ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນຳກະຊວງການຕ່າງປະເທດ ເຂົ້າຮ່ວມອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

 

Lao people army day1

Lao people army day2

 

ໃນຕອນບ່າຍຂອງວັນທີ 17 ມັງກອນ 2024, ທີ່ ກະຊວງປອງກັນປະເທດ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ໄປອວຍພອນ ການນຳກະຊວງປ້ອງກັນປະເທດ, ເຊິ່ງຕາງໜ້າຕ້ອນຮັບໂດຍ ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20/1/1949 - 20/1/2024) ທີ່ໃກ້ໝູນວຽນມາຮອດນີ້.

 

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ກອງທັບປະຊາຊົນປະຕິວັດລາວ ຍາດມາໄດ້ຕະຫຼອດໄລຍະ 75 ປີ ຜ່ານມາພາຍໃຕ້ການຊີ້ນຳ-ນຳພາ ຢ່າງໃກ້ຊິດຕິດແທດຈາກ ບັນດາສະຫາຍການນຳກະຊວງປ້ອງກັນປະເທດ ດ້ວຍຄວາມເອົາໃຈໃສ່ ແລະ ເສຍສະຫຼະສູງ ຈົນສາມາດຍາດໄດ້ໄຊຊະນະໃນພາລະກິດປົດປ່ອຍຊາດໃນອະດີດ ແລະ ສືບຕໍ່ ພາລະກິດສ້າງສາ ແລະ ພັດທະນະປະເທດຊາດ ຢ່າງມີຜົນສຳເລັດສູງ. ໃນໂອກາດດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ອວຍພອນມາຍັງ ບັນດາສະຫາຍຄະນະພັກ, ຄະນະນຳກະຊວງປ້ອງກັນປະເທດ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ, ສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາ ບັນດາອ້າຍນ້ອງທະຫານ ໃຫ້ມີຜົນສຳເລັດອັນໃຫມ່ ແລະ ຍິ່ງໃຫຍ່ກວ່າເກົ່າ.

 

ໃນຂະນະດຽວກັນ, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳກະຊວງ, ນາຍ ແລະ ພົນທະຫານທົ່ວກອງທັບ ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍການນຳກະຊວງການຕ່າງປະເທດ ທີ່ເຫັນໄດ້ເຖິງ ຄວາມໝາຍຄວາມສຳຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ອວຍພອນໄຊໃຫ້ ສະຫາຍ ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຈົ່ງມີຄວາມຜາສຸກ, ສຸຂະພາບແຂງແຮງ, ສືບຕໍ່ຊີ້ນຳ-ນຳພາ ບັນດາອ້າຍນ້ອງພະນັກງານກະຊວງການຕ່າງປະເທດ ໃຫ້ມີຜົນສຳເລັດອັນໃຫມ່ຍິ່ງໃຫຍ່ກວ່າເກົ່າ ໂດຍສະເພາະວຽກງານການທູດ ແລະ ການເປັນປະທານອາຊຽນປີ 2024 ຂອງ ສປປ ລາວ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486320
ມື້ນີ້16
ມື້ວານ220
ອາທິດນີ້1356
ເດືອນນີ້5625