ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງບັນດາປະເທດເພື່ອນມິດອາຊຽນ ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ ສປປ ລາວ ເປັນເຈົ້າພາບ

  

  

ໃນວັນທີ 28 ມັງກອນ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດເພື່ອນມິດ ອາຊຽນ ຈໍານວນໜຶ່ງ ໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ ສປປ ລາວ ເປັນເຈົ້າພາບ, ຊຶ່ງຈັດຂຶ້ນ ທີ່ ນະຄອນຫຼວງພະບາງ.

   

  

20240128 29 DPM BLTR with PNs Dur AMM R1 1

     

ໃນໂອກາດພົບປະສອງຝ່າຍກັບ ທ່ານ ບຸຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໂດຍສະເພາະແມ່ນ ລະຫວ່າງສອງກະຊວງການຕ່າງປະເທດ ທີ່ນັບມື້ນັບມີການພັດ ທະນາເຂົ້າສູ່ລ່ວງເລິກ ແລະ ນໍາຜົນປະໂຫຍດຢ່າງແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ພ້ອມທັງຈະສືບຕໍ່ເສີມຂະຫຍາຍມູນເຊື້ອການປະສານສົມທົບກັນຢ່າງແໜ້ນແຟ້ນ ລະຫວ່າງ ສອງກະຊວງການຕ່າງປະເທດ ເພື່ອຊຸກຍູ້ການ ຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງ ລະຫວ່າງ ສອງລັດຖະບານ ລາວ ແລະ ຫວຽດນາມ ກໍ່ຄື ບັນດາຂໍ້ຕົກລົງຕ່າງໆທີ່ກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ລົງນາມຮ່ວມກັນໃຫ້ເກີດດອກອອກຜົນຫຼາຍຂຶ້ນ. ນອກຈາກນັ້ນ, ສອງຝ່າຍຍັງຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ກໍ່ຄື ໃນໂອກາດທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ ໃນປີ 2024 ນີ້.

  

         

20240128 29 DPM BLTR with PNs Dur AMM R2

   

ການພົບປະສອງຝ່າຍກັບ ທ່ານ ດາໂຕະ ເອຣີວັນ ເປຮິນ ຢູຊົບ (H.E. Dato Erywan Pehin Yusof), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ບຣູໄນ ດາຣູຊາລາມ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນໄລຍະຜ່ານມາ, ພິເສດ ສອງຝ່າຍໄດ້ຮ່ວມກັນສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 2023 ຜ່ານມາ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍ ໂດຍໄດ້ມີການຍົກລະດັບສາຍພົວພັນສອງປະເທດ ຂຶ້ນເປັນ “ຄູ່ຮ່ວມຍຸດທະສາດ”. ພ້ອມນັ້ນ, ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນນໍາກັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ສົນໃຈຮ່ວມກັນ.

         

     

20240128 29 DPM BLTR with PNs Dur AMM R3

    

ໂອກາດພົບປະກັບ ທ່ານ ສົກ ຈັນດາ ເສົາເພຍ (H.E. Mr. Sok Chenda Sophea), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເພີ່ມພູນຄູນສ້າງເປັນກ້າວໆມາ. ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ການກະກຽມຄວາມພ້ອມໃນການຕ້ອນຮັບ ສົມເດັດ ຮຸນ ມາແນັດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ທີ່ຈະເດີນທາງມາຢ້ຽມຢາມທາງການ ທີ່ ສປປ ລາວ ໃນທ້າຍເດືອນມີນາ 2024 ນີ້. ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການຮ່ວມມືກັນ ໂດຍສະເພາະ, ດ້ານພະລັງງານ ແລະ ເຫັນດີຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາຊຽນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ສົກ ຈັນດາ ເສົາເພຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຄົນໃໝ່, ພ້ອມທັງສະແດງຄວາມພ້ອມທີ່ຈະເຮັດວຽກຮ່ວມກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນຕໍ່ໜ້າ.

         

   

20240128 29 DPM BLTR with PNs Dur AMM R4

    

ການພົບປະກັບ ທ່ານ ນາງ ເຣັດໂນ ມາຊຸດີ (H.E. Mrs. Retno L.P. Marsudi), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອິນໂດເນເຊຍ, ສອງຝ່າຍໄດ້ມີຄວາມປິຕິຍິນດີ ທີ່ເຫັນວ່າ ການຮ່ວມມືຂອງສອງປະເທດໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍໃນຫຼາຍຂົງເຂດ ໂດຍສະເພາະແມ່ນການຮ່ວມມືດ້ານການຄ້າ ແລະ ການລົງທຶນ ນັບມື້ນັບມີຈໍານວນເພີ່ມຂຶ້ນ. ພ້ອມນັ້ນ, ສອງຝ່າຍກໍ່ໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ລວມທັງການຮ່ວມມືໃນຂອບອາຊຽນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການເປັນປະທານອາຊຽນຂອງ ອິນໂດເນເຊຍ ໃນປີ 2023 ຜ່ານມາ, ພ້ອມທັງຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດກັບຝ່າຍອິນໂດເນເຊຍ, ຊຶ່ງຈະເປັນການປະກອບສ່ວນເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.

