ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ - ລຸກຊຳບວກ ເພີ່ມທະວີການຮ່ວມມືສອງຝ່າຍ

 

LaoLuxembg 1

LaoLuxembg 2

 

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພະນະທ່ານ ຊາວີເອ ເບັດແຕນລ໌ (Xavier BETTEL), ຮອງນາຍົກລັດຖະມົນຕີ, ລັດ​ຖະ​ມົນ​ຕີ​​ກະ​ຊວງການ​ຕ່າງ​ປະ​ເທດ ແລະ ການຄ້າຕ່າງປະເທດ ແລະ ລັດຖະມົນຕີຮ່ວມມືເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ໄດ້ນຳພາຄະນະມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 5-9 ກຸມພາ 2024 ເພື່ອສືບຕໍ່ຮັດແໜ້ນ ​ແລະ ເສີມຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່ມີມາ​ແຕ່ດົນນານ ​ລະຫວ່າງ ​ສປປ ລາວ ​ແລະ ຣາຊະອານາຈັກ ລຸກຊໍາບວກ.

 

ໃນຕອນເຊົ້າຂອງວັນທີ 8 ກຸມພາ 2024, ທີ່ ກະຊວງການຕ່າງປະເທດ ໄດ້ມີການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ສະເຫຼີມໄຊ ກົມມະສິດ ແລະ ພະນະທ່ານ ຊາວີເອ ເບັດແຕນລ໌, ເຊິ່ງ ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງສອງປະເທດ ລາວ ແລະ ລຸກຊຳບວກ ພາຍຫຼັງທີ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 25 ກັນຍາ 1997 (ຄົບຮອບ 27 ປີ) ແມ່ນສືບຕໍ່ໄດ້ຮັບການຂະຫຍາຍຕົວເປັນກ້າວໆມາ, ການ​ພົວ​ພັນຮ່ວມມືຂອງ​ສອງ​ປະ​ເທດ​ ທາງດ້ານການເມືອງ ແມ່ນໃນລະດັບດີ ແລະ ເປັນປົກກະຕິ ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ, ເຊິ່ງ ລຸກຊຳບວກ ແມ່ນຖືເປັນຄູ່ຮ່ວມມືພັດທະນາທີ່ດີ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ການພັດທະນາຕໍ່ ສປປ ລາວ ເຊັ່ນ: ບັນດາໂຄງຊ່ວຍເຫຼືອຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີໝາກຜົນດີ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໂດຍໄດ້ກວມເອົາຫຼາຍຂະແໜງການ ເປັນຕົ້ນ ສາທາລະນະສຸກ, ການສຶກສາ, ການທ່ອງທ່ຽວ, ການໂຮງແຮມ-ການບໍລິການ, ແຮງງານ ແລະ ສະຫວັດດີການສັງຄົມ (ວຽກໄພພິບັດ ແລະ ການເກັບກູ້ລະເບີດບໍ່ທັນແຕກ), ການ​ເງິນ-ການ​ທະນາຄານ, ການພັດທະນາ​ຊົນນະບົດ, ພື້ນຖານ​ໂຄງ​ລ່າງ​ຂອງ​ພາກ​ລັດ ແລະ ການຊ່ວຍເຫຼືອສໍາຄັນອື່ນໆ ໂດຍຜ່ານອົງການຈັດຕັ້ງສາກົນ, ສອງຝ່າຍ ຍັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ສປຊ, ອາຊຽນ ແລະ ອື່ນໆ.

 

