ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່າຂອງລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ

 

PMreceivedSG1

PMreceivedSG2PMreceivedSG3

 

ໃນຕອນບ່າຍຂອງວັນທີ 27 ມັງກອນ 2024, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ວິວຽນ ບາລາຄຣິສນານ (H.E Dr. Vivian BALAKRISHNAN), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມທາງການ  ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ວົງແຄບ ຢູ່ ສປປ ລາວ ໃນລະຫວ່າງວັນທີ 26-29 ມັງກອນ 2024.

 

ໃນໂອກາດນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະ​ແດງ​ຄວາມຍິນ​ດີຕ້ອນ​ຮັບອັນອົບອຸ່ນມາຍັງ ພະນະທ່ານ ລັດຖະມົນຕີ ວິວຽນ ບາລາຄຣິສນານ ແລະ ຄະນະ, ເຊິ່ງຖືເປັນຂີດໝາຍອັນສໍາຄັນສໍາລັບການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ສິງກະໂປ ໃນການເລີ່ມຂະບວນການກະກຽມກິດຈະກໍາການສະເຫຼີມສະຫຼອງຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ສິງກະໂປ ໃນປີ 2024 ນີ້. ພະນະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນໄປຍັງ ພະນະທ່ານ ລີ ຊຽນ ລຸງ, ​ນາຍົກລັດຖະມົນຕີ ແຫ່ງ ສ.ສິງກະໂປ, ທັງສະແດງຄວາມຂອບໃຈສໍາລັບການເຊື້້ອເຊີນຢ້ຽມຢາມປະເທດສິງກະໂປ ແລະ ຈະຊັບຊ້ອນເວລາອັນເຫມາະສົມຕໍ່ການຢ້ຽມຢາມດັ່ງກ່າວ ໃນອະນາຄົດອັນໃກ້ນີ້.

 

ພະນະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ຜົນການພົບປະລະຫວ່າງ ພະນະທ່ານ ລັດຖະມົນຕີ ວິວຽນ ບາລາຄຣິສນານ ກັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງໄດ້ມີການປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຢ່າງຕັ້ງໜ້າ,​ ເພື່ອຮ່ວມກັນຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືຂອງສອງລັດຖະບານ ແລະ ການຮ່ວມມືໃນສາຍພັກ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນ, ລວມທັງການຮ່ວມມືກັນຢ່າງໃກ້ຊິດ ໃນການຈັດບັນດາກິດຈະກໍາສະເຫຼີມສະຫຼອງຄົບຮອບ 50 ປີ ວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສປປ ລາວ ແລະ ສ. ສິງກະໂປ ໃນປີ 2024 (02 ທັນວາ 1974 – 02 ທັນວາ 2024)ໃຫ້ມີເນື້ອໃນ ແລະ ບັນຍາກາດຄຶກຄຶື້ນ.

 

ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນສິງກະໂປທີ່ໄດ້ໃຫ້ການສະໜັບສະໜູນ ສປປລາວ ໃນການພັດທະນາຊັບພະຍາກອນມະນຸດໃນຫຼາຍຮູບແບບຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການສະໜອງທຶນຝຶກອົບຮົມໃນຂອບການຮ່ວມມື IAI (Initiative for ASEAN Integration), SCP (Singapore Cooperation Programmes) ແລະ ທຶນການສຶກສາໃນລະດັບຕ່າງໆ, ເຊິ່ງໄດ້ເປັນການສະໜັບສະໜູນທີ່ສໍາຄັນໃນການຍົກລະດັບຂີດຄວາມສາມາດໃຫ້ແກ່ພະນັກງານລັດຖະກອນ ແລະ ນັກສຶກສາລາວ, ລວມທັງການສະໜັບສະໜູນຊ່ວຍເຫຼືອການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

 

ນອກຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງພະລັງງານສະອາດ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆທີ່ເຫັນວ່າມີທ່າແຮງ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືດ້ານການຄ້າ ແລະ ການລົງທຶນຂອງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນໃນຕໍ່ໜ້າ.

 

ໃນໂອກາດດຽວກັນ, ພະນະທ່ານ ລັດຖະມົນຕີ ວິວຽນ ບາລາຄຣິສນານ ໄດ້ສະແດງຄວາມຂອບໃຈມາຍັງ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຢືນຢັນຄືນທັດສະນະຂອງຕົນ ໃນການສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມື ສິງກະໂປ-ລາວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ລວມທັງການຮ່ວມມືກັນຢ່າງໃກ້ຊິດ ເພື່ອການພັດທະນາຂອງຂົງເຂດພາກພື້ນ ແລະ ສາກົນ, ໂດຍສະເພາະ ຂອບການຮ່ວມມືອາຊຽນ ກໍຄືການສືບຕໍ່ສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໃຫ້ສໍາເລັດຜົນຕາມຄາດໝາຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486236
ມື້ນີ້152
ມື້ວານ215
ອາທິດນີ້1272
ເດືອນນີ້5541