         

   

20240128 29 DPM BLTR with PNs Dur AMM R5

      

ໃນໂອກາດພົບປະກັບ ທ່ານ ປານປຣີ ພະຫິດທານຸກອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາສະຫຍາມບໍລົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 12 ມັງກອນ 2024 ຜ່ານມາ. ພ້ອມນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາເຫັນນໍາກັນ ກ່ຽວກັບ ການຮ່ວມມືດ້ານຕ່າງໆທີ່ສໍາຄັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໂດຍສະເພາະ ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂອບການຮ່ວມມືອາຊຽນ. ຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະ ຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນວຽກງານພັດທະນາເສດຖະກິດ-ສັງຄົມ ກໍ່ຄື ການເປັນປະທານອາຊຽນຂອງ ສປປ ລາວ, ພ້ອມທັງມີເຈດຈໍານົງຈະໃຫ້ການຊ່ວຍເຫຼືອປັບປຸງ ແລະ ສ້ອມແປງ ອາຄານກຽດຕິຍົດ (ອາຄານ VVIP) ທີ່ ສະໜາມບິນສາກົນວັດໄຕ ເພື່ອກະກຽມຄວາມພ້ອມໃຫ້ແກ່ການຕ້ອນຮັບປະມຸກລັດ, ຫົວໜ້າລັດຖະບານ ແລະ ຫົວໜ້າຄະນະຜູ້ແທນ ບັນດາປະເທດຕ່າງໆ ທີ່ຈະເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງສໍາຄັນຕ່າງໆ ທີ່ ສປປ ລາວ ເປັນເຈົ້າພາບ ໃນປີ 2024 ນີ້.

   

  20240128 29 DPM BLTR with PNs Dur AMM R6    

ໃນວັນທີ 29 ມັງກອນ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສືບຕໍ່ພົບປະສອງຝ່າຍກັບ ທ່ານ ໂມຮາມັດ ຮາຊານ (H.E. Mohamad Hasan), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ. ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ໂມຮາມັດ ຮາຊານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ຄົນໃໝ່ ໃນເດືອນທັນວາ 2023 ທີ່ຜ່ານມາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນການທູດນໍາກັນ ນັບແຕ່ປີ 1966 ເປັນຕົ້ນມາ, ພ້ອມທັງຕີລາຄາສູງຕໍ່ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ດາໂຕະ ເຊຣິ ອັນວາ ບິນ ອິບບຣາຮິມ (H.E. Dato Seri Anwar Bin Ibrahim), ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໃນເດືອນມິຖຸນາ 2023 ທີ່ຜ່ານມາ, ເຊິ່ງຈະສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດໃນການຜັນຂະຫຍາຍຜົນການຢ້ຽມຢາມດັ່ງກ່າວໃຫ້ເປັນຮູບປະທໍາເທື່ອລະກ້າວ. ສອງຝ່າຍ ຍັງໄດ້ໄດ້ຕີຄລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ທີ່ຫາກໍ່ສໍາເລັດລົງຢ່າງຈົບງາມ, ເຊິ່ງຝ່າຍມາເລເຊຍໄດ້ຢືນຢັນຄືນຄໍາໝາຍໝັ້ນຂອງຕົນໃນການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນ 2024 ຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ສອງລັດຖະມົນຕີຕ່າງປະເທດ ລາວ ແລະ ມາເລເຊຍ ຍັງໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ພະລັງງານ, ດິຈິຕັອນ, ການເງິນ ແລະ ການທ່ອງທ່ຽວ, ກໍຄືການສົ່ງເສີມການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ມາເລເຊຍ ເພີ່ມຂຶ້ນ ໃນຕໍ່ຫນ້າ, ລວມທັງການສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອສົ່ງເສີມການຮ່ວມມື ແລະ ການພັດທະນາຂອງຂົງເຂດພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນ ມາເລເຊຍ ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະ ການຊ່ວຍເຫຼືອໃນການພັດທະນາຊັບພະຍາກອນມະນຸດ, ລວມທັງການສະຫນັບສະຫນູນການເປັນປະທານອາຊຽນ 2024 ຂອງ ສປປ ລາວ.

  

  

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486316
ມື້ນີ້12
ມື້ວານ220
ອາທິດນີ້1352
ເດືອນນີ້5621