ພ້ອມນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ໂດຍເຫັນດີສືບຕໍ່ຊຸກຍູ້ສົ່ງເສີມຂະແໜງການກ່ຽວຂ້ອງຂອງສອງປະເທດ ລາວ ແລະ ລຸກຊຳບວກ ໃນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຮ່ວມມືຂອງສອງລັດຖະບານ ໃຫ້ສໍາເລັດຜົນຕາມຄາດໝາຍ, ຊຸກຍູ້ໃຫ້ມີການພົບປະແລກປ່ຽນກັນຫຼາຍຂຶ້ນ ລະຫວ່າງຄະນະຜູ້ແທນສອງປະເທດ ໃນຕໍ່ຫນ້າ, ເພີ່ມທະວີຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນຕື່ມ ໂດຍອີງໃສ່ທ່າແຮງຂອງແຕ່ລະປະເທດ, ເຫັນດີຊຸກຍູ້ໃຫ້ບັນດານັກທຸລະກິດ ແລະ ນັກລົງທຶນ ໃຫ້ມີການຮ່ວມມືໃນຂະແໜງການຕ່າງໆທີ່ມີທ່າແຮງຮ່ວມກັນ ເປັນຕົ້ນ ການທ່ອງທ່ຽວ, ການບໍລິການ-ການໂຮງແຮມ, ອຸດສາຫະກຳປຸງແຕ່ງ, ການຜະລິດດ້ານກະສິກໍາ ແລະ ອື່ນໆ. ນອກນັ້ນ, ສອງຝ່າຍ ເຫັນດີໃຫ້ມີການແລກປ່ຽນ ແລະ ສ້າງຂີດຄວາມສາມາດດ້ານຊັບພະຍາກອນມະນຸດ ລົງເລິກດ້ານວິຊາສະເພາະໃຫ້ພະນັກງານວິຊາການໃຫ້ມີຄຸນນະພາບສູງ ເພື່ອເຊື່ອມຕໍ່ການຄ້າໃນພາກພື້ນ ແລະ ສາກົນ; ລັດຖະບານ ລຸກຊຳບວກ ຍິນດີຈະສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະຫນູນໃນການຊ່ວຍສ້າງຂີດຄວາມສາມາດດ້ານການແພດແກ່ ສປປ ລາວ ໂດຍ ການສົ່ງຊ່ຽວຊານດ້ານການແພດຈາກເອີຣົບ ມາຝຶກອົບຮົມໃຫ້ແກ່ຝ່າຍລາວ, ການຊ່ວຍເຫຼືອສະໜອງອຸປະກອນການແພດ, ການກໍ່ສ້າງ-ສ້ອມແປງ ໂຮງຫມໍ ແລະ ອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ກໍ່ເຫັນດີເປັນເອກະພາບ ຈະຮ່ວມມືກັນຢ່າງໃກ້ຊິດໃນການຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການສຶກສາ ທີ່ຕິດພັນກັບວຽກທ່ອງທ່ຽວ ແລະ ຍຸຕິທຳ, ດ້ານແຮງງານ ແລະ ສະຫວັດດີການສັງຄົມ, ວຽກງານມະນຸດສະທຳ, ການເກັບກູ້ລະເບີດບໍ່ທັນແຕກ, ກະສິກຳ ແລະ ປ່າໄມ້, ສະຖິຕິແຫ່ງຊາດ ແລະ ການທະນາຄານ, ເຊິ່ງ ຝ່າຍລາວ ຍັງໄດ້ສະເໜີໃຫ້ມີການຮ່ວມມືໃນວຽກງານການເງິນດິຈິຕອລ ແລະ ການຊຳລະຜ່ານລະບົບດິຈິຕອລຂອງທະນາຄານ ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ, ການຄ້າ ແລະ ການທ່ອງທ່ຽວ ສປປ ລາວ ໃນຕໍ່ຫນ້າ. ພ້ອມນີ້, ສອງຝ່າຍ ເຫັນດີເປັນເອກະພາບຈະສືບຕໍ່ໃຫ້ການຮ່ວມມື ແລະ ສະຫນັບສະຫນູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

 

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ລຸກຊຳບວກ ຕໍ່ການຊ່ວຍເຫຼືອອັນລ້ຳຄ່າໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ, ພ້ອມນີ້ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ.  ໃນປີ 2024 ນີ້ ສປປ ລາວ ກໍ່ໄດ້ເປີດປີທ່ອງທ່ຽວລາວ ພ້ອມທັງ ເຊີນຊວນປະຊາຊົນລຸກຊຳບວກ ມາທ່ອງທ່ຽວລາວ ໃຫ້ນັບມື້ນັບຫລາຍຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486193
ມື້ນີ້109
ມື້ວານ215
ອາທິດນີ້1229
ເດືອນນີ້5498