ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທູດປະເທດເພື່ອນມິດ

 

DenmarkSwiss 1

ທ່ານ ນິໂກລາຍ ພຣິດສ໌ (Nicolai Prytz), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ

 

DenmarkSwiss 2

ທ່ານ ນາງ ເມແກນ ເອລິຊ໌ເບັດ ໂຈນສ໌ (Megan Elizabeth JONES), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ

 

ໃນວັນທີ 22 ກຸມພາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາທູດປະເທດເພື່ອນມິດ ຕາມລຳດັບ ຄື: 1.) ທ່ານ ນິໂກລາຍ ພຣິດສ໌ (Nicolai Prytz), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກ ດານມາກ ປະຈໍາ ສປປ ລາວ ແລະ 2.) ທ່ານ ນາງ ເມແກນ ເອລິຊ໌ເບັດ ໂຈນສ໌ (Megan Elizabeth JONES), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ, ໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ມາດໍາລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ປະຈຳ ສປປ ລາວ.

 

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານທູດທັງສອງປະເທດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກລັດຖະບານ ກໍ່ຄື ປະຊາຊົນຂອງຕົນ, ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຄົນໃໝ່ ປະຈຳ ສປປ ລາວ, ສະແດງຄວາມເຊື່ອໝັ້ນວ່າ ທ່ານທູດທັງສອງ ຈະເປັນຂົວຕໍ່ສຳຄັນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນໃນອະນາຄົດ, ເຊິ່ງ ກະຊວງການຕ່າງປະເທດ​ ແລະ ພາກສ່ວນກ່ຽວຂ້ອງຕ່າງໆຂອງລາວ ພ້ອມ​ທີ່​ຈະໃຫ້ການຮ່ວມ​ມື​ຢ່າງໃກ້ຊິດ ເພື່ອອໍານວຍຄວາມສະດວກໃຫ້​ບັນ​ດາທ່ານທູດ ສາມາດເຮັດສໍາເລັດໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍຢ່າງມີຜົນສຳເລັດຈົບງາມ. ພ້ອມດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະ​ເໜີໃຫ້ ທ່ານທູດທັງສອງ ຈົ່ງສືບຕໍ່ຊຸກ​ຍູ້ໃຫ້​ມີ​ການ​ແລກ​ປ່ຽນ​ການ​ຢ້ຽມ​ຢຽມເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາການນຳຂັ້ນສູງ ໃນຕໍ່ຫນ້າ, ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະລັງງານສະອາດ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ແຮງງານ, ສາທາລະນະສຸກ ແລະ ຂົງເຂດບູລິມະສິດອື່ນໆ, ຊຸກຍູ້ຂົນຂວາຍບັນດານັກທຸລະກິດ-ນັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມາ ສປປ ລາວ ຫລາຍຂຶ້ນໃນຕໍ່ຫນ້າ ເພື່ອປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ເປົ້າໝາຍການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນຊຸມປີຕໍ່ໜ້າ. ພ້ອມດຽວກັນນີ້, ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອາຊຽນ, ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສະໜັບສະໜູນຊ່ວຍເຫຼືອ ແລະ ການຮ່ວມມື ຈາກທ່ານທູດທັງສອງ ເພື່ອເຮັດໃຫ້ການເປັນປະທານອາຊຽນຂອງ ສປປ ລາວ ປະສົບຜົນສໍາເລັດຢ່າງຈົບງາມ.

 

ໃນຂະນະດຽວກັນ, ທ່ານທູດທັງສອງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ໃນໂອກາດມາປະຕິບັດຫນ້າທີ່ຢູ່ ສປປ ລາວ ຄັ້ງນີ້, ພ້ອມທັງ ໄດ້ຢືນຢັນ ຈະສຸມທຸກກຳລັງແຮງຂອງຕົນ ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ປະເທດຂອງຕົນກັບ ສປປ ລາວ ໃຫ້ຫຼາຍຂຶ້ນໃນຕໍ່ຫນ້າ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

 

  • ສປປ ລາວ ແລະ ຣາຊະອານາຈັກ ດານມາກ: ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 01 ພະຈິກ 1956 (ຄົບຮອບ 68 ປີ), ດານມາກ ໄດ້ໃຫ້ການຊ່ວຍເຫຼືອໃນຂອບສອງຝ່າຍ ແຕ່ປີ 2000 2019 ໃນ 4 ຂະແໜງການ ຄື: 1. ການຮັກສາຊັບພະຍາກອນ ແລະ ສິ່ງແວດລ້ອມ, 2. ສາທາລະນະສຸກ, 3. ອຸດສາຫະກຳ ແລະ ປ່າໄມ້, ແລະ 4. ການສຶກສາ; ທັງໄດ້ຊ່ວຍເຫຼືອ ສປປ ລາວ ດ້ວຍຫຼາຍຮູບການຜ່ານຂອບຫຼາຍຝ່າຍ ເຊັ່ນ: ໃນຂອບການຮ່ວມມືຂອງ ສປຊ, ສະຫະພາບເອີຣົບ, ອົງການແມ່ນ້ຳຂອງ ແລະ ການອະນຸລັກສັດນ້ຳຈືດ. ນອກຈາກນີ້, ນັກລົງທຶນດານມາກ ກໍ່ໄດ້ເຂົ້າມາລົງທຶນດຳເນີນທຸລະກິດຢູ່ ສປປ ລາວ, ເຊິ່ງໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ ເປັນຈຳນວນຫລາຍ, ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາ.
  • ສປປ ລາວ ແລະ ອົດສະຕຣາລີ: ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 15 ມັງກອນ 1952 (ຄົບຮອບ 72 ປີ), ອົດສະຕຣາລີ ຖືກຈັດເປັນອັນດັບ 3 ຂອງປະເທດທີ່ໃຫ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ, ມູນຄ່າ 47,7 ລ້ານໂດລາອົດສະຕຣາລີ (ສົກປີ 2023-2024) ໃນຫຼາຍຂົງເຂດບູລິມະສິດ ເປັນຕົ້ນ ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ, ການພັດທະນາຊົນນະບົດ, ກະສິກຳ, ສາທາລະນະສຸກ ແລະ ອື່ນໆ. ການລົງທຶນຂອງອົດສະຕຣາລີ ຢູ່ລາວ ມີ 90 ໂຄງການ, ມູນຄ່າ 194 ລ້ານໂດລາສະຫະລັດ, ພ້ອມທັງ ເປັນປະເທດຄູ່ຮ່ວມເຈລະຈາອາຊຽນ ຫຼື (ASEAN-Australia).

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486346
ມື້ນີ້42
ມື້ວານ220
ອາທິດນີ້8
ເດືອນນີ້5651