ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມໃນວາລະອະພິປາຍລະດັບສູງ ຂອງ ກອງປະຊຸມສະພາສິດທິມະນຸດ ຄັ້ງທີ 55

    

  

  

20240227 UN 2

  

  

ໃນວັນທີ 27 ກຸມພາ 2024, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 55 ຂອງສະພາສິດທິມະນຸດ ອົງການສະຫະປະຊາຊາດ (55th Session of the Human Rights Council), ທີ່ ເຊີແນວ, ປະເທດ ສະວິດ, ພາຍໃຕ້ການເປັນປະທານຂອງທ່ານ ໂອມາ ຊະນີເບີ (Omar Zniber), ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ມາຣົກ ປະຈໍາ ຫ້ອງການ ສປຊ ທີ່ ເຊີແນວ. ໃນພິທີເປີດກອງປະຊຸມສະພາສິດທິມະນຸດ ມີການເຂົ້າຮ່ວມ ແລະ ກ່າວຄໍາເຫັນຂອງປະທານສະມັດຊາໃຫຍ່ ສປຊ, ເລຂາທິການໃຫຍ່ ສປຊ, ຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ, ແລະ ລັດຖະມົນຕີກະຊວງການຕ່າງປະເທດສະວິດ. ໃນກອງປະຊຸມດັ່ງກ່າວ, ການນໍາຂັ້ນສູງຈາກຫຼາຍກວ່າ 100 ປະເທດສະມາຊິກສະພາສິດທິມະນຸດ ແລະ ປະເທດສັງເກດການເຂົ້າຮ່ວມ.

   

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ກ່າວຄໍາເຫັນໃນວາລະອະພິປາຍລະດັບສູງ (High-Level Segment) ໂດຍໄດ້ເນັ້ນເຖິງຄວາມກ່ຽວພັນ ແລະ ຜົນກະທົບເຊິ່ງກັນ ແລະ ກັນ ລະຫວ່າງ ສັນ​ຕິ​ພາບ,​ ການ​ພັດ​ທະ​ນາ ແລະ ສິດທິມະນຸດ. ສັນຕິພາບ ແລະ ການພັດທະນາ ເປັນເງື່ອນໄຂທີ່ຈໍາເປັນໃນການຄໍ້າປະກັນສິດທິມະນຸດ, ຄວາມໝາຍສໍາຄັນຂອງການ​ພັດ​ທະ​ນາຕໍ່ການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ໂດຍສະເພາະ ​ສິດທິ​ທາງດ້ານ ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ, ການຈັດຕັ້ງປະຕິບັດສິດທິມະນຸດ ຈະຕ້ອງຄໍານຶງເຖິງເງື່ອນໄຂ ແລະ ຄວາມເປັນຈິງຂອງແຕ່ລະປະເທດ ແລະ ພາກພື້ນ. ການສົນທະນາ, ການຮ່ວມມື ແລະ ການແລກປ່ຽນເຊິ່ງກັນ ແລະ ກັນ ຈະຊ່ວຍເພີ່ມທະວີການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ເຊິ່ງເປັນພາລະກິດຮ່ວມກັນຂອງວົງຄະນະຍາດສາກົນ. ທ່ານຮອງນາຍົກລັດຖະມົນຕີ ຍັງເນັ້ນເຖິງຄວາມຈໍາເປັນໃນການຍຶດຖືຕໍ່​​ຫຼັກການ​​ບໍ່ລໍາອຽງ,​ ພາວະວິໄສ, ບໍ່​ເລືອກ​ປະຕິບັດ, ບໍ່​ຈຳ​ແນ​ກ, ຫຼີກ​ລ່ຽງ​​ມາດຕະຖານສອງໜ້າ ​ແລະ ບໍ່​ມີ​ການ​ເມືອງແຊກຄຸມໃນການພິຈາລະນາ, ການ​ຮ່ວມ​ມື ​ແລະ ການ​ປະຕິບັດ​ສິດທິ​ມະນຸດ.

    

    

   

20240227 UN 1

    

      

