ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກ ລັດຖະບານ ແຫ່ງ ສປ ຈີນ ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

 

ChinaAID1

 

ໃນວັນທີ 11 ມີນາ 2024, ທີ່ ຫໍປະຊຸມແຫ່ງຊາດ ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຮອງປະທານ, ຜູ້ປະຈຳການຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮັບເອົາເຄື່ອງຊ່ວຍເຫຼືອ ແລະ ທ່ານ ຫວັງຊ້າງ, ອຸປະທູດ ສປ ຈີນ ປະຈໍາ ສປປ ລາວ ໄດ້ຕາງໜ້າລັດຖະບານ ແຫ່ງ ສປ ຈີນ ມອບເຄື່ອງຊ່ວຍເຫຼືອດັ່ງກ່າວ.

 

ການຊ່ວຍເຫລືອຂອງ ສປ ຈີນ ຄັ້ງນີ້ ລວມມີ ພາຫະນະ ຈໍານວນທັງໝົດ 77 ຄັນ, ອຸປະກອນໄອທີ ແລະ ກ້ອງບັນທຶກພາບ ລວມມູນຄ່າທັງໝົດ 35 ລ້ານຢວນ ເພື່ອນໍາໃຊ້ເຂົ້າໃນວຽກງານການດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

 

 ChinaAID2ChinaAID3

 

ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ສປ ຈີນ ຕໍ່ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ: ''ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ'', ເຊິ່ງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນສອງຝ່າຍລະຫວ່າງ ສປປ ລາວ-ສປ ຈີນ ໃນຖານະເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ຈີນ-ລາວ. ພ້ອມນີ້, ການຊ່ວຍເຫຼືອດັ່ງກ່າວ ກໍ່ເປັນການສົ່ງເສີມການຈັດຕັ້ງຜັນຂະຫຍາຍຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນ, ເຊິ່ງປີ 2024 ນີ້ ກໍ່ໄດ້ກໍານົດເປັນປີແຫ່ງການແລກປ່ຽນການໄປມາຫາສູ່ລະຫວ່າງປະຊາຊົນ ອາຊຽນ-ຈີນ.

 

ທ່ານ ຫວັງຊ້າງ, ອຸປະທູດ ສປ ຈີນ ປະຈໍາ ສປປ ລາວ ກໍໄດ້ເນັ້ນເຖິງຄວາມສໍາຄັນຂອງການພົວພັນ ແລະ ການຮ່ວມມື ລະຫວ່າງ ສປ ຈີນ ແລະ ສປປ ລາວ ເພື່ອສົ່ງເສີມການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ຈີນ-ລາວ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບ ສປປ ລາວ   ເພື່ອຜົນສໍາເລັດ ຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024.

 

ChinaAID4ChinaAID5

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487082
ມື້ນີ້108
ມື້ວານ210
ອາທິດນີ້744
ເດືອນນີ້475