ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ - ເບລາຣຸດຊີ ຄົບຮອບ 30 ປີ

   

  

  

20240314 Laos Belarus 1

  

  

ໃນຕອນຄ່ຳຂອງວັນທີ 14 ມີນາ 2024, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸດຊີ ຄົບຮອບ 30 ປີ (7 ກຸມພາ 1994 - 2024), ໃຫ້ກຽດຕາງໜ້າຝ່າຍລາວ ເຂົ້າຮ່ວມໂດຍ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕ່ີກະຊວງການຕ່າງປະເທດ ແລະ ຕາງໜ້າຝ່າຍ ເບລາຣຸດຊີ ແມ່ນ ພະນະທ່ານ ເຢັບເກນີ ເຊັດສະຕາກົບ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມບັນດາແຂກຖືກເຊີນ ທັງຝ່າຍລາວ ແລະ ເບລາຣຸດຊີ, ບັນດາທູຕານຸທູດຕ່າງປະເທດ ແລະ ບັນດາພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມຢ່າງພ້ອມພຽງ.

  

  

20240314 Laos Belarus 220240314 Laos Belarus 3

20240314 Laos Belarus 4

  

  

  

ໃນໂອກາດອັນສະຫງ່າລາສີນີ້, ພະນະທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ພະນະທ່ານຮອງລັດຖະມົນຕີຕ່າງປະເທດ ເຢັບເກນີ ເຊັດສະຕາກົບ ໄດ້ຜັດປ່ຽນກັນຂຶ້ນມີຄຳເຫັນປະກອບໃສ່ພິທີອັນມີຄວາມຫມາຍສຳຄັນດັ່ງກ່າວ, ໂດຍ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລາວ-   ເບລາຣຸດຊີ ຕະຫຼອດໄລຍະຜ່ານມາ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ, ເຖິງແມ່ນວ່າສອງປະເທດ ຈະມີທີ່ຕັ້ງທາງດ້ານພູມສາດຫ່າງໄກກັນກໍ່ຕາມ, ແຕ່ສອງປະເທດ ກໍ່ຄື ປະຊາຊົນສອງຊາດ ໄດ້ມີຄວາມເຂົ້າໃຈ ແລະ ຮັກແພງສາມັກຄີກັນ, ເຊິ່ງສະແດງອອກໃນການສະໜັບສະໜູນເຊິ່ງກັນ ແລະ ກັນ ຕະຫຼອດມາ. ໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ, ຜູ້ນຳສອງປະເທດ ໄດ້ມີການພົບປະແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ເປັນແຕ່ລະໄລຍະ, ທັງໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ເອົາໃຈໃສ່ສຸມທຸກກຳລັງແຮງຂອງຕົນເຂົ້າໃນການຊຸກຍູ້ສົ່ງເສີມການຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນ ດ້ານການທະຫານ, ດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ ແລະ ວັດທະນະທໍາ, ໂດຍຜ່ານກົນໄກການຮ່ວມມືຂອງທຸກຂະແໜງການກ່ຽວຂ້ອງທັງສອງຝ່າຍ ແລະ ກົນໄກກອງປະຊຸມຄະນະກໍາມາທິການຮ່ວມມືສອງຝ່າຍ ລາວ-ເບລາຣຸດຊີ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້້ອຂອງສອງປະເທດ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນສູ່ບາດກ້າວອັນໃຫມ່ໃນຊຸມປີຕໍ່ໜ້າ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ ລາວ-ເບລາຣຸດຊີ.

  

  

20240314 Laos Belarus 5

    

    

ໃນໂອກາດດຽວກັນນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ ລັດຖະບານ ແລະ ປະຊາຊົນ ເບລາຣຸສຊີ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ, ຊຶ່ງໄດ້ປະກອບສ່ວນອັນສຳຄັນໃນທາງກົງ ແລະ ທາງອ້ອມຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມທັງ ອວຍພອນໃຫ້ສາຍພົວພັນມິດຕະພາບອັນດີງາມ ລະຫວ່າງ ສອງປະເທດ ລາວ-ເບລາຣຸດຊີ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດໄປ, ສືບຕໍ່ຈັດຕັ້ງປະຕິບັດ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອນໍາພາປະເທດຊາດ ໄປສູ່ຄວາມຈະເລີນຮຸ່ງເຮືອງ ແລະ ວັດທະນະຖາວອນ.

  

ພິທີສະເຫຼີມສະຫຼອງວັນສຳຄັນດັ່ງກ່າວນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ເປັນນິມິດຫມາຍທີ່ສຳຄັນຂອງສອງປະເທດ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບລະຫວ່າງ ລາວ-ເບລາຣຸດຊີ ທີ່ສືບຕໍ່ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ໄດ້ຮັບຜົນສຳເລັດອັນໃຫມ່ຍິ່ງໃຫຍ່ກວ່າເກົ່າໃນຕໍ່ຫນ້າ.

   

  

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486090
ມື້ນີ້6
ມື້ວານ215
ອາທິດນີ້1126
ເດືອນນີ້5395