ໃນອະດີດ, ສປປ ລາວ ໄດ້ຮັບຜົນກະທົບຈາກສົງຄາມຮຸກຮານ, ປະຊາຊົນລາວບໍ່ມີໂອກາດໃນການພັດທະນາ, ຂາດສິດທິມະນຸດຂັ້ນພື້ນຖານທີ່ເຂົາເຈົ້າຄວນໄດ້ຮັບ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ໄດ້ຮັບເອກະລາດຢ່າງສົມບູນ ໃນປີ 1975, ປະຊາຊົນລາວບັນດາເຜົ່າ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ໄດ້ຊົມໃຊ້ສິດໃນການຕັດສິນຊະຕາກຳຂອງຕົນໂດຍຕົນເອງ. ສິ່ງເສດເຫຼືອຈາກສົງຄາມ ໂດຍສະເພາະ ລະເບີດບໍ່ທັນແຕກ ໄດ້ສືບຕໍ່ເປັນອຸປະສັກ​ອັນ​ໃຫຍ່​ຫຼວງ​ຕໍ່​ການ​ພັດທະນາ​ປະ​ເທດ​ຊາດ ກໍຄື ຕໍ່ ສິດທິມະນຸດຂອງປະຊາຊົນລາວ. ລັດຖະບານລາວ ໄດ້ສືບຕໍ່ຄວາມພະຍາຍາມໃນການປະຕິບັດເປົ້າໝາຍພັດທະນາແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ເພື່ອນໍາເອົາປະເທດຊາດໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ, ເຮັດໃຫ້ເຂົາເຈົ້າໄດ້ຊົມໃຊ້ຢ່າງເຕັມສ່ວນສິດທິມະນຸດ ແລະ ສິດທິພື້ນຖານຂອງພົນລະເມືອງລາວ ຕາມລັດຖະທໍາມະນູນ ແລະ ກົດໝາຍ ໂດຍສອດຄ່ອງກັບພັນທະ ແລະ ຄໍາໝັ້ນສັນຍາສາກົນດ້ານສິດທິມະນຸດຂອງ ສປປ ລາວ.

   

​ໃນ​ປີ 2024 ສປປ ລາວ ເຮັດໜ້າທີ່ເປັນ​ປະທານ​ອາ​ຊຽນ, ຄະນະ​ກຳມາທິການ​ລະຫວ່າງ​ລັດຖະບານ​ອາ​ຊຽນ ວ່າດ້ວຍ ​ສິດທິ​ມະນຸດ ຮ່ວມກັບ ອົງກອນ​ສິດທິ​ມະນຸດ​ອື່ນໆຂອງ​ອາ​ຊຽນ ​ພວມສຸມ​​ໃສ່ການ​ເຊື່ອມ​ສານ​ສິດທິ​ມະນຸດພາຍໃຕ້​ຖະ​ແຫຼ​ງການ​ສິດທິ​ມະນຸດ​ອາ​ຊຽນ ລວມທັງ ​ສິດ​ທິໃນສັນຕິພາບ ​ແລະ ສິດທິໃນການ​ພັດທະນາ ເຂົ້າໃນການສ້າງ​ປະຊາ​ຄົມ​ອາ​ຊຽນ.

   

ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງຍົກໃຫ້ເຫັນການມີສ່ວນຮ່ວມຂອງ ສປປ ລາວ ຢ່າງຕັ້ງໜ້າ ໃນຄວາມພະຍາຍາມຂອງສາກົນໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ລວມທັງ ການຮ່ວມມືກັບຫ້ອງການຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ, ສະພາສິດທິມະນຸດ ສປຊ, ບັນດາກົນໄກ ສປຊ ພາຍໃຕ້ສົນທິສັນຍາດ້ານສິດທິມະນຸດ ແລະ ບັນດາຄູ່ຮ່ວມພັດທະນາຈໍານວນໜຶ່ງ.

     

  

  

20240227 UN 3

  

  

ໃນໂອກາດເຂົ້າຮ່ວມກອງປະຊຸມສະພາສິດທິມະນຸດຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບທ່ານ ວອນເກີ ຕູກ (Volker Türk), ຂ້າຫຼວງໃຫຍ່ ສະຫະປະຊາຊາດ ເພື່ອສິດທິມະນຸດ. ສອງຝ່າຍໄດ້ສົນທະນາ ກ່ຽວກັບ ການຮ່ວມມືລະຫວ່າງ ສປປ ລາວ ແລະ ຫ້ອງການຂ້າຫຼວງໃຫຍ່ ສປຊ ເພື່ອສິດທິມະນຸດ ແລະ ສະພາບການພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈນໍາກັນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການຮ່ວມມືຊ່ວຍເຫຼືອດ້ານວິຊາການຂອງຫ້ອງການຂ້າຫຼວງໃຫຍ່ ສປຊ ໃຫ້ແກ່ ສປປ ລາວ  ໂດຍສະເພາະການກະກຽມຂອງ ສປປ ລາວ ສໍາລັບການເຂົ້າຮ່ວມການທົບທວນປະຈໍາໄລຍະ ຮອບວຽນທີ 4 (UPR) ຂອງສະພາສິດທິມະນຸດ ສປຊ ເຊິ່ງຈະມີຂຶ້ນໃນຕົ້ນປີ 2025.

  

  

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486195
ມື້ນີ້111
ມື້ວານ215
ອາທິດນີ້1231
ເດືອນນີ້5500