ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປ ລາວ ພົບປະກັບ ປະທານາທິບໍດີ ແຫ່ງ ສປ ຕີມໍ-ເລສເຕ

 

PMreceivedTimor 1

 

ໃນຕອນບ່າຍຂອງວັນທີ 29 ກຸມພາ 2024, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ມີການພົບປະລະຫວ່າງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ, ປະທານາທິບໍດີ ແຫ່ງ ສປ ຕີມໍ-ເລສເຕ, ເຊິ່ງ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຄັ້ງນີ້ ຂອງ ຝ່າຍຕີມໍ-ເລສເຕ ອັນໄດ້ກາຍເປັນຂີດໝາຍທີ່ສໍາຄັນສໍາລັບການສົ່ງເສີມການພົວພັນ ແລະ ການຮ່ວມມືຂອງສອງປະເທດ ສປປ ລາວ ແລະ ຕີມໍ-ເລສເຕ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ.

 

PMreceivedTimor 2

 

ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕີມໍ-ເລສເຕ ທີ່ໄດ້ຮັບການຮັບຮອງເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (ອົງການ WTO) ແລະ ສະແດງຄວາມຫວັງວ່າ ສອງລັດຖະບານ ລາວ ແລະ ຕີມໍ-ເລສເຕ ຈະໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນການສົ່ງເສີມການຮ່ວມມືດ້ານການຄ້າສອງຝ່າຍ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນ.

 

ສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ພະນະທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ທີ່ໄດ້ຈັດຂຶ້້ນໃນຕອນເຊົ້າຂອງວັນດຽວກັນ ແລະ ຜົນສໍາເລັດຂອງການລົງນາມເອກະສານແລກປ່ຽນ 2 ເອກະສານ ຄື: ສັນຍາ ວ່າດ້ວຍ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ; ແລະ ໜັງສືສະແດງເຈດຈໍານົງ (Letters Of Intent) ໃນການແລກປ່ຽນທີ່ດິນສໍາລັບສະຖານທູດຂອງສອງປະເທດ ໃນອະນາຄົດອັນໃກ້ນີ້. ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການປະສານສົມທົບກັນຢ່າງໃກ້ຊິດ ເພື່ອຊຸກຍູ້ສົ່ງເສີມການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນໍາຂັ້ນສູງຂອງສອງປະເທດ, ການສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ຕີມໍ-ເລສເຕ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້້ນ, ລວມທັງການແລກປ່ຽນຂອງພາກທຸລະກິດຂອງສອງຝ່າຍ ເພື່ອສຶກສາທ່າແຮງໃນການສົ່ງເສີມການລົງທຶນຂອງສອງປະເທດໃນຕໍ່ໜ້າອີກດ້ວຍ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ຢືນຢັນຄືນຄວາມສໍາຄັນຂອງການສ້າງຕັ້ງ ຄະນະກໍາມະການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ເພື່ອເປັນກົນໄກໃນການປຶກສາຫາລືໃນການສົ່ງເສີມການຮ່ວມມືສອງຝ່າຍ ກໍຄືການຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ຂອບການຮ່ວມມືຂອງສອງຝ່າຍ ໃຫ້ສໍາເລັດຜົນຕາມຄາດໝາຍ.

 

ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ສໍາລັບການຢ້ຽຢາມທາງລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມພ້ອມທີ່ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ລັດຖະບານ ສປປ ລາວ ເພື່ອສົ່ງເສີມການຮ່ວມມືຂອງສອງປະເທດ ສປ ຕີມໍ-ເລສເຕ ແລະ ສປປ ລາວ ໃນຂະແໜງການຄ້າ ແລະ ການລົງທຶນຂອງສອງປະເທດໃຫ້ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ, ​ພ້ອມທັງໄດ້ຢືນຢັນຄືນທະສະນະຂອງລັດຖະບານ ສປ ຕີມໍ-ເລສເຕ ໃນການສືບຕໍ່ສະໜັບສະໜູນ ສປປ ລາວ ສໍາລັບການເປັນປະທານອາຊຽນ 2024 ໃຫ້ສໍາເລັດຜົນຕາມຄາດໝາຍ. ພ້ອມທັງໄດ້ຢືນຢັນຄືນທັດສະນະຂອງຕີມໍ-ເລສເຕ ໃນການເຄົາລົບຄວາມເປັນເອກະສັນ (Consensus) ແລະ ຄວາມເປັນແກນກາງ (Centrality) ຂອງອາຊຽນ, ລວມທັງ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນທີ່ໄດ້ຕົກລົງເຫັນດີຮ່ວມກັນໃນໄລຍະຜ່ານມາ.

 

ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນຈໍານວນໜຶ່ງ, ລວມທັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືເພື່ອການພັດທະນາຂອງຂອບການຮ່ວມມືອາຊຽນໃນຕໍ່ໜ້າ.

 

PMreceivedTimor 3

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486198
ມື້ນີ້114
ມື້ວານ215
ອາທິດນີ້1234
ເດືອນນີ້5503