ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເປັນປະທານກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ

   

  

  

20240128 29 AMM R 1

20240128 29 AMM R 2

       

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ 2024 ທີ່  ຫຼວງພະບາງ, ພາຍໃຕ້ການເປັນປະທານ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ມີລັດຖະມົນຕີຕ່າງປະເທດອາຊຽນ, ລັດຖະມົນຕີຕ່າງປະເທດຕີມໍແລັດສະເຕ ໃນນາມປະເທດສັງເກດການ ແລະ ເລຂາທິການໃຫຍ່ອາຊຽນ.

     

ກອງປະຊຸມ ໄດ້ທົບທວນ ແລະ ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ທີ່ຈັດຂຶ້ນໃນເດືອນກັນຍາ 2023 ທີ່ ອິນໂດເນເຊຍ ແລະ ໄດ້ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບວິທີທາງທີ່ເປັນຮູບປະທໍາ ແລະ ຍືນຍົງ ເພື່ອສືບຕໍ່ຮັດແໜ້ນປະຊາຄົມອາຊຽນ, ຄວາມເປັນແກນກາງ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃນທ່າມກາງສິ່ງທ້າທາຍຕ່າງໆໃນພາກພື້ນ ແລະ ສາກົນ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າທີ່ດີຂອງການຈັດຕັ້ງປະຕິບັດ 3 ແຜນແມ່ບົດປະຊາຄົມອາຊຽນ ແລະ ເຫັນດີດ້ວຍການທົບທວນ ແລະ ການປະເມີນຮອບດ້ານໄລຍະສຸດທ້າຍຂອງບັນດາແຜນແມ່ບົດປະຊາຄົມອາຊຽນ ແລະ ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ຈະເລີ່ມຂື້ນໃນໄວໆນີ້.

   

  

20240128 29 AMM R 3

   

ປັດຈຸບັນ ອາຊຽນ ພວມຢູ່ໃນຂັ້ນຕອນການສ້າງວິໄສທັດປະຊາຄົມອາຊຽນ 2045 ລວມທັງ ແຜນຍຸດທະສາດຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ. ຕໍ່ກັບບັນຫາດັ່ງກ່າວ, ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະສະເພາະກິດລະດັບສູງ ວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ໃນການຮ່າງວິໄສທັດປະຊາຄົມອາຊຽນ 2045 ເພື່ອສ້າງ: ປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກຳ, ຄ່ອງແຄ້ວ ແລະ ທີ່ມີປະຊາຊົນເປັນແກນກາງ.  ກອງປະຊຸມໄດ້ສຸກຍູ້ ການຮ່າງແຜນຍຸດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດ ການເຊື່ອມຈອດອາຊຽນ ໄດ້ສຳເລັດໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ວິໄສທັດດັ່ງກ່າວ ພ້ອມດ້ວຍບັນດາແຜນຍຸດທະສາດ ຈະຖືກຮັບຮອງເອົາໃນປີ 2025.

   

ກອງປະຊຸມໄດ້ປຶກສາຫາລື ແລະ ສະໜັບສະໜູນ 9 ບູລິມະສິດ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ສຸມໃສ່ 2 ອົງປະກອບຫຼັກ  ຄື: “ເພີ່ມທະວີການເຊື່ອມຈອດ” ແລະ “ເພີ່ມທະວີຄວາມເຂັ້ມແຂງ”. ພາຍໃຕ້ອົງປະກອບການເພີ່ມທະວີການເຊື່ອມຈອດ ປະກອບມີ 4 ບູລິມະສິດ ຄື: (1) ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ, (2) ການສ້າງອະນາຄົດແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ, ຊຶ່ງພາຍໃຕ້ບຸລິມະສິດນີ້ ອາຊຽນສະໜັບສະໜຸນການສ້າງສາຍສົ່ງພະລັງງານອາຊຽນ, (3) ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ, ແລະ (4) ວັດທະນະທໍາ ແລະ ສິລະປະ:  ສົ່ງເສີມບົດບາດວັດທະນະທໍາ ແລະ ສິລະປະໃນອາຊຽນ ແບບມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ. ພາຍໃຕ້ອົງປະກອບການເພີ່ມທະວີຄວາມເຂັ້ມແຂງ ປະກອບມີ 5 ບູລິມະສິດ ຄື: (1) ການສ້າງບັນດາແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045, (2) ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ, (3) ການສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ: ຄວາມເຂັ້ມແຂງຕໍ່ການປ່ຽນແປງສະພາບດິນຟ້າ ອາກາດ, (4) ແມ່ຍິງ ແລະ ເດັກນ້ອຍ: ສົ່ງເສີມບົດບາດຂອງແມ່ຍິງ ແລະ ເດັກນ້ອຍ ເພື່ອກ້າວໄປສູ່ການຫັນເປັນວິທີການຢ່າງເປັນລະບົບ, ແລະ (5) ສາທາລະນະສຸກ: ການຫັນໄປສູ່ຄວາມເຂັ້ມແຂງທາງດ້ານສາທາລະນະສຸກຂອງອາຊຽນໃນສະພາບການໃໝ່.

  

  

  

20240128 29 AMM R 4

   

ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມື ລະຫວ່າງອາຊຽນກັບພາຍນອກ, ລວມທັງການສະເໜີຂອງບາງປະເທດເພື່ອເປັນຄູ່ຮ່ວມມືຂອງອາຊຽນ. ກອງປະຊຸມ ໄດ້ເນັ້ນຄວາມສຳຄັນຂອງການຮັດແໜ້ນຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນການພົວພັນກັບຄູ່ຄວາມຮ່ວມມືພາຍນອກ ໂດຍຜ່ານບັນດາກົນໄກທີ່ມີອາຊຽນເປັນຜູ້ນໍາພາ. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການກະກຽມກອງປະຊຸມທີ່ສຳຄັນ ເປັນຕົ້ນແມ່ນ ກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ ທີ່ຈະຈັດຂຶ້ນໃນວັນທີ 6 ມີນາ 2024 ທີ່ ເມວເບີນ, ປະເທດ ອົດສະຕຣາລີ ພາຍໃຕ້ການເປັນປະທານຮ່ວມ ຂອງ ສປປ ລາວ ແລະ ອົດສະຕຣາລີ ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ ທີ່ຈະຈັດຂື້ນໃນວັນທີ 2 ກຸມພາ 2024 ທີ່ ບຣຸກແຊນ, ປະເທດ ແບນຊິກ.

  

ນອກຈາກນີ້,​ ກອງປະຊຸມ ຍັງໄດ້ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

--------------------------

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486249
ມື້ນີ້165
ມື້ວານ215
ອາທິດນີ້1285
ເດືອນນີ້5554