ໃນວັນທີ 15 ມີນາ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາກະເສ ໂທະຊິໂອະ (NAGASE Toshio), ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຄົນເກົ່າ ແລະ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນ. ມີຢາໂກະ ໂຄບາຢາຊິ (KOBAYASHI Miyako) ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ ທ່ານ Nagase ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ເປັນໄລຍະເວລາ 3 ປີ (ມີນາ 2021 - ມີນາ 2024), ເຊິ່ງເຫັນວ່າ ຍາດແຍ່ງໄດ້ຫຼາຍໂຄງການສຳຄັນໃຫ້ແກ່ ສປປ ລາວ; ພ້ອມທັງຕີລາຄາສູງຕໍ່ຄວາມເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະຕິບັດໜ້າທີ່ຂອງອົງການ JICA ປະຈໍາ ລາວ ຢ່າງຫ້າວຫັນ, ເຊິ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ທີ່ສາມາດຍາດແຍ່ງເອົາການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ມາຊ່ວຍເຫຼືອ ສປປ ລາວ. ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງຂອງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນໄລຍະຫຼາຍປີທີ່ຜ່ານມາ ໃນຂະແໜງການສໍາຄັນຕ່າງໆ ລວມທັງການປະກອບສ່ວນຂອງຊ່ຽວຊານ ແລະ ອາສາສະໝັກຂອງ JICA (ຕັ້ງແຕ່ປີ 1965) ທີ່ໄດ້ປະຕິບັດໜ້າທີ່ຢ່າງຫ້າວຫັນ ໃນການແບ່ງປັນຄວາມຮູ້ ແລະ ປະສົບການໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງຂອງລາວ, ແລະ ຫວັງວ່າ ທ່ານ ຫົວໜ້າຫ້ອງການຜູ້ຕາງໜ້າອົງການ JICA ປະຈໍາ ລາວ ຄົນໃໝ່ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ເພື່ອເຮັດໃຫ້ບັນດາໂຄງການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໄດ້ຮັບຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ແລະ ປະສົບຜົນສຳເລັດ ໃນຕໍ່ໜ້າ; ພ້ອມທັງ ຍາດແຍ່ງໂຄງການໃໝ່ມາຊ່ວຍເຫຼືອ ສປປ ລາວ ຕື່ມອີກ ໂດຍສະເພາະແມ່ນໃນໂອກາດການສະເຫຼີມສະຫຼອງວັນສຳຄັນຕ່າງໆ ໃນປີ 2025 ເຊັ່ນ: ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ແລະ ຄົບຮອບ 60 ປີ ຂອງການສົ່ງອາສາສະໝັກ JICA ເຂົ້າມາຊ່ວຍເຫຼືອ ສປປ ລາວ.
ໃນໂອກາດດຽວກັນນີ້, ທ່ານ ນາກະເສ ໂທະຊິໂອະ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ກໍ່ຄືການຮ່ວມມືທີ່ດີ ແລະ ໃຫ້ການສະໜັບສະໜູນຂອງຝ່າຍລາວ ຕະຫຼອດໄລຍະການປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ, ພ້ອມທັງໄດ້ໃຫ້ຄໍາໝັ້ນວ່າ ຈະສືບຕໍ່ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃນອານາຄົດ.