພັກຍິງ 1 ຫຼັງ ແລະ ມອບອຸປະກອນຮັບໃຊ້ການຮຽນ-ການສອນ ລວມມູນຄ່າ 2.735.300 ບາດ, ມອບຂອງຂວັນໃຫ້ແກ່ນັກຮຽນດີເດັ່ນຂອງໂຮງຮຽນ ຈໍານວນ 05 ຄົນ ແລະ ໄດ້ຢ້ຽມຊົມຮູບພາບ ກ່ຽວກັບຄວາມເປັນມາຂອງໂຮງຮຽນ, ຫ້ອງສະໝຸດ, ອາຄານໝັ້ນມິດ (ຫ້ອງທົດລອງ) ແລະ ໄດ້ປູກຕົ້ນໄມ້ຢູ່ເດີ່ນໂຮງຮຽນ ເພື່ອເປັນສັນຍາລັກ.

 

67 067 1

 

ໃນຕອນຄໍ່າຂອງວັນດຽວກັນ, ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ເປັນກຽດຈັດງານລ້ຽງຕ້ອນຮັບໃຫ້ແກ່ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ.

 

67 267 3

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486262
ມື້ນີ້178
ມື້ວານ215
ອາທິດນີ້1298
ເດືອນນີ້5567