ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

2024 03 14 5bak  

ໃນຕອນເຊົ້າຂອງວັນທີ 14 ມີນາ 2024 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານກອງປະຊຸມຄະນະກຳມະການຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍການເຂົ້າຮ່ວມຂອງຫົວໜ້າ/ຮອງຫົວໜ້າ 14 ອະນຸກຳມະການພາຍໃຕ້ຄະນະກຳມະການຊີ້ນຳລະດັບຊາດດັ່ງກ່າວ ແລະ ພະນັກ ງານທີ່ກ່ຽວຂ້ອງຈາກບັນດາກະຊວງຂະແໜງການຕ່າງໆ.

 

ກອງປະຊຸມຄະນະກໍາມະການຊີ້ນໍາລະດັບຊາດຄັ້ງນີ້ ໄດ້ປຶກສາຫາລື ແລະ ກວດກາຄືນບັນດາໜ້າວຽກຮີບດ່ວນຂອງ 14 ອະນຸກໍາມະການ ເປັນຕົ້ນແມ່ນ ວຽກງານດ້ານພະລາທິການ, ດ້ານພາຫະນະ, ສະຖານທີ່ພັກເຊົາ, ສະຖານທີ່ປະຊຸມ, ການປັບປຸງອາຄານກຽດຕິຍົດ ຢູ່ ສະໜາມບິນສາກົນວັດໄຕ, ງົບປະມານຮັບໃຊ້ກອງປະຊຸມ, ວຽກງານປະດັບປະດາ ແລະ ເຜີຍແຜ່ໂຄສະນາ ແລະ ວຽກອື່ນໆທີ່ກ່ຽວຂ້ອງ. ຜ່ານການປຶກສາຫາລື ເຫັນວ່າ ການກະກຽມບັນດາໜ້າວຽກຮີບດ່ວນຂອງ 14 ອະນຸກໍາມະການ ມີຄວາມຄືບຫນ້າດີ ແລະ ມີບາງໜ້າວຽກຈະຕ້ອງໄດ້ ສືບຕໍ່ປະຕິບັດໃຫ້ສຳເລັດຕາມແຜນການ.

 

2024 03 14 3F

 

ກອງປະຊຸມຍັງໄດ້ຮັບຟັງການລາຍງານ ແລະ ສະຫຼຸບຕີລາຄາຕໍ່ຜົນສໍາເລັດໃນການເປັນເຈົ້າພາບ ແລະ ປະ ທານກອງປະຊຸມ ໃນໄລຍະສອງເດືອນຜ່ານມາ ພາຍຫຼັງທີ່ ສປປ ລາວ ໄດ້ເລີ່ມປະຕິບັັດໜ້າທີ່ການເປັນປະທານອາຊຽນ ນັບແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນແມ່ນ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 27 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຂຶ້ນໃນວັນທີ 22-27 ມັງກອນ 2024, ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນ ແບບວົງແຄບ ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 29 ມັງກອນ 2024, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ແບບວົງແຄບ ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 5 ມີນາ 2024 ແລະ ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30  ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 9 ມີນາ 2024.

 

2024 03 14 2

 

ນຕອນທ້າຍຂອງກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະການ ໃຫ້ສືບຕໍ່ດຳເນີນການກະກຽມບັນດາໜ້າວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ແລະ ຊຸກຍູ້ໃຫ້ບັນດາກະຊວງຂະແໜງການທີ່ຈະເປັນປະທານກອງປະຊຸມອາຊຽນໃນປີ 2024 ສືບຕໍ່ກະກຽມດ້ານເນື້ອໃນ,​ ດ້ານພາລາທິການ ແລະ ດ້ານອື່ນໆ ໃຫ້ມີຄວາມພ້ອມ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມໃນຂະແໜງການຂອງຕົນ ໂດຍສະເພາະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 57 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນເດືອນກໍລະກົດ 2024 ແລະ ຈະມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ລັດຖະມົນຕີຕ່າງປະເທດຂອງຄູ່ຮ່ວມມືພາຍນອກອາຊຽນ ຫຼາຍກວ່າ 40 ປະເທດ ເຂົ້າຮ່ວມ ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂື້ນໃນເດືອນຕຸລາ 2024  ຢູ່ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486146
ມື້ນີ້62
ມື້ວານ215
ອາທິດນີ້1182
ເດືອນນີ